ໃນວັນທີ 24 ມິຖຸນາ 2026, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກໄທ ໄດ້ຮ່ວມກັນຈັດພິທີເປີດຫຼັກໝາຍຊາຍແດນແບບພິເສດ (ຫຼັກໝາຍເລກທີ 3-18) ຢ່າງເປັນທາງການ ເພື່ອເປັນສັນຍາລັກແຫ່ງການສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນການທູດ ລາວ-ໄທ ຄົບຮອບ 75 ປີ (19 ທັນວາ 1950 – 19 ທັນວາ 2025).
ຫຼັກໝາຍຊາຍແດນແບບພິເສດນີ້ ຕັ້ງຢູ່ບໍລິເວນດ່ານສາກົນນໍ້າເງິນ-ຫ້ວຍໂກນ ເຊິ່ງເບື້ອງລາວຂຶ້ນກັບ ເມືອງເງິນ, ແຂວງໄຊຍະບູລີ ແລະ ເບື້ອງໄທຂຶ້ນກັບ ອໍາເພີສະເຫຼີມພະກຽດ, ຈັງຫວັດນ່ານ.
ໃຫ້ກຽດເຂົ້າຮ່ວມເປັນປະທານຮ່ວມໂດຍ:
ຝ່າຍລາວ: ທ່ານ ອານຸພາບ ວົງໜໍ່ແກ້ວ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະເຈົ້າໜ້າທີ່ອາວຸໂສຮ່ວມ ລາວ-ໄທ.
ຝ່າຍໄທ: ທ່ານ ນາງ ເອກສິຣິ ປິນທະຣຸຈິ, ປະລັດກະຊວງການຕ່າງປະເທດ, ປະທານຄະນະເຈົ້າໜ້າທີ່ອາວຸໂສຮ່ວມ ໄທ-ລາວ.
ພິທີດັ່ງກ່າວມີ ປະທານສະພາປະຊາຊົນແຂວງໄຊຍະບູລີ, ຜູ້ວ່າຣາຊະການຈັງຫວັດນ່ານ, ພ້ອມດ້ວຍຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງທັງສູນກາງ, ທ້ອງຖິ່ນ ແລະ ປະຊາຊົນສອງຊາດເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ທ່ານ ອານຸສິນ ຂັດຕິຍະລາດ, ຫົວໜ້າຫ້ອງການຄະນະກໍາມະການຊາຍແດນແຫ່ງຊາດ (ກະຊວງການຕ່າງປະເທດ) ໄດ້ລາຍງານເຖິງຄວາມຄືບໜ້າຂອງວຽກງານສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນຮ່ວມກັນນັບແຕ່ປີ 1997 ເປັນຕົ້ນມາ ເຊິ່ງມີຕົວເລກສໍາຄັນດັ່ງນີ້:
ປັກຫຼັກໝາຍຊາຍແດນທາງບົກໄດ້ແລ້ວ: 211 ຫຼັກໝາຍ.
ລວງຍາວເສັ້ນຊາຍແດນທີ່ສໍາເລັດ: ປະມານ 678 ກິໂລແມັດ.
ຄິດເປັນ: 89% ຂອງລວງຍາວເສັ້ນຊາຍແດນທາງບົກທັງໝົດ (763 ກິໂລແມັດ) ແລະ ເທົ່າກັບ 36% ຂອງລວງຍາວເສັ້ນຊາຍແດນທັງໝົດ (1.869 ກິໂລແມັດ).
ການເລືອກ ແລະ ຍົກລະດັບຫຼັກໝາຍຊາຍແດນເລກທີ 3-18 ໃຫ້ເປັນຫຼັກໝາຍແບບພິເສດໃນຄັ້ງນີ້ ເປັນການຜັນຂະຫຍາຍເຈດຕະນາລົມຂອງສອງປະເທດ ທີ່ໄດ້ຍົກລະດັບການຮ່ວມມືເປັນ “ຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ເເລະ ການພັດທະນາເເບບຍືນຍົງ”.
ຫຼັກໝາຍແຫ່ງນີ້ບໍ່ພຽງແຕ່ເປັນສັນຍາລັກທາງການທູດ, ແຕ່ຍັງເປັນຂົວຕໍ່ແຫ່ງມິດຕະພາບລະຫວ່າງ ແຂວງໄຊຍະບູລີ ແລະ ຈັງຫວັດນ່ານ. ໃນອະນາຄົດ, ອົງການປົກຄອງທ້ອງຖິ່ນຂອງທັງສອງຝ່າຍ ຈະຮ່ວມກັນປົກປັກຮັກສາ ແລະ ພັດທະນາພື້ນທີ່ບໍລິເວນນີ້ໃຫ້ກາຍເປັນ ແຫຼ່ງທ່ອງທ່ຽວ ແລະ ເຂດການຄ້າຊາຍແດນ ທີ່ສໍາຄັນ, ເພື່ອສ້າງເສັ້ນຊາຍແດນໃຫ້ເປັນເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືອັນຍາວນານ.
ທີ່ມາ: ກະຊວງການຕ່າງປະເທດ
Lao Youth Radio FM90MHz




