ກະຊວງສາທາລະນະສຸກ ເຕືອນໃຫ້ຮູ້ທັນ “ໄວຣັສຮັນຕາ” ເຊື້ອຮ້າຍຈາກໜູ ເຖິງພົບໜ້ອຍແຕ່ອັນຕະລາຍເຖິງຊີວິດ!

ສູນຂ່າວສານການແພດສຸຂະສຶກສາ, ກະຊວງສາທາລະນະສຸກ ໄດ້ເຜີຍແຜ່ຂໍ້ມູນເຕືອນໄພກ່ຽວກັບ “ໄວຣັສຮັນຕາ” (Hantavirus) ເຊິ່ງເປັນເຊື້ອໄວຣັສອັນຕະລາຍທີ່ຕິດຕໍ່ມາຈາກສັດຈຳພວກໜູ ພ້ອມທັງເນັ້ນຢ້ຳໃຫ້ປະຊາຊົນຮັບຮູ້ຂໍ້ມູນຢ່າງທັນເວລາ ເພື່ອເຝົ້າລະວັງ ແລະ ປົກປ້ອງຕົນເອງຢ່າງຖືກວິທີ.

​ ໄວຣັສຮັນຕາ ແມ່ນຫຍັງ?

​ໄວຣັສຮັນຕາ ແມ່ນເຊື້ອໄວຣັສທີ່ພົບໄດ້ໃນສັດຈຳພວກໜູ ແລະ ສາມາດແຜ່ເຊື້ອມາສູ່ຄົນໄດ້ ເຖິງແມ່ນວ່າໃນປັດຈຸບັນຈະມີໂອກາດພົບເຫັນໄດ້ໜ້ອຍກໍຕາມ.

​ ຊ່ອງທາງການຕິດຕໍ່ສູ່ຄົນ

​ຄົນເຮົາສາມາດຕິດເຊື້ອໄວຣັສນີ້ໄດ້ໂດຍກົງ ຜ່ານຮູບແບບຕ່າງໆ ດັ່ງນີ້:

• ​ ການສຳຜັດໂດຍກົງ ກັບພວກໜູທີ່ຕິດເຊື້ອ.

• ​ ການສຳຜັດສິ່ງຂັບຖ່າຍ ເປັນຕົ້ນແມ່ນ ປັດສະວະ (ຢ່ຽວ), ອາຈົມ ຫຼື ນ້ຳລາຍ ຂອງໜູທີ່ມີເຊື້ອ.

• ​ ປະຫວັດການລະບາດທີ່ຜ່ານມາ ເຄີຍມີລາຍງານການຕິດເຊື້ອຈາກ ຄົນສູ່ຄົນ ເຊັ່ນດຽວກັນ ແຕ່ຖືວ່າເກີດຂຶ້ນໄດ້ໜ້ອຍທີ່ສຸດ.

​ສະຖິຕິການຕິດເຊື້ອ ແລະ ອັດຕາການເສຍຊີວິດທົ່ວໂລກ

​ໃນແຕ່ລະປີ, ຄາດວ່າມີຜູ້ຕິດເຊື້ອໄວຣັສຮັນຕາທົ່ວໂລກ ລະຫວ່າງ 10,000 ຫາ ຫຼາຍກວ່າ 100,000 ຄົນ. ເຖິງວ່າຈະເປັນໂລກທີ່ເກີດຂຶ້ນໄດ້ໜ້ອຍ, ແຕ່ອັດຕາການເສຍຊີວິດແມ່ນໜ້າເປັນຫ່ວງ:

• ​ ທະວີບອາຊີ ແລະ ເອີຣົບ: ມີອັດຕາການເສຍຊີວິດ ຢູ່ປະມານ ໜ້ອຍກວ່າ 1% ຫາ 15%.

• ​ ທະວີບອາເມລິກາ: ມີຄວາມຮຸນແຮງສູງກວ່າ ເຊິ່ງອັດຕາການເສຍຊີວິດອາດສູງໄດ້ເຖິງ 50%.

​ ວິທີການປ້ອງກັນ ແລະ ເຝົ້າລະວັງ

​“ການຮັບຮູ້ຂໍ້ມູນທັນເວລາ ຄືຫົວໃຈສຳຄັນໃນການປົກປ້ອງຕົນເອງ” ກະຊວງສາທາລະນະສຸກ ໄດ້ແນະນຳໃຫ້ປະຊາຊົນເອົາໃຈໃສ່ຮັກສາອະນາໄມທີ່ຢູ່ວ່ານອາໄສ ດັ່ງນີ້:

1. ​ ອະນາໄມເຮືອນຊານໃຫ້ສະອາດຈົບງາມ, ບໍ່ໃຫ້ເປັນບ່ອນຮົກຮຸງຮັງ.

2. ​ ຈັດເກັບອາຫານ ແລະ ນ້ຳດື່ມໃຫ້ມິດຊິດ ເພື່ອບໍ່ໃຫ້ເປັນແຫຼ່ງອາຫານຂອງໜູ.

3. ​ ຫຼີກເວັ້ນການສຳຜັດກັບໜູ ຫຼື ສິ່ງຂັບຖ່າຍຂອງໜູໂດຍກົງ.

​ ປະຊາຊົນສາມາດຕິດຕາມຂໍ້ມູນຂ່າວສານດ້ານສຸຂະພາບ ແລະ ວິທີການປ້ອງກັນໂລກພະຍາດຕ່າງໆ ຢ່າງຖືກຕ້ອງໄດ້ທີ່ ເຟສບຸກເພຈ໌ (Facebook Page): ສູນຂ່າວສານການແພດສຸຂະສຶກສາ ກະຊວງສາທາລະນະສຸກ.

ທີ່ມາ: ສູນຂ່າວສານການແພດສຸຂະສຶກສາ

​ຮຽບຮຽງໂດຍ: Lao Youth Radio

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles