ລາວ ຈະເປັນເຈົ້າພາບຈັດກອງປະຊຸມ ທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນ 3

ກອງປະຊຸມຄັ້ງປະຖົມມະລຶກຂອງຄະນະກຳມະການຊີ້ນຳລະດັບຊາດ ແລະ ອະນຸກຳມະການ ກະກຽມເປັນເຈົ້າພາບຈັດກອງປະຊຸມທົບທວນ ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM) ໄດ້ໄຂຂຶ້ນຢ່າງເປັນທາງການ ທີ່ໂຮງແຮມສຸພັດຕາ, ນະຄອນຫຼວງວຽງຈັນ.

ກອງປະຊຸມຄັ້ງນີ້ ໃຫ້ກຽດເປັນປະທານໂດຍ ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໃນນາມປະທານຄະນະຊີ້ນຳການເປັນປະທານຂອງ ສປປ ລາວ. ໂດຍມີການເຂົ້າຮ່ວມຈາກຄະນະນຳບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງມະຫາຊົນ, ມະຫາວິທະຍາໄລແຫ່ງຊາດ, ອົງການປົກຄອງນະຄອນຫຼວງວຽງຈັນ, ແຂວງຫຼວງພະບາງ ແລະ ເມືອງອ້ອມຂ້າງ ທີ່ໄດ້ຮັບການແຕ່ງຕັ້ງຕາມຂໍ້ຕົກລົງລະດັບຊາດ.

ທ່ານ ຮອງນາຍົກລັດຖະມົນຕີ ໄດ້ກ່າວເປີດກອງປະຊຸມ ໂດຍເນັ້ນໜັກເຖິງຄວາມໝາຍຄວາມສຳຄັນຂອງການທີ່ ສປປ ລາວ ໄດ້ຮັບກຽດເປັນປະທານ ແລະ ເຈົ້າພາບຈັດກອງປະຊຸມໃຫຍ່ລະດັບໂລກໃນຄັ້ງນີ້ ເຊິ່ງຈະມີຂຶ້ນໃນລະຫວ່າງ ວັນທີ 14 – 18 ກັນຍາ 2026 ທີ່ ນະຄອນຫຼວງວຽງຈັນ ໂດຍມີສາລະສຳຄັນຄື:

ຍົກສູງບົດບາດສາກົນ: ເປັນການສົ່ງເສີມການຈັດຕັ້ງປະຕິບັດສົນທິສັນຍາ CCM ແລະ ສ້າງພາບພົດທີ່ດີເດັ່ນໃຫ້ແກ່ ສປປ ລາວ ໃນເວທີສາກົນ.

ຕ້ອນຮັບຄະນະຜູ້ແທນກວ່າ 900 ທ່ານ: ຄາດວ່າຈະມີຄະນະຜູ້ແທນທາງການຈາກບັນດາປະເທດລັດພາຄີເຂົ້າຮ່ວມຢ່າງຄຶກຄັກ.

ທ່ານປະທານໄດ້ກະຕຸ້ນໃຫ້ທຸກພາກສ່ວນ ແລະ ທົ່ວສັງຄົມຮ່ວມກັນເປັນເຈົ້າພາບທີ່ດີ, ເອົາໃຈໃສ່ປະຕິບັດໜ້າທີ່ຕາມພາລະບົດບາດເພື່ອຮັບປະກັນຄວາມພ້ອມຮອບດ້ານ ແລະ ເຮັດໃຫ້ກອງປະຊຸມປະສົບຜົນສຳເລັດຢ່າງຈົບງາມ.

ໃນກອງປະຊຸມ, ທ່ານ ນາງ ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະទេດ (ທັງເປັນຫົວໜ້າກອງເລຂາ ປະທານຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ) ໄດ້ລາຍງານຄວາມຄືບໜ້າໃນການກະກຽມ ໂດຍສະເພາະແມ່ນ:

ດ້ານເນື້ອໃນ: ການຮ່າງເອກະສານ ແລະ ວາລະຕ່າງໆ ຂອງກອງປະຊຸມ.

ການກຽມແຜນນຳພາຄະນະຜູ້ແທນໄປຢ້ຽມຢາມເບິ່ງການປະຕິບັດງານຕົວຈິງ ໃນການເກັບກູ້ລະເບີດ, ການໂຄສະນາສຶກສາຄວາມສ່ຽງໄພ ແລະ ວຽກງານການຊ່ວຍເຫຼືອຜູ້ເຄາະຮ້າຍຈາກ UXO.

ນອກຈາກນີ້, ບັນດາຜູ້ເຂົ້າຮ່ວມໄດ້ຮ່ວມກັນປຶກສາຫາລື, ກຳນົດໜ້າວຽກລະອຽດ ແລະ ຈັດສັນງົບປະມານໃນແຕ່ລະດ້ານ ເປັນຕົ້ນແມ່ນ: ວຽກງານພິທີການ, ສະຖານທີ່, ພາຫະນະຮັບ-ສົ່ງ, ການຄັດເລືອກອາສາສະໝັກ, ວຽກງານປ້ອງກັນຄວາມສະຫງົບ, ສາທາລະນະສຸກ, ວຽກງານໂຄສະນາຂ່າວສານ, ການຈັດວາງສະແດງ ແລະ ວັດທະນະທຳ.

ສປປ ລາວ ໄດ້ລົງນາມໃນສົນທິສັນຍາ CCM ໃນວັນທີ 3 ທັນວາ 2008, ໃຫ້ສັດຕະຍາບັນໃນວັນທີ 13 ມີນາ 2009 ແລະ ເຄີຍເປັນເຈົ້າພາບຈັດກອງປະຊຸມລັດພາຄີ CCM ຄັ້ງທີ 1 ມາແລ້ວໃນປີ 2010.

ກອງປະຊຸມທົບທວນ (Review Conference) ແມ່ນຈັດຂຶ້ນທຸກໆ 5 ປີ ເພື່ອປະເມີນຜົນ, ເຈລະຈາແຜນງານ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ການຮ່ວມມືສາກົນ.

ການທີ່ ສປປ ລາວ ໄດ້ຮັບຄວາມໄວ້ວາງໃຈໃຫ້ເປັນປະທານ ແລະ ເຈົ້າພາບໃນຄັ້ງນີ້ ຖືເປັນຂີດໝາຍທີ່ສຳຄັນຍິ່ງ ໃນນາມປະເທດທີ່ຍັງຄົງໄດ້ຮັບຜົນກະທົບຈາກລະເບີດລູກຫວ່ານຫຼາຍທີ່ສຸດໃນໂລກ, ເຊິ່ງມີຄວາມໝາຍເລິກເຊິ່ງປຽບເໝືອນ “ການກັບຄືນສູ່ບ້ານ” ຂອງສົນທິສັນຍາສະບັບນີ້.

ທີ່ມາ: ກະຊວງການຕ່າງປະເທດ

​Lao Youth​ Radio​ FM​90​MHz

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles