ແຂວງຄຳມ່ວນ ໃນໄລຍະ 1 ປີຜ່ານມາ ແຂວງຄຳມ່ວນໄດ້ຮັບຜົນກະທົບຈາກໄພພິບັດຫຼາຍຮູບແບບ ປະກອບມີ ນໍ້າຖ້ວມ, ນໍ້າຖ້ວມຂັງ, ດິນເຈື່ອນ, ລົມພາຍຸພັດ ແລະ ໄຟໄໝ້ ສົ່ງຜົນກະທົບຕໍ່ເນື້ອທີ່ການຜະລິດ, ພືດຜົນກະສິກຳ, ເຮືອນຊານ, ເລົ້າເຂົ້າ, ພາຫະນະ ແລະ ໂຄງລ່າງພື້ນຖານ ຈົນເກີດຄວາມເສຍຫາຍລວມມູນຄ່າກວ່າ 350 ຕື້ກີບ.
ຂໍ້ມູນດັ່ງກ່າວ ຖືກເຜີຍແຜ່ໂດຍ ທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງ ແລະ ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ໃນກອງປະຊຸມສະຫຼຸບວຽກງານຄຸ້ມຄອງໄພພິບັດປະຈຳປີ 2025 ແລະ ວາງແຜນປີ 2026 ເມື່ອວັນທີ 17 ມິຖຸນາ 2026 ຜ່ານມາ.
ສຳລັບຄວາມເສຍຫາຍໃນແຂວງຄຳມ່ວນ ແບ່ງອອກເປັນ:
ຂະແໜງກະສິກຳ ແລະ ສິ່ງແວດລ້ອມ ມູນຄ່າກວ່າ 226 ຕື້ກີບ
ຂະແໜງໂຍທາທິການ ແລະ ຂົນສົ່ງ ມູນຄ່າກວ່າ 124 ຕື້ກີບ
ທ່ານ ເດດສັກດາ ມະນີຄຳ ຍັງໄດ້ລາຍງານວ່າ ໃນຮອບ 1 ປີຜ່ານມາ ທົ່ວປະເທດມີໄພພິບັດເກີດຂຶ້ນທັງໝົດ 70 ຄັ້ງ ປະກອບມີ:
ນໍ້າຖ້ວມ 38 ຄັ້ງ
ລົມພາຍຸພັດ 16 ຄັ້ງ
ໄຟໄໝ້ເຮືອນ 15 ຄັ້ງ
ດິນເຈື່ອນ 1 ຄັ້ງ
ສົ່ງຜົນໃຫ້ມີຜູ້ໄດ້ຮັບຜົນກະທົບກວ່າ 403,373 ເທື່ອຄົນ, ເສຍຊີວິດ 55 ຄົນ, ສູນຫາຍ 5 ຄົນ ແລະ ສ້າງຄວາມເສຍຫາຍທາງເສດຖະກິດ-ສັງຄົມ ລວມມູນຄ່າກວ່າ 2.940 ຕື້ກີບ.
ສຳລັບແຂວງຄຳມ່ວນ ແມ່ນໜຶ່ງໃນແຂວງທີ່ໄດ້ຮັບຜົນກະທົບໜັກ ຈາກນໍ້າຖ້ວມ, ລົມພາຍຸ, ໄຟໄໝ້ເຮືອນ, ຟ້າຜ່າ ແລະ ໄພທຳມະຊາດອື່ນໆ ໂດຍການຟື້ນຟູຫຼາຍພື້ນທີ່ຍັງບໍ່ທັນສຳເລັດ ແລະ ຍັງເປັນສິ່ງທ້າທາຍຂອງແຂວງໃນໄລຍະຕໍ່ໄປ.
ທີ່ມາ: KPL




