ນະຄອນປາກເຊ ແຂວງຈຳປາສັກ ໄດ້ຈັດພິທີວາງສີລາລຶກເພື່ອເລີ່ມກໍ່ສ້າງ “ໂຮງແຮມຝຶກປະຕິບັດ” ແຫ່ງໃໝ່ ໃນວັນທີ 3 ມິຖຸນາ 2026 ທີ່ວິທະຍາໄລປາກເຊ ໂດຍມີຜູ້ແທນຈາກພາກລັດ, ຄູ່ຮ່ວມພັດທະນາສາກົນ ແລະ ອົງການພັດທະນາຕ່າງໆ ເຂົ້າຮ່ວມຢ່າງພ້ອມພຽງ.
ໂຄງການນີ້ເປັນອີກໜຶ່ງກ້າວສຳຄັນໃນການຍົກລະດັບການສຶກສາວິຊາຊີບ ໂດຍເນັ້ນການຮຽນຮູ້ຄວບຄູ່ກັບການຝຶກປະຕິບັດຈິງ ເພື່ອພັດທະນາທັກສະດ້ານການໂຮງແຮມ, ການບໍລິການ, ການທ່ອງທ່ຽວ ແລະ ອາຫານ-ເຄື່ອງດື່ມ ໃຫ້ແກ່ໄວໜຸ່ມລາວ.
ໂຮງແຮມຝຶກປະຕິບັດປາກເຊ ຈະປະກອບດ້ວຍ: ຫ້ອງພັກ 10 ຫ້ອງ
ຫ້ອງອາຫານຄົບວົງຈອນ
ຮ້ານກາເຟ
ຫ້ອງຄົວສຳລັບການສອນ
ຮ້ານເບເກີລີ້
ຫ້ອງປະຊຸມ ແລະ ພື້ນທີ່ຝຶກງານທັນສະໄໝ
ໂຄງການໃຊ້ງົບປະມານປະມານ 2 ລ້ານຢູໂຣ ໂດຍໄດ້ຮັບການສະໜັບສະໜູນຈາກແຜນງານ STAF ພາຍໃຕ້ການຮ່ວມມືຂອງ ກະຊວງສຶກສາທິການ ແລະ ກິລາ, LuxDev, ລັດຖະບານລຸກຊຳບວກ, SDC ແລະ ສະຫະພາບເອີຣົບ
ນອກຈາກຈະເປັນສູນຝຶກອົບຮົມມາດຕະຖານສູງແລ້ວ ໂຄງການນີ້ຍັງຈະສ້າງໂອກາດໃຫ້ນັກສຶກສາໄດ້ຝຶກງານໃນສະພາບການຈິງ ແລະ ຊ່ວຍຜະລິດແຮງງານທີ່ມີຄຸນນະພາບ ຮອງຮັບການເຕີບໂຕຂອງອຸດສາຫະກຳທ່ອງທ່ຽວໃນອະນາຄົດ
ບັນດາຄູ່ຮ່ວມພັດທະນາສາກົນ ເຫັນວ່າ ໂຄງການນີ້ຈະເປັນແຮງຂັບເຄື່ອນສຳຄັນໃນການສ້າງວຽກສ້າງອາຊີບ ແລະ ຍົກລະດັບຂີດຄວາມສາມາດຂອງໄວໜຸ່ມລາວ ໃຫ້ກ້າວທັນຄວາມຕ້ອງການຂອງຕະຫຼາດແຮງງານສະໄໝໃໝ່.
ທີ່ມາ: ວຽງຈັນໃຫມ່




