ລັດຖະມົນຕີ ຍທຂ ລົງຕິດຕາມໂຄງການທາງຫຼວງ 2E-2W ຢູ່ອຸດົມໄຊ ຊຸກຍູ້ເລັ່ງຄວາມຄືບໜ້າການກໍ່ສ້າງ

ແຂວງອຸດົມໄຊ – ວັນທີ 21 ມິຖຸນາ 2026, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ພ້ອມດ້ວຍ ທ່ານ ບຸນຄົງ ຫຼ້າຈຽມພອນ ເລຂາຄະນະບໍລິຫານງານພັກແຂວງ ແລະ ປະທານສະພາປະຊາຊົນແຂວງອຸດົມໄຊ ພ້ອມຄະນະ, ພາກສ່ວນກ່ຽວຂ້ອງ, ຜູ້ຮັບເໝົາ ແລະ ທີມງານໂຄງການ ໄດ້ລົງພື້ນທີ່ຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານໂຍທາທິການ ແລະ ຂົນສົ່ງ ໃນແຂວງອຸດົມໄຊ.

ຄະນະໄດ້ລົງກວດກາທັງຈຸດທີ່ກໍ່ສ້າງສຳເລັດແລ້ວ ແລະ ຈຸດທີ່ກຳລັງດຳເນີນການ ຂອງໂຄງການຟື້ນຟູ ແລະ ບູລະນະຮັກສາທາງຫຼວງແຫ່ງຊາດ 2E ແລະ 2W ເພື່ອຕິດຕາມຄວາມຄືບໜ້າ, ຊອກຫາວິທີແກ້ໄຂບັນຫາ ແລະ ຊຸກຍູ້ໃຫ້ໂຄງການສາມາດດຳເນີນໄປຕາມແຜນທີ່ວາງໄວ້.

ສຳລັບໂຄງການທາງຫຼວງແຫ່ງຊາດ 2W ແບ່ງອອກເປັນ 3 ສັນຍາ ໂດຍມີຄວາມຄືບໜ້າດັ່ງນີ້:

– ສັນຍາທີ 1 (ກມ 00+000 – 68+400) ສຳເລັດ 33% ▪️ ສັນຍາທີ 2 (ກມ 68+400 – 121+000) ສຳເລັດ 23.30%

– ສັນຍາທີ 3 ສຳເລັດ 4%

ສ່ວນໂຄງການທາງຫຼວງແຫ່ງຊາດ 2E ມີ 3 ສັນຍາເຊັ່ນກັນ:

– ສັນຍາທີ 1 ສຳເລັດ 8.6%

– ສັນຍາທີ 2 ສຳເລັດ 3.15%

– ສັນຍາທີ 3 ກຳລັງຢູ່ໃນຂັ້ນຕອນສຳຫຼວດ ແລະ ອອກແບບ

ໂຄງການດັ່ງກ່າວເປັນສ່ວນໜຶ່ງຂອງໂຄງການພັດທະນາຕາມແລວເສດຖະກິດອາຊີຕາເວັນອອກສ່ຽງໃຕ້ ເພື່ອການເຊື່ອມຈອດ-ເຊື່ອມໂຍງ (SEARECC) ໂດຍມີກະຊວງ ຍທຂ ເປັນເຈົ້າການ. ໂຄງການມີໄລຍະສັນຍາ 10 ປີ ແບ່ງເປັນ 3 ປີກໍ່ສ້າງ ແລະ 7 ປີບຳລຸງຮັກສາ.

ໃນໂອກາດນີ້, ການນຳຈາກສູນກາງ ແລະ ທ້ອງຖິ່ນ ຍັງໄດ້ຮ່ວມປຶກສາຫາລືເຖິງບັນຫາ ແລະ ອຸປະສັກໃນການກໍ່ສ້າງ ພ້ອມກຳນົດແນວທາງແກ້ໄຂ ເຊັ່ນ ການປະສານງານລະຫວ່າງພາກສ່ວນ, ການຄຸ້ມຄອງຄຸນນະພາບວຽກກໍ່ສ້າງ, ການແກ້ໄຂສິ່ງກີດຂວາງ ແລະ ການອອກແບບໃຫ້ສອດຄ່ອງກັບສະພາບພື້ນທີ່ຈິງ ເພື່ອຫຼຸດຜ່ອນຜົນກະທົບຕໍ່ປະຊາຊົນ ແລະ ຮັບປະກັນໃຫ້ໂຄງການສຳເລັດຕາມເປົ້າໝາຍທີ່ກຳນົດໄວ້.

ທີ່ມາ: ສວທ

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles