ຫວຽດນາມກຳລັງກ້າວໄປຂ້າງໜ້າ ດ້ວຍໂຄງການລົດໄຟຄວາມໄວສູງ ສາຍທຳອິດລະຫວ່າງເຂດ ຈາກນະຄອນຫຼວງຮ່າໂນຍ ໄປ ຮ່າລ່ອງເບ ໄລຍະທາງ 120 ກິໂລແມັດ ໂດຍໃຊ້ເວລາພຽງ 23 ນາທີ ເທົ່ານັ້ນ! ປະຈຸບັນໄລຍະທາງດຽວກັນໃຊ້ເວລາເຖິງ 2.5 ຊົ່ວໂມງ ຖ້າເດີນທາງໂດຍລົດ ຊຶ່ງໝາຍຄວາມວ່າ ໄວກວ່າເກົ່າເຖິງ 7 ເທົ່າ!
ໂຄງການນີ້ລົງທຶນໂດຍກຸ່ມ VinSpeed ຂອງ Vingroup ມູນຄ່າກວ່າ 5.59 ພັນລ້ານໂດລາສະຫະລັດ ໂດຍບໍ່ໄດ້ໃຊ້ງົບລັດ ຍົກເວັ້ນຄ່າເງິນຊົດເຊີຍທີ່ດິນ. ລົດໄຟໃຊ້ເຕັກໂນໂລຊີ EMU ຈາກ Siemens ເຢຍລະມັນ ດ້ວຍຄວາມໄວສູງສຸດ 350 ກິໂລແມັດ/ຊົ່ວໂມງ ຜ່ານ 4 ເມືອງ/ແຂວງ ໂດຍຈະຜ່ານຈຸດທ່ອງທ່ຽວທາງມໍລະດົກ ເຊັ່ນ ໂຄໂລ, ບ໋າກນິນ, ເຢີນຕຸ ແລະ ຮ່າລ່ອງ.
ຄາດວ່າໂຄງການຈະ ສຳເລັດທ້າຍປີ 2028 ແລະຖ້າເປັນເຊັ່ນນັ້ນກໍ່ຈະກາຍເປັນທາງລົດໄຟຄວາມໄວສູງລະຫວ່າງເຂດ ສາຍທຳອິດໃນຮ່າໂນຍ, ຊຶ່ງຖ້າເປັນໄດ້ ຈະຍາດເອົາຄວາມສົນໃຈຈາກນັກທ່ອງທ່ຽວທົ່ວໂລກ ລວມທັງຄົນລາວ ທີ່ຢາກໄປຊົມຄວາມງາມຂອງ ອ່າວຮາລອງ UNESCO ໄດ້ງ່າຍ ແລະໄວຂຶ້ນກວ່າເກົ່າ!
ທີ່ມາ: VNExpress
Lao Youth Radio


