ມີຄຳຖາມໜຶ່ງ ທີ່ຫຼາຍຄົນອາດບໍ່ເຄີຍຄິດເຖິງ…ໝາກເຜັດ ທີ່ເຮົາກິນທຸກມື້ນີ້ ມັນມີມູນຄ່າຫຼາຍກວ່າທີ່ຄິດ !

ທຸກຄົວເຮືອນໃນລາວ ມີໝາກເຜັດ. ຫຼາຍເມນູອາຫານ ໃນລາວ ໃສ່ໝາກເຜັດ. ຢູ່ທຸກຕະຫຼາດໃນລາວ ມີຂາຍໝາກເຜັດ. ແຕ່ຈາກນີ້ໄປ… ຫຼາຍຕະຫຼາດ ຢູ່ ສປ ຈີນ ແລະ ສ. ເກົາຫຼີ ອາດຈະມີ ໝາກເຜັດລາວ ຂາຍຄືກັນ

ເລື່ອງນີ້ ເລີ່ມຕົ້ນຢູ່ ໂຣມ, ປະເທດອິຕາລີ

ອ້າງອິງຈາກ ໜັງສືພິມ Vientiane Times ໃນປີຜ່ານມາ, ເທິງເວທີການລົງທຶນດ້ານກະສິກຳໂລກ ຂອງອົງການອາຫານ ແລະ ການກະເສດ FAO ທີ່ປະເທດອິຕາລີ, ຕາງໜ້າຈາກປະເທດລາວ ໄດ້ນຳສະເໜີ ໝາກເຜັດລາວ ຕໍ່ສາຍຕານັກລົງທຶນນານາຊາດ ແລ້ວສິ່ງທີ່ຄາດບໍ່ເຖິງ ກໍເກີດຂຶ້ນ…

ນັກລົງທຶນສ່ວນໃຫຍ່ ແມ່ນສົນໃຈຢ່າງຈິງຈັງ ໃນສິນຄ້າທີ່ລາວ ໂດຍສະເພາະ ໝາກເຜັດ ທີ່ມີປູກຢູ່ທຸກແຂວງ ທົ່ວປະເທດ ມາດົນນານແລ້ວ.

ລາວເຮົາ ກຳລັງຈະເຮັດຫຍັງຕໍ່?

ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຮ່ວມກັບ FAO ລາວ ໄດ້ເດີນໜ້າ ສຳຫຼວດລະບົບຕ່ອງໂສ້ມູນຄ່າທັງໝົດ ເລີ່ມຈາກ:

• ກຳລັງການຜະລິດໝາກເຜັດ ຂອງຊາວກະສິກອນ

• ລະບົບຕ່ອງໂສ້ການສະໜອງ

• ໂອກາດການສົ່ງອອກ ໄປ ສປ ຈີນ ແລະ ສ. ເກົາຫຼີ

ນອກຈາກນີ້ ຍັງຈະຈັດ ງານຈັບຄູ່ທຸລະກິດ ເຊື່ອມ ຜູ້ຜະລິດ ແລະ ຜູ້ສົ່ງອອກລາວ ກັບ ນັກລົງທຶນຕ່າງປະເທດ ໂດຍກົງ. ທ່ານ ຈັນທະລາດ ປອງມາລາ, ຕົວແທນຜູ້ຊ່ວຍ FAO ປະຈໍາ ສປປ ລາວ ກ່າວວ່າ: ໂຄງການນີ້ ດໍາເນີນພາຍໃຕ້ໂຄງການ Hand in Hand ຂອງ FAO ແຫ່ງ ສະຫະປະຊາຊາດ, ສ້າງຂຶ້ນບົນຫຼັກຖານ, ບໍ່ແມ່ນສົມມຸດຕິຖານ. ກ່ອນທີ່ພວກເຮົາຈະນຳນັກລົງທຶນມາເຈລະຈາ, ພວກເຮົາຈຳເປັນຕ້ອງເຂົ້າໃຈສະພາບຕົວຈິງໃນພື້ນທີ່ – ການສະໜອງໄດ້ໝາກເຜັດລາວ, ຊ່ອງຫວ່າງຢູ່ໃສ, ແລະ ໂອກາດທີ່ແທ້ຈິງເປັນແນວໃດ. ນັ້ນແມ່ນສິ່ງທີ່ການເກັບກຳຂໍ້ມູນຖືກອອກແບບມາເພື່ອເຮັດ.”

ໝາກເຜັດລາວ ມີດີຫຍັງ?

ປູກໄດ້ ຕະຫຼອດທັງປີ ບໍ່ຂຶ້ນກັບລະດູການ

ມີທ່າກ້າວ ພັດທະນາເປັນ ສິນຄ້າກະສິກຳສະອາດ ຫຼື ກະສິກໍາອິນຊີ ສຳລັບຕະຫຼາດທີ່ໃສ່ໃຈຄຸນນະພາບ

ປູກ ທົ່ວທຸກແຂວງ ໃນປະເທດ ຖານການຜະລິດກວ້າງຂວາງ

ດຣ ໂພມມີ ອິນທິຈັກ ຮອງຫົວໜ້າກົມວາງແຜນ ແລະ ຮ່ວມມື, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ກ່າວໄວ້ວ່າ:”ໝາກເຜັດ ປູກຢູ່ທົ່ວທຸກແຂວງ ແລະ ເປັນສ່ວນໜຶ່ງຂອງຊີວິດປະຈຳວັນຂອງຊຸມຊົນເຮົາຢູ່ແລ້ວ. ສິ່ງທີ່ເຮົາກຳລັງເຮັດ ຄືການເບິ່ງມັນໃນທ່າແຮງໃໝ່, ໃນຖານະເປັນສິນຄ້າທີ່ມີທ່າແຮງທາງການຕະຫຼາດ ສາມາດສ້າງລາຍຮັບ ພັດທະນາຕ່ອງໂສ້ມູນຄ່າ ແລະ ດຶງດູດການລົງທຶນໄດ້”

ແຕ່ຄວາມຈິງເທິງດິນ ບໍ່ໄດ້ສວຍງາມທັງໝົດ

FAO ລາວ ກໍຢືນຢັນຊັດເຈນວ່າ ຕ້ອງເຂົ້າໃຈສະຖານະການຕົວຈິງ ກ່ອນດຶງນັກລົງທຶນ

ສິ່ງທ້າທາຍ ທີ່ຍັງຕ້ອງແກ້ໄຂ ມີດັ່ງນີ້:

ລະບົບຫ້ອງເຢັນ ແລະ ໂຮງງານປຸງແຕ່ງ ຍັງບໍ່ທັນພຽງພໍ ສົ່ງຜົນໃຫ້ການສົ່ງອອກສິນຄ້າທີ່ຜ່ານການປຸງແຕ່ງຍັງຈຳກັດ

ຕົ້ນທຶນການຜະລິດ ສູງ ຂະນະທີ່ຜົນຜະລິດຕໍ່ໄຮ່ ຍັງຕໍ່າ

ສິນຄ້ານຳເຂົ້າລາຄາຖືກ ກຳລັງ ກົດດັນຕະຫຼາດ ພ້ອມກັບລາຄາທີ່ຂາດສະຖຽນລະພາບ

ນ້ຳຖ້ວມ ແລະ ໄພແລ້ງ ຍັງຄົງເປັນຄວາມສ່ຽງ ຕໍ່ການຜະລິດທີ່ສະໝ່ຳສະເໝີ

ສະຫຼຸບ

ໝາກເຜັດ ທີ່ພວກເຮົາ ປູກຢູ່ຫຼັງເຮືອນ ກຳລັງກ້າວສູ່ຕະຫຼາດໂລກ ! ນີ້ບໍ່ແມ່ນຝັນ. ບໍ່ແມ່ນຄຳໝັ້ນສັນຍາລອຍໆ. ແຕ່ມັນພຽງຕ້ອງການໃຊ້ ຂໍ້ມູນ, ການລົງທຶນ ແລະ ການຮ່ວມມືຢ່າງເປັນລະບົບ. ເທື່ອນີ້… ລາວເລີ່ມຈາກຂໍ້ມູນຈິງ ບໍ່ແມ່ນຄາດເດົາ

ຄຳເຫັນຂອງທ່ານ:

ຖ້າລາວສາມາດສົ່ງອອກສິນຄ້າກະສິກຳໃຫ້ດັງໃນຕະຫຼາດໂລກໄດ້ 1 ຢ່າງ — ທ່ານຢາກໃຫ້ເປັນຫຍັງ?

ໝາກເຜັດ | ກາເຟ | ສະໝຸນໄພ | ຊາ | ໝາກໄມ້

ລອງບອກກັນເຂົ້າມາລອງເບິ່ງ

ຮູບ FAO

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles