ຂໍສະແດງຄວາມຍິນດີກັບນັກສຶກສາ ວິທະຍາໄລ ເສນຣິວ ວຽງຈັນ (SHV)!

ເມື່ອບໍ່ດົນມານີ້ ວິທະຍາໄລ ເສນຣິວ ວຽງຈັນ (St Hugh’s College Vientiane) ໄດ້ຈັດງານ Completion & Progression Celebration 2026 ເພື່ອສະເຫຼີມສະຫຼອງຄວາມສຳເລັດ ຂອງນັກສຶກສາ ຫຼັກສູດປັບພື້ນຖານສາກົນ NCUK International Foundation Year (IFY) ທັງ 8 ນ້ອງນັກສຶກສາ ທີ່ສຳເລັດການຮຽນໄລຍະ 1 ປີ ຢ່າງງົດງາມ ແລະ ພ້ອມແລ້ວ ທີ່ຈະກ້າວສູ່ຮົ້ວມະຫາວິທະຍາໄລລະດັບໂລກ.

ເສັ້ນທາງສູ່ມະຫາວິທະຍາໄລຊັ້ນນຳ ໃນ 9 ປະເທດທົ່ວໂລກ

ປັດຈຸບັນ, ນັກສຶກສາ ຂອງ ວິທະຍາໄລ ເສນຮິວ ວຽງຈັນ ໄດ້ຮັບການຕອບຮັບ (Offers) ຈາກມະຫາວິທະຍາໄລຊັ້ນນຳ ໃນປະເທດ ອົດສະຕຣາລີ, ນິວຊີແລນ ແລະ ຝຣັ່ງ ເປັນທີ່ຮຽບຮ້ອຍແລ້ວ.

ທີ່ພິເສດໄປກວ່ານັ້ນຄື ມີນັກສຶກສາ 1 ທ່ານ ທີ່ສາມາດຄວ້າທຶນການສຶກສາ ມູນຄ່າສູງເຖິງ 15,000 NZD ຈາກມະຫາວິທະຍາໄລໃນປະເທດນິວຊີແລນ ອີກດ້ວຍ!

ຖືວ່າ SHV ເປັນອີກໜຶ່ງສະຖາບັນ ທີ່ເປັນຂົວຕໍ່ສຳຄັນ ທີ່ຊ່ວຍຊຸກຍູ້ ແລະ ຕຽມຄວາມພ້ອມໃຫ້ເດັກລາວ ກ້າວສູ່ມະຫາວິທະຍາໄລລະດັບສາກົນ ເຖິງ 9 ປະເທດ ເຊັ່ນ: ສະຫະລາຊະອານາຈັກ (UK), ອົດສະຕຣາລີ, ນິວຊີແລນ, ສະຫະລັດອາເມລິກາ, ການາດາ, ຝຣັ່ງ, ຫວຽດນາມ, ມາເລເຊຍ ແລະ ໄທ.

ສຳລັບຜູ້ປົກຄອງ ຫຼື ນ້ອງໆ ທີ່ສົນໃຈຢາກວາງແຜນໄປຮຽນຕໍ່ຕ່າງປະເທດ, ປັດຈຸບັນ ສົກຮຽນ ເດືອນກັນຍາ 2026 ແມ່ນເປີດຮັບສະໝັກແລ້ວ!

admissions@sthughs.edu.la

+856 20 58 814 648

ບ້ານ ໂນນສະຫັວນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ສປປ ລາວ

#SHV#studyabroad#Internationaleducational#studentsuccess#UniversityPathway

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles