ວັນທີ 8 ພຶດສະພາ ແມ່ນວັນກາແດງ ແລະ ຊີກວົງເດືອນແດງສາກົນ ຄົບຮອບ 163 ປີ (1863– 2026)

ວັນທີ 8 ພຶດສະພາ ວັນກາແດງ ແລະ ຊີກວົງເດືອນແດງສາກົນ ເຊິ່ງໃນແຕ່ລະປີ ທົ່ວໂລກ ໄດ້ພ້ອມກັນສະເຫລີມສະຫລອງ ວັນສຳຄັນດັ່ງກ່າວ ເພື່ອສະຫລອງຄວາມເປັນເອກະພາບ, ຄວາມສາມັກຄີຂອງອົງການ ໃນວຽກງານມະນຸດສະທໍາ ແລະ​ ວັນທີ 8 ພຶດສະພາ ແມ່ນວັນຄ້າຍວັນເກີດຂອງ ທ່ານ ອັງຣີ ດຸຍນັງ (Henry Dunant) ຜູ້ກໍ່ຕັ້ງຂະບວນການກາແດງສາກົນ. ຈາກປະສົບການທີ່ທ່ານໄດ້ພົບເຫັນຄວາມທຸກທໍລະມານຂອງທະຫານໃນສະໜາມຮົບໂຊນເຟຣີໂນ ໃນປີ 1859, ໄດ້ນໍາໄປສູ່ການກໍ່ຕັ້ງ ຄະນະກຳມະການກາແດງສາກົນ (ICRC) ໃນປີ 1863 ແລະ ກາຍເປັນຈຸດເລີ່ມຕົ້ນຂອງຂະບວນການມະນຸດສະທຳສາກົນ.

ເຊິ່ງແຕ່ລະປີຈະມີຫົວຂໍ້ສໍາຄັນ ຫລື ຄໍາຂວັນປຸກລະດົມນໍ້າໃຈ ຂອງນັກເຄື່ອນໄຫວມະນຸດສະທໍາ, ເຊິ່ງປີນີ້ພາຍໃຕ້ຄຳຂວັນ “ຮ່ວມແຮງຮ່ວມໃຈ ເພື່ອມະນຸດສະທຳ” (United In Humanity) ເພື່ອເປັນການຢໍ້າເຕືອນເຖິງສັດຕະຍາບັນ ອັນຍືນນຍົງຂອງຂະບວນການກາແດງ ແລະ ວົງເດືອນແດງສາກົນ ທີ່ຕ້ອງການຮັກສາກຽດສັກສີຂອງມະນຸດ, ບັນເທົາຄວາມທຸກ ແລະ ຂະຫຍາຍການຊ່ວຍເຫຼືອປະຊາຊົນທີ່ກຳລັງປະເຊີນກັບສະຖານະການຮ້າຍແຮງ ໂດຍສະເພາະແມ່ນປະຊາຊົນຢູ່ເຂດຫ່າງໄກສອກຫຼີກ ແລະ ເຂົ້າເຖິງຫຍຸ້ງຍາກ.

ໃນໄລຍະ 1 ສະຕະວັດເຄິ່ງທີ່ຜ່ານມາ ຈົນມາຮອດປັດຈຸບັນ ທົ່ວໂລກ ມີສະພາກາແດງ ແລະ ຊີກວົງເດືອນແດງແຫ່ງຊາດ ຫຼາຍກວ່າ 190 ປະເທດ ແລະ ໄດ້ເຄື່ອນໄຫວຕາມ 7 ຫລັກການພື້ນຖານ ຄື: ມະນຸດສະທໍາ, ທ່ຽງທໍາ, ເປັນກາງ, ເປັນເອກະລາດ, ສະໝັກໃຈ, ເປັນເອກະພາບ ແລະ ນໍ້າໃຈສາກົນ.

ສຳລັບອົງການກາແດງແຫ່ງຊາດລາວ ສ້າງຕັ້ງຂຶ້ນໃນວັນທີ 1 ມັງກອນ 1955 ແລະ ເຂົ້າເປັນສະມາຊິກ ສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ ໃນວັນທີ 25 ຕຸລາ 1957 ເປັນອົງການຈັດຕັ້ງທາງສັງຄົມ ທີ່ເຄື່ອນໄຫວວຽກງານມະນຸດສະທໍາ ຢ່າງເປັນເອກະລາດ ພາຍໃຕ້ລັດຖະທໍາມະນູນ, ກົດໝາຍ ແລະ 7 ຫລັກການພື້ນຖານ, ມີຖານະເທົ່າກັບອົງການຈັດຕັ້ງລັດ ແລະ ອົງການຈັດຕັ້ງສັງຄົມອື່ນໆ ເຊິ່ງລວມມີ 9 ວຽກງານສໍາຄັນ ຄື: ການຊ່ວຍເຫລືອບັນເທົາທຸກເບື້ອງຕົ້ນ; ການປຸກລະດົມຂົນຂວາຍບໍລິຈາກເລືອດ ແລະ ສະໜອງເລືອດທີ່ປອດໄພ; ການສົ່ງເສີມສຸຂະພາບຂັ້ນພຶ້ນຖານ; ການປະຖົມພະຍາບານ; ການກູ້ໄພສຸກເສີນ; ການໂຄສະນາຂົນຂວາຍແຫລ່ງທຶນ; ການສ້າງສະມາຊິກ ແລະ ອາສາສະໝັກກາແດງ; ການສືບທາວຫາຍາດພີ່ນ້ອງ; ການພົວພັນ ແລະ ການຮ່ວມມືສາກົນ.

ສຳລັບວັນທີ 06 ພຶດສະພາ 2026 ທີ່ຜ່ານມາ, ອົງການກາແດງແຫ່ງຊາດລາວໄດ້ຈັດກິດຈະກຳບໍລິຈາກເລືອດຢູ່ສູນການຄ້າ ລາວ-ໄອເຕັກ ໄດ້ເລືອດຈາກການໃຫ້ດ້ວຍນ້ຳໃຈ ທັງໝົດ 201ຖົງ ຊຶ່ງໄດ້ສະທ້ອນໃຫ້ເຫັນເຖິງຈິດໃຈແຫ່ງການແບ່ງປັນ, ຄວາມເຫັນອົກເຫັນໃຈຜູ້ອື່ນ ແລະ ຄວາມສາມັກຄີໃນສັງຄົມ.

Lao Youth​ ​Radio​ ​FM​90​MHz

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles