ທູດລາວ ຍື່ນສານຕາຕັ້ງ ຕໍ່ປະທານາທິບໍດີ ແຫ່ງ ສາທາລະນະລັດ ແອັດໂຕນີ

ໃນວັນທີ 16 ມິຖຸນາ 2026 ທີ່ຜ່ານມາ, ທີ່ທຳນຽບປະທານາທິບໍດີ, ນະຄອນຫລວງ Tallinn, ປະເທດແອັດສະໂຕນີ, ທ່ານ ບຸນທະວີ ວິລະວົງ ໄດ້ຍື່ນສານຕາຕັ້ງຕໍ່ ທ່ານ Alar Karis ປະທານາທິບໍດີ ແຫ່ງ ສາທາລະນະລັດ ແອັດສະໂຕນີ ເພື່ອດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ປະຈຳ ສາທາລະນະລັດ ແອັດສະໂຕນີ.

ໃນໂອກາດດັ່ງກ່າວ, ທ່ານ Alar karis ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານ ບຸນທະວີ ວິລະວົງ ໃນການມາຮັບໜ້າທີ່ເປັນ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຄົນໃໝ່ ປະຈຳ ສາທາລະນະລັດ ແອັດສະໂຕນີ ແລະ ໄດ້ອວຍພອນໃຫ້ ທ່ານເອກອັກຄະລັດຖະທູດ ປະຕິບັດໜ້າທີ່ການທູດອັນມີກຽດຂອງຕົນ ດ້ວຍຜົນສຳເລັດອັນຈົບງາມ ເພື່ອສົ່ງເສີມສາຍພົວພັນ ແລະ ການຮ່ວມມືຂອງສອງປະເທດ ລາວ-ແອັດສະໂຕນີ ໃຫ້ຂະຫຍາຍຕົວຂື້ນໄປຢ່າງບໍ່ຢຸດຢັ້ງ, ພ້ອມທັງໄດ້ຕີລາຄາສາຍພົວພັນຂອງສອງປະເທດ ທີ່ຢູ່ໃນລະດັບດີໃນໄລຍະ ຜ່ານມາ ແລະ ເຫັນຄວນໃຫ້ສືບຕໍ່ຮັກສາ ແລະ ພັດທະນາໃຫ້ເກີດດອກອອກຜົນຂຶ້ນໄປເລື້ອຍໆ.

ທ່ານ ບຸນທະວີ ວິລະວົງ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ນຳເອົາ ຄວາມຢື້ຢາມຖາມຂ່າວ ແລະ ພອນໄຊອັນປະເສີດຈາກ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ເຖິງ ທ່ານ Alar Karis.

ພ້ອມກັນນັ້ນ, ທ່ານປະທານາທິບໍດີ ໄດ້ສະແດງຄວາມຂອບໃຈ ແລະ ໄດ້ສົ່ງຄວາມຢື້ຢາມ ຖາມຂ່າວ ແລະ ອວຍພອນໄຊອັນປະເສີດມາຍັງທ່ານປະທານປະເທດ ແຫ່ງ ສປປ ລາວ ເຊັ່ນດຽວກັນ.

ໃນໂອກາດດຽວກັນນີ້, ທ່ານເອກອັກຄະລັດຖະທູດ ກໍໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ, ສະແດງຄວາມ ຂອບໃຈຕໍ່ລັດຖະບານ ແອັດສະໂຕນີ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຮັກສາການພົວພັນທີ່ດີຕໍ່ ສປປ ລາວ ໃນໄລຍະຜ່ານມາ.

ສປປ ລາວ ແລະ ສາທາລະນະລັດ ແອັດສະໂຕນີ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 29 ມີນາ 1995, ຊຶ່ງໃນປີ 2025 ທີ່ຜ່ານມາ, ສອງປະເທດໄດ້ຮ່ວມກັນສະເຫລີມສະຫລອງຄົບຮອບ 30 ໃນການສ້າງ ຕັ້ງສາຍພົວພັນທາງການທູດນຳກັນ ແລະ ໃນໂອກາດດັ່ງກ່າວ, ທ່ານລັດຖະມົນຕີຕ່າງປະເທດແຫ່ງ ສປປ ລາວ ກໍໄດ້ ສົ່ງສານຊົມເຊີຍເຖິງຄູ່ຮ່ວມຕໍາແໜ່ງຝ່າຍແອັດສະໂຕນີ. ເວົ້າລວມແລ້ວ, ສອງປະເທດໄດ້ມີການພົວພັນກັນໃນລະ ດັບປົກກະຕິ, ມີການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນຂອບອົງການສະຫະປະຊາຊາດ, ມີການແລກປ່ຽນສານ ຊົມເຊີຍນໍາກັນໃນໂອກາດ ແລະ ວັນສໍາຄັນຕ່າງໆຂອງທັງຝ່າຍ ໂດຍສະເພາະແມ່ນວັນຊາດ ແລະ ຄົບຮອບວັນສ້າງ ຕັ້ງສາຍພົວພັນການທູດ.

ໃນໂອກາດການເດີນທາງໄປຄັ້ງນີ້, ທ່ານເອກອັກຄະລັດຖະທູດພ້ອມດ້ວຍຄະນະ ຍັງໄດ້ພົບປະສອງຝ່າຍ ກັບບັນດາກົມທີ່ກ່ຽວຂ້ອງຂອງກະຊວງການຕ່າງປະເທດ ແອັດສະໂຕນີ ເພື່ອປຶກສາຫາລືການພົວພັນສອງຝ່າຍ ລາວ-ແອັດສະໂຕນີ ແລະ ເພີ່ມທະວີການຮ່ວມມືທາງດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວໃນຕໍ່ໜ້າ ຕື່ມອີກ.

​ທີ່ມາ: ຂປລ

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles