ເປີດເບື້ອງຫຼັງພາບຖ່າຍ “ໜູຕີກັນ” ໃນສະຖານີລົດໄຟໃຕ້ດິນ ຄວ້າລາງວັນລະດັບໂລກ

ໃຜຈະໄປຄິດວ່າ “ໜູສອງໂຕ” ທີ່ກຳລັງເປີດເສິກແຍ່ງອາຫານກັນ ຈະກາຍມາເປັນພາບຖ່າຍສັດປ່າທີ່ໂດ່ງດັງທີ່ສຸດໃນໂລກ ນີ້ຄືຜົນງານທີ່ມີຊື່ວ່າ “Station Squabble” ໂດຍຝີມືຂອງ ແຊມ ໂຣວ໌ລີ (Sam Rowley) ຊ່າງພາບໜຸ່ມຊາວອັງກິດ ທີ່ສາມາດຄວ້າລາງວັນຂວັນໃຈມະຫາຊົນ Wildlife Photographer of the Year LUMIX People’s Choice Award 2020 ມາຄອງໄດ້ຢ່າງສົດງົດງາມ ໂດຍເອົາຊະນະພາບຖ່າຍທີ່ສົ່ງເຂົ້າປະກວດຈາກທົ່ວໂລກກວ່າ 48,000 ພາບ

ຄວາມພະຍາຍາມ 5 ຄືນເຕັມ ເທິງພື້ນທີ່ເຕັມໄປດ້ວຍຝຸ່ນ

ແຮງບັນດານໃຈຂອງພາບນີ້ ເລີ່ມຕົ້ນຈາກການທີ່ ແຊມ ໄດ້ເບິ່ງຄລິບວິດີໂອສັ້ນກ່ຽວກັບໜູໃນສະຖານີລົດໄຟໃຕ້ດິນ ທີ່ໝູ່ສົ່ງໃຫ້. ເຂົາຈຶ່ງຕັດສິນໃຈແບກກ້ອງລົງໄປປັກຫຼັກຢູ່ທີ່ສະຖານີລົດໄຟໃຕ້ດິນ ໃຈກາງກຳແພງນະຄອນລອນດອນ

“ຄວາມສຳເລັດນີ້ບໍ່ໄດ້ມາເພາະໂຊກຊ່ວຍ” ເພາະ ແຊມ ຕ້ອງໃຊ້ຄວາມອົດທົນຢ່າງສູງ ດ້ວຍການລົງໄປນອນຂວ້ຳໜ້າກັບພື້ນຊານຊາລາ ທີ່ທັງເປິເປື້ອນ ແລະ ເຕັມໄປດ້ວຍຝຸ່ນ ໃນຊ່ວງເດິກທີ່ຜູ້ໂດຍສານເລີ່ມບາງຕາ ເພື່ອໃຫ້ມຸມກ້ອງຢູ່ໃນລະດັບສາຍຕາດຽວກັນກັບພວກມັນ ໂດຍເຂົາຕ້ອງເຮັດແບບນີ້ຕິດຕໍ່ກັນດົນເຖິງ 5 ຄືນເຕັມໆ.

ຈັງຫວະຊີວິດພຽງ “ເສດສ່ຽວວິນາທີ”

ແຊມ ໄດ້ເລົ່າເຖິງນາທີທອງນັ້ນວ່າ: ປົກກະຕິແລ້ວ ພວກໜູມັກຈະແລ່ນວົນຊອກຫາເສດອາຫານທີ່ຄົນເຮັດຕົກໄວ້, ແຕ່ໂອກາດທີ່ຈະເຫັນພວກມັນເປີດເສິກແຍ່ງຊິງອາຫານກັນນັ້ນ ເກີດຂຶ້ນໄດ້ຍາກຫຼາຍ. ໃນຄືນນັ້ນ ພວກມັນບັງເອີນໄປເຈິເສດເຂົ້າຈີ່ຊິ້ນນ້ອຍໆຊິ້ນດຽວກັນ ການຕໍ່ສູ້ຈຶ່ງເກີດຂຶ້ນ ແລະ ຈົບລົງພາຍໃນເວລາພຽງເສດສ້ຽວວິນາທີເທົ່ານັ້ນ ກ່ອນທີ່ໂຕທີ່ຊະນະຈະຄາບເສດເຂົ້າຈີ່ແລ່ນໜີໄປຢ່າງວ່ອງໄວ.

ສິ່ງເຕືອນໃຈເຖິງ “ສັດປ່າໃນເມືອງໃຫຍ່”

ທາງດ້ານ ເຊີຣ໌ ໄມເຄີລ ດິກສັນ ຜູ້ອຳນວຍການພິພິທະພັນປະຫວັດສາດທຳມະຊາດລອນດອນ (Natural History Museum) ໄດ້ກ່າວຊົມເຊີຍວ່າ: ພຶດຕິກຳຂອງໜູເຫຼົ່ານີ້ ຖືກຫຼໍ່ຫຼອມຂຶ້ນມາຈາກວິຖີຊີວິດປະຈຳວັນຂອງມະນຸດ ທັງລະບົບຄົມມະນາຄົມທີ່ພວກເຮົາໃຊ້ ແລະ ເສດອາຫານພວກເຮົາຖິ້ມຂ້ວາງ.

ພາບນີ້ຈຶ່ງເປັນສິ່ງເຕືອນໃຈຊັ້ນດີວ່າ ເຖິງແມ່ນພວກເຮົາຈະຍ່າງຜ່ານໄປຜ່ານມາຢູ່ທຸກໆວັນ ແຕ່ແທ້ຈິງແລ້ວ ມະນຸດພວກເຮົາມີຄວາມຜູກພັນ ແລະ ເຊື່ອມໂຍງຢ່າງໃກ້ຊິດກັບທຳມະຊາດ ທີ່ຢູ່ໃກ້ຕົວພວກເຮົາພຽງແຕ່ເອື້ອມມື.

ແຫຼ່ງອ້າງອີງ: Natural History Museum, London

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles