4 ເດືອນຕົ້ນປີ ຫຼວງພະບາງດຶງດູດນັກທ່ອງທ່ຽວກວ່າ 8ແສນຄົນ

​ແຂວງຫຼວງພະບາງ ຍັງຄົງເປັນຈຸດໝາຍປາຍທາງດ້ານການທ່ອງທ່ຽວ​ ອັນດັບຕົ້ນໆຂອງ​ ສປປ​ ລາວ ຫຼັງຈາກສາມາດດຶງດູດນັກທ່ອງທ່ຽວໄດ້ຫຼາຍກວ່າ 800.000 ເທື່ອຄົນ ໃນໄລຍະ 4 ເດືອນທຳອິດຂອງປີ 2026 ພ້ອມກັນນີ້, ພາກສ່ວນທີ່ກ່ຽວຂ້ອງຍັງໄດ້ເນັ້ນໜັກເຖິງຄວາມຈຳເປັນໃນການຍົກລະດັບການຄຸ້ມຄອງການບໍລິການດ້ານການທ່ອງທ່ຽວໃຫ້ມີມາດຕະຖານຂຶ້ນຕື່ມ.

ອີງຕາມຕົວເລກການລາຍງານໃນກອງປະຊຸມຄຸ້ມຄອງຮ້ານອາຫານ ແລະ ສະຖານບັນເທີງເມື່ອບໍ່ດົນມານີ້ວ່າ:

ລະຫວ່າງເດືອນມັງກອນ ຫາ ເດືອນເມສາ 2026, ມີນັກທ່ອງທ່ຽວເຂົ້າມາຫຼວງພະບາງທັງໝົດ 824.000 ເທື່ອຄົນ, ໃນນັ້ນເປັນນັກທ່ອງທ່ຽວພາຍໃນ 253.175 ຄົນ ແລະ ເປັນນັກທ່ອງທ່ຽວຕ່າງປະເທດເຖິງ 571.000 ຄົນ.

ປັດຈຸບັນ, ທົ່ວເມືອງມີທຸລະກິດບໍລິການດ້ານອາຫານ, ເຄື່ອງດື່ມ, ບັນເທີງ ແລະ ສະປາ ເພື່ອຮອງຮັບການທ່ອງທ່ຽວທັງໝົດ 381 ແຫ່ງ (ປະກອບມີ ຮ້ານອາຫານ 148 ແຫ່ງ, ສະຖານບັນເທີງ 17 ແຫ່ງ ແລະ ຮ້ານນວດ-ສະປາ 39 ແຫ່ງ).

ດ້ວຍຕົວເລກທີ່ນີ້ ໃນຕົ້ນປີ ເຮັດໃຫ້ຫຼວງພະບາງໝັ້ນໃຈວ່າຈະສາມາດບັນລຸເປົ້າໝາຍດຶງດູດນັກທ່ອງທ່ຽວໃຫ້ໄດ້ 2,3 ລ້ານຄົນ (ນັກທ່ອງທ່ຽວພາຍໃນ 5 ແສນກວ່າຄົນ ແລະ ຕ່າງປະເທດ 1,78 ລ້ານຄົນ) ແລະ ສ້າງລາຍຮັບໃຫ້ໄດ້ 1 ຕື້​ 270 ລ້ານໂດລາສະຫະລັດ ພາຍໃນປີນີ້.

ຕາມແຜນພັດທະນາການທ່ອງທ່ໜວ ປີ​2025 -​2029, ຮອດ​ປີ​ 2029​ ນະຄອນຫຼວງ​ພະບາງ​ ຈະຕ້ອນຮັບນັກທ່ອງທ່ຽວ 10 ລ້ານ​ຄົນ,​ ໃນນັ້ນມືນັກທ່ອງທ່ຽວຕ່າງປະເທດ 6​ ລ້ານຄົນ.

ທີ່ມາ: CMG

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles