ນະຄອນຫລວງວຽງຈັນ ເດີນໜ້າໂຄງການໃຫຍ່! ກຽມສ້າງທາງເບຕົງເສີມເຫຼັກ 93.14 ກິໂລແມັດ ພ້ອມປ້ອງກັນຕາຝັ່ງເຈື່ອນແຄມນ້ຳຂອງ

ພິທີເຊັນສັນຍາໂຄງການກໍ່ສ້າງເສັ້ນທາງເບຕົງເສີມເຫຼັກ ແລະ ໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນແຄມນ້ຳຂອງ ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 7 ພຶດສະພາ 2026 ທີ່ໂຮງແຮມ ສຸພັດຕາ ວຽງຈັນ ທ່າມກາງການເຂົ້າຮ່ວມຂອງບັນດາພາກສ່ວນທີ່ກ່ຽວຂ້ອງ ທັງພາກລັດ ແລະ ເອກະຊົນ.

ພິທີດັ່ງກ່າວ ໄດ້ຮັບກຽດຈາກ ທ່ານ ສີລິລາດທົງສີນ ທອງເພັງ ປະທານຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ ເປັນປະທານໃນພິທີ ໂດຍມີ ທ່ານ ບຸນຍະວັດ ນິຣະໄຊ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ, ບັນດາຜູ້ອຳນວຍການໃຫຍ່, ປະທານບໍລິສັດ, ແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ກຽມສ້າງຖະໜົນເບຕົງ 15 ໂຄງການ ຄວາມຍາວກວ່າ 93 ກິໂລແມັດ

ສຳລັບໂຄງການກໍ່ສ້າງເສັ້ນທາງເບຕົງເສີມເຫຼັກ ຈະດຳເນີນໃນຫຼາຍເຂດສຳຄັນຂອງນະຄອນຫຼວງວຽງຈັນ ປະກອບມີ:

ເມືອງຈັນທະບູລີ

ເມືອງໄຊເສດຖາ

ເມືອງໄຊທານີ

ເມືອງສີໂຄດຕະບອງ

ເມືອງນາຊາຍທອງ

ເມືອງຫາດຊາຍຟອງ

ເມືອງປາກງື່ມ

ລວມທັງໝົດ 15 ໂຄງການ ມີຄວາມຍາວຮວມ 93.14 ກິໂລແມັດ ເຊິ່ງຖືເປັນໜຶ່ງໃນໂຄງການພັດທະນາໂຄງລ່າງຂະໜາດໃຫຍ່ ຂອງນະຄອນຫຼວງວຽງຈັນ ໃນປີ 2026 ນີ້.

ໂຄງການດັ່ງກ່າວ ມີເປົ້າໝາຍຫຼັກໃນການປັບປຸງລະບົບຄົມມະນາຄົມໃຫ້ທັນສະໄໝ, ຊ່ວຍຫຼຸດບັນຫາຖະໜົນເປ່ເພ, ອຳນວຍຄວາມສະດວກໃນການສັນຈອນ ແລະ ສົ່ງເສີມການຂະຫຍາຍຕົວດ້ານເສດຖະກິດ ແລະ ຊຸມຊົນເມືອງໃຫ້ດີຂຶ້ນ.

ສ້າງໂຄງການປ້ອງກັນຕາຝັ່ງເຈື່ອນ 4 ໂຄງການ

ນອກຈາກວຽກງານກໍ່ສ້າງຖະໜົນແລ້ວ ຍັງມີໂຄງການປ້ອງກັນຕາຝັ່ງເຈື່ອນແຄມນ້ຳຂອງ ຈຳນວນ 4 ໂຄງການ ຢູ່ໃນເຂດ:

ບ້ານອ່າງໃຫຍ່ ເມືອງສີໂຄດຕະບອງ

ບ້ານຖີ່ນເພຍ – ບ້ານທ່າແຂກ ເມືອງຫາດຊາຍຟອງ

ມີຄວາມຍາວລວມ 3.76 ກິໂລແມັດ ເພື່ອປ້ອງກັນການເຈື່ອນຂອງຕາຝັ່ງ, ຮັບມືກັບບັນຫານ້ຳກັດເຊາະ ແລະ ຫຼຸດຜົນກະທົບຈາກໄພພິບັດທາງທຳມະຊາດ. ໂຄງການນີ້ ຈະມີສ່ວນສຳຄັນໃນການຮັກສາເນື້ອທີ່ການຜະລິດ, ເຮືອນຊານ ແລະ ຊີວິດຂອງປະຊາຊົນ ທີ່ອາໄສຢູ່ຕາມແນວແຄມນ້ຳຂອງ

ຮ່ວມລົງນາມກັບ 5 ບໍລິສັດໃຫຍ່

ການເຊັນສັນຍາໃນຄັ້ງນີ້ ເປັນການຮ່ວມມືລະຫວ່າງ ພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ ກັບ 5 ບໍລິສັດເອກະຊົນ ປະກອບມີ:

ບໍລິສັດ PSL ກໍ່ສ້າງຄົບວົງຈອນ ຈຳກັດຜູ້ດຽວ

ບໍລິສັດ ເຮືອງຈະເລີນກໍ່ສ້າງຄົບວົງຈອນ ແລະ ຂາເຂົ້າ-ຂາອອກ ຈຳກັດຜູ້ດຽວ

ບໍລິສັດ ໄຊຈະເລີນຊັບ ກໍ່ສ້າງສ້ອມແປງເຄຫາສະຖານ ຈຳກັດຜູ້ດຽວ

ບໍລິສັດ ວຽງວອນ ຈຳກັດຜູ້ດຽວ

ບໍລິສັດ ດາວພວນ ຈຳກັດຜູ້ດຽວ

ທຸກບໍລິສັດຈະຮ່ວມກັນດຳເນີນວຽກງານກໍ່ສ້າງ ໃຫ້ສຳເລັດຕາມແຜນທີ່ກຳນົດໄວ້

ໂຄງການບຸລິມະສິດ ຍົກລະດັບນະຄອນຫຼວງ

ສຳລັບ 2 ໂຄງການໃຫຍ່ນີ້ ຖືເປັນບຸລິມະສິດຂອງລັດຖະບານ ໃນການພັດທະນາໂຄງລ່າງຂອງນະຄອນຫຼວງ ໂດຍມີເປົ້າໝາຍເພື່ອ:

ອຳນວຍຄວາມສະດວກການສັນຈອນ

ຍົກລະດັບຖະໜົນໃຫ້ໄດ້ມາດຕະຖານ

ປ້ອງກັນການເຈື່ອນຂອງຕາຝັ່ງ

ຫຼຸດຜົນກະທົບຈາກໄພພິບັດ

ສ້າງຄວາມໝັ້ນຄົງໃຫ້ເນື້ອທີ່ການຜະລິດ ແລະ ທີ່ຢູ່ອາໄສ

ປັບປຸງພູມທັດນະຄອນຫຼວງໃຫ້ທັນສະໄໝ

ທີ່ມາ: ປະຊາຊົນ

Lao Youth Radio

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles