ອາຫານລາວ ມໍລະດົກແຫ່ງວິຖີຊີວິດ ແລະ ຄວາມອຸດົມສົມບູນຂອງທຳມະຊາດ

ສປປ ລາວ ເປັນດິນແດນທີ່ອຸດົມສົມບູນໄປດ້ວຍຊີວະນາໆພັນ ແລະ ພືດຜັກທຳມະຊາດຫຼາກຫຼາຍຊະນິດ ຊຶ່ງໄດ້ກາຍເປັນແຫຼ່ງວັດຖຸດິບສຳຄັນໃນການປຸງແຕ່ງອາຫານ ແລະ ສ້າງເອກະລັກດ້ານວັດທະນະທຳການກິນຂອງແຕ່ລະທ້ອງຖິ່ນ.

ເຊັ່ນດຽວກັບຫຼາຍປະເທດໃນໂລກ ຄົນລາວມີອາຫານພື້ນເມືອງທີ່ຫຼາກຫຼາຍ ໂດຍນຳໃຊ້ວັດຖຸດິບທີ່ຫາໄດ້ຕາມທ້ອງຖິ່ນມາປຸງແຕ່ງເປັນອາຫານຄາວ ແລະ ຂອງຫວານ. ໃນນັ້ນ “ເຂົ້າໜຽວ” ຖືເປັນອາຫານຫຼັກຂອງຄົນລາວມາແຕ່ດຶກດຳບັນ ແລະ ມີຫຼາຍສາຍພັນ ເຊັ່ນ: ເຂົ້າກໍ່າ, ເຂົ້າແຜ່, ເຂົ້າໄກ່ນ້ອຍ (GI) ແລະ ພັນເຂົ້າພື້ນເມືອງອື່ນໆ.

ນອກຈາກເຂົ້າໜຽວແລ້ວ ຄົນລາວຍັງນິຍົມບໍລິໂພກຊີ້ນສັດ, ປາ, ຜັກພື້ນບ້ານ, ໜໍ່ໄມ້, ເຫັດ ແລະ ພືດປ່າອື່ນໆ ທີ່ຊ່ວຍເສີມສ້າງໂພຊະນາການໃຫ້ແກ່ຮ່າງກາຍ. ອາຫານລາວມີຫຼາຍຮູບແບບ ບໍ່ວ່າຈະເປັນ ຕົ້ມ, ແກງ, ປີ້ງ, ເຜົາ, ໝົກ, ຂົ້ວ, ແຈ່ວ, ລາບ, ກ້ອຍ ແລະ ເຄື່ອງດອງພື້ນເມືອງຕ່າງໆ.

ໃນບັນດາອາຫານລາວທັງໝົດ “ລາບ” ຖືເປັນອາຫານສຳຄັນທີ່ຂາດບໍ່ໄດ້ໃນງານມົງຄຸນ ແລະ ງານລ້ຽງຕ່າງໆ ໂດຍສາມາດນຳຊີ້ນຫຼາຍປະເພດມາປຸງແຕ່ງ ເຊັ່ນ: ຊີ້ນງົວ, ຄວາຍ, ໝູ, ໄກ່, ເປັດ ແລະ ປາ ຈົນກາຍເປັນອາຫານປະຈຳຊາດທີ່ມີຊື່ສຽງ.

ອາຫານລາວຍັງສະທ້ອນເຖິງຄວາມຜູກພັນກັບທຳມະຊາດ ໂດຍນິຍົມປຸງແຕ່ງຕາມລະດູການ ເຊັ່ນ: ແກງໜໍ່ໄມ້ໃນລະດູຝົນ ຫຼື ເຂົ້າຫຼາມໃນຊ່ວງຫຼັງລະດູເກັບກ່ຽວ ຊຶ່ງລ້ວນແຕ່ສະທ້ອນເຖິງພູມປັນຍາ ແລະ ວິຖີຊີວິດຂອງຄົນລາວທີ່ສືບທອດກັນມາຫຼາຍຊົ່ວຄົນ.

ອາຫານລາວຈຶ່ງບໍ່ແມ່ນພຽງແຕ່ອາຫານເພື່ອຫຼໍ່ລ້ຽງຊີວິດ ແຕ່ຍັງເປັນມໍລະດົກທາງວັດທະນະທຳ ແລະ ເປັນເອກະລັກອັນຊົງຄຸນຄ່າຂອງຊາດລາວທີ່ຄວນຮ່ວມກັນອະນຸລັກ ແລະ ສືບສານຕໍ່ໄປ.

ທີ່ມາ: ພາເຂົ້າລາວ

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles