ລົ້ມວູບບາດດຽວອາດອັນຕະລາຍກວ່າທີ່ຄິດ ມາຮູ້ຈັກ “ພາວະວູບໝົດສະຕິ” ທີ່ທຸກຄົນຄວນລະວັງ

ເຄີຍຫຼືບໍ່? ຢູ່ໆກໍຮູ້ສຶກໜ້າມືດ, ຕາພາງ, ໂລກປິ່ນ ແລ້ວວູບໄປໂດຍບໍ່ຮູ້ຕົວ… ບາງຄົນອາດຄິດວ່າເປັນຍ້ອນອ່ອນເພຍ ຫຼື ນອນບໍ່ພໍ ແຕ່ໃນທາງການແພດແລ້ວ “ພາວະວູບໝົດສະຕິ” ຫຼື Syncopal Attack ແມ່ນສັນຍານເຕືອນທີ່ບໍ່ຄວນເບິ່ງຂ້າມເດັດຂາດ.

ເກີດຫຍັງຂຶ້ນກັບຮ່າງກາຍໃນຕອນທີ່ເຮົາ “ວູບ”?

ພາວະນີ້ຄືການສູນເສຍສະຕິແບບກະທັນຫັນໃນໄລຍະເວລາສັ້ນໆ ⏱️ (ປະມານ 30 ວິນາທີ ເຖິງ 5 ນາທີ) ເຊິ່ງເກີດຈາກ ເລືອດໄປລ້ຽງສະມອງຫຼຸດລົງຊົ່ວຄາວ ເຮັດໃຫ້ສະມອງຂາດອົກຊີເเขน. ແຕ່ຂໍ້ດີຄື ຜູ້ປ່ວຍຈະສາມາດຟື້ນຄືນສະຕິໄດ້ເອງ.

ສັນຍານເຕືອນລ່ວງໜ້າ (ກ່ອນຈະວູບ)

ກ່ອນທີ່ຮ່າງກາຍຈະດັບໄປ ຫຼາຍຄົນມັກມີອາການເຫຼົ່ານີ້ເຕືອນກ່ອນ:

1. ຮູ້ສຶກຫວິວໆ, ມຶນຫົວ, ຊົງຕົວບໍ່ຢູ່

2. ຕາພຮ່າລາຍ, ເຫັນແສງວູບວາບ ຫຼື ຕtມົວ

3. ຄື້ນໄສ້, ຢາກຮາກ

ອາການສະແດງຕອນໝົດສະຕິ: ລົ້ມລົງກັບພື້ນ, ປາຍມືປາຍຕີນເຢັນ, ໃບໜ້າ ແລະ ສົບຊີດ, ເຫື່ອອອກຕາມໜ້າ, ບາງລາຍອາດມີອາການເກັ່ງຊົ່ວຂະນະ ຫຼື ເຖິງຂັ້ນຍ່ຽວ ອາຈົມຊຶມ ເຊິ່ງເມື່ອຟື້ນຂຶ້ນມາແລ້ວຈະຈື່ເຫດການຕອນນັ້ນບໍ່ໄດ້ເລີຍ.

ສ່ອງ 4 ສາເຫດຫຼັກ ທີ່ພາໃຫ້ເກີດອາການວູບ

1. ໂລກຫົວໃຈໂດຍກົງ: ເຊັ່ນ ຫຼອດເລືອດຫົວໃຈຕີບ, ລີ້ນຫົວໃຈຕີບ, ຫົວໃຈເຕັ້ນຜິດຈັງຫວະ ຫຼື ພາວະຫົວໃຈລົ້ມເຫຼວກະທັນຫັນ.

2. ລະບົບປະສາດອັດຕະໂນມັດເຮັດວຽກຜິດປົກກະຕິ: ມັກເກີດໃນສະຖານະການສະເພາະ ເຊັ່ນ:

o ຫຼັງຈາກໄອ, ຈາມ, ຫຼື ເບັ່ງຖ່າຍໜັກ-ເບົາ.

o ຢືນດົນໆ ຢູ່ໃນບ່ອນທີ່ແອອັດ ຫຼື ອາກາດຮ້ອນຈັດ.

o ຢ້ານເຂັມສັກຢາ ຫຼື ການເຈາະເລືອດ.

o ພົບໃນຜູ້ປ່ວຍໂລກຊຳເຮື້ອ ເຊັ່ນ ໂລກເບົາຫວານ, ສະມອງເສື່ອມ.

3. ພາວະສູນເສຍເລືອດ ຫຼື ຂາດນ້ຳຢ່າງຮຸນແຮງ: ເຮັດໃຫ້ຄວາມດັນເລືອດຕົກ.

4. ຜົນຂ້າງຄຽງຈາກຢາບາງຊະນິດ: ໂດຍສະເພາະຢາຫຼຸດຄວາມດັນເລືອດ, ຢາຂັບຍ່ຽວ, ຢາຕ້ານອາການຊຶມເສົ້າ ແລະ ຢາຮັກສາຕ່ອມລູກໝາກ.

ວິທີປະຖົມພະຍາບານເບື້ອງຕົ້ນ ເມື່ອພົບຄົນລົ້ມໝົດສະຕິ

ຖ້າຄົນອ້ອມຂ້າງ ຫຼື ໃກ້ຕົວລົ້ມລົງ ໃຫ້ຮີບເຮັດຕາມຂັ້ນຕອນນີ້ທັນທີ:

1. ຈັດທ່າ: ໃຫ້ຜູ້ປ່ວຍນອນຮາບກັບພື້ນທີ່ສະອາດ ແລະ ປອດໄພ.

2. ເປີດທາງອາກາດ: ຫ້າມໃຫ້ມີຫຼາຍຄົນຢືນອ້ອມເບິ່ງເດັດຂາດ ເພື່ອໃຫ້ອາກາດຖ່າຍເທໄດ້ສະດວກ.

3. ຕຽງ: ງ່ຽງຫົວຜູ້ປ່ວຍໄປທາງຂ້າງ ເພື່ອປ້ອງກັນບໍ່ໃຫ້ລີ້ນຕົກໄປອັດທາງເດີນຫາຍໃຈ.

4. ກວດກາຊ່ອງປາກ: ຖ້າຜູ້ປ່ວຍກຳລັງກິນອາຫານ ຫຼື ມີແຂ້ວປອມ ໃຫ້ໃຊ້ຜ້າອະນາໄມ ເອົາເສດອາຫານອອກ ແລະ ຖອດແຂ້ວປອມອອກ (ຖ້າເຮັດໄດ້).

5. ໂທສາຍດ່ວນ: ຮີບໂທແຈ້ງລົດໂຮງໝໍສຸກເສີນ ຫຼື ນຳສົ່ງໂຮງໝໍທີ່ໃກ້ທີ່ສຸດທັນທີ.

ສະຫຼຸບ: ອາການລົ້ມ ບໍ່ແມ່ນເລື່ອງເລັກນ້ອຍ ຖ້າທ່ານ ຫຼື ຄົນໃກ້ຕົວມີອາການວູບເລື້ອຍໆ ຄວນຟ້າວໄປພົບແພດເພື່ອມາກວດຫົວໃຈ ແລະ ລະບົບປະສາດຢ່າງລະອຽດເດັດຂາດ.

ແຫຼ່ງຂໍ້ມູນອ້າງອີງ: TNN health, Syncopal Attack / Transient loss of consciousness

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles