ສະຫະພັນບານເຕະນານາຊາດ (FIFA) ໄດ້ເປີດເຜີຍລາຍຊື່ປະເທດ ແລະ ຜູ້ຖືລິຂະສິດຖ່າຍທອດສົດ ມະຫະກຳບານເຕະໂລກ “FIFA World Cup 2026” ຮອບສຸດທ້າຍ ທີ່ຈະຈັດຂຶ້ນຢູ່ປະເທດສະຫະລັດອາເມລິກາ, ເມັກຊິກ ແລະ ການາດາ ລະຫວ່າງວັນທີ 11 ມິຖຸນາ ຫາ 19 ກໍລະກົດ 2026 ນີ້ ປາກົດວ່າ 11 ປະເທດໃນອາຊຽນ ບັນລຸຂໍ້ຕົກລົງຊື້ລິຂະສິດ ໄດ້ຄົບເປັນທີ່ຮຽບຮ້ອຍແລ້ວ.
ຄວາມຄືບໜ້າລ້າສຸດລະບຸວ່າ ປະເທດໄທ ກາຍເປັນປະເທດສຸດທ້າຍໃນພາກພື້ນອາຊຽນ ທີ່ໄດ້ລິຂະສິດຖ່າຍທອດສົດບານໂລກ 2026 ເມື່ອ JAS ໄດ້ປະກາດວ່າ ບັນລຸຂໍ້ຕົກລົງກັບ FIFA ຮຽບຮ້ອຍແລ້ວ ໂດຍຈະມີການຖະແຫຼງຂ່າວຢ່າງເປັນທາງການ ໃນທ່ຽງຂອງວັນທີ 11 ມິຖຸນາ 2026 ນີ້.
ລາຍຊື່ 11 ຊາດອາຊຽນ ແລະ ຜູ້ຖືລິຂະສິດ FIFA World Cup 2026 ຢ່າງເປັນທາງການ:
1. ສປປ ລາວ: ບໍລິສັດ ສະຕາ ໂທລະຄົມ ຈຳກັດ (Unitel Laos – ຮັບຊົມຟຣີ 100% ທຸກນັດຜ່ານ LaoTV)
2. ກຳປູເຈຍ: HANG MEAS VIDEO
3. ອິນໂດເນເຊຍ: TVRI Indonesia
4. ຟີລິບປິນ: Aleph Group
5. ສິງກະໂປ: Mediacorp
6. ຕີມໍ ເລສເຕ: ETO – TELCO
7. ຫວຽດນາມ: VTV – Vietnam Television
8. ມາເລເຊຍ: Total Sports
9. ບຣູໄນ: Radio Television Brunei
10. ມຽນມາ: Mytel
11. ໄທ: JAS (Jasmine International) ຫຼື Monomax.




