ເຄີຍສົງໄສບໍ່ວ່າ… ເປັນຫຍັງແຂ້ວຂອງນ້ອງໝາ ແລະ ນ້ອງແມວ ຈຶ່ງມີລັກສະນະແຫຼມຄົມຄືກັບໃບມີດ? ໃນຂະນະທີ່ແຂ້ວຂອງຄົນເຮົາພັດມີລັກສະນະພຽງ ແລະ ໃຊ້ໄວ້ບົດຄ້ຽວ. ວິທະຍາສາດມີຄຳຕອບທີ່ໜ້າອັດສະຈັນກ່ຽວກັບ “ວິວັດທະນາການ” ທີ່ແຕກຕ່າງກັນນີ້.
“ນັກລ່າ” vs “ນັກກິນ”
ເຫດຜົນຫຼັກທີ່ສຸດແມ່ນ “ອາຫານ”.
1. ໝາ ແລະ ແມວ: ແມ່ນສັດກິນຊີ້ນ. ແຂ້ວຂອງພວກເຂົາຖືກອອກແບບມາເພື່ອ “ຈີກ ແລະ ຕັດ”. ແຂ້ວທີ່ຍາວ ແລະ ແຫຼມ ມີໄວ້ເພື່ອຈັບເຫຍື່ອ ສ່ວນແຂ້ວກາມ ຈະເຮັດໜ້າທີ່ຄືກັບມີດຕັດ ທີ່ໃຊ້ຕັດຊີ້ນ ແລະ ກະດູກໃຫ້ຂາດອອກຈາກກັນ. ພວກເຂົາບໍ່ຈຳເປັນຕ້ອງບົດອາຫານໃຫ້ລະອຽດກ່ອນກືນ.
2. ຄົນເຮົາ: ແມ່ນສັດທີ່ກິນທັງພືດ ແລະ ຊີ້ນ. ເຮົາຈຳເປັນຕ້ອງມີແຂ້ວກາມທີ່ໜ້າພຽງ ເພື່ອໃຊ້ໃນການ “ບົດ” ພືດ, ຜັກ ແລະ ເມັດພັນຕ່າງໆ ໃຫ້ລະອຽດເພື່ອໃຫ້ລະບົບຍ່ອຍອາຫານເຮັດວຽກໄດ້ງ່າຍ.
ເອນໄຊ (Enzymes) ໃນນ້ຳລາຍທີ່ແຕກຕ່າງກັນ
1. ຄົນເຮົາເລີ່ມຂະບວນການຍ່ອຍອາຫານຕັ້ງແຕ່ຢູ່ໃນປາກ ໂດຍການຄ້ຽວເພື່ອປະສົມກັບເອນໄຊ Amylase ທີ່ຊ່ວຍຍ່ອຍແປ້ງ.
2. ແຕ່ສຳລັບໝາ ແລະ ແມວ ນ້ຳລາຍຂອງພວກມັນບໍ່ມີເອນໄຊຍ່ອຍແປ້ງໃນປາກ. ໜ້າທີ່ຂອງປາກມີພຽງແຕ່ “ກັດ-ຈີກ-ກືນ” ແລ້ວສົ່ງຕໍ່ໃຫ້ກະເພາະອາຫານທີ່ມີກົດເຂັ້ມຂຸ້ນສູງເຮັດໜ້າທີ່ຍ່ອຍແທນ. ດັ່ງນັ້ນ, ວິວັດທະນາການຈຶ່ງບໍ່ຈຳເປັນຕ້ອງສ້າງແຂ້ວທີ່ໃຊ້ໄວ້ຄ້ຽວຄືກັບຄົນ.
ໂຄງສ້າງຄາງກັດ
1. ຄາງຂອງຄົນເຮົາສາມາດເຄື່ອນທີ່ໄດ້ທັງ ຂຶ້ນ-ລົງ ແລະ ຊ້າຍ-ຂວາ ເພື່ອບົດອາຫານ.
2. ສ່ວນຄາງຂອງໝາ ແລະ ແມວ ເຄື່ອນທີ່ໄດ້ພຽງແຕ່ ຂຶ້ນ-ລົງ ຄືກັບມີດຕັດເທົ່ານັ້ນ. ການເຄື່ອນທີ່ແບບນີ້ເຮັດໃຫ້ພວກເຂົາສາມາດກັດລົງດ້ວຍແຮງມະຫາສານ ແຕ່ບໍ່ສາມາດ “ບົດ” ອາຫານແບບເຮົາໄດ້.
ສະຫຼຸບແລ້ວ:
ການທີ່ນ້ອງໝາ ແລະ ນ້ອງແມວ ບໍ່ມີວິວັດທະນາການມີແຂ້ວຄືຄົນ ກໍເພາະວ່າພວກເຂົາຄື “ສຸດຍອດນັກລ່າ” ທີ່ທຳມະຊາດປັບແຕ່ງມາໃຫ້ເໝາະສົມກັບການກິນຊີ້ນຢ່າງມີປະສິດທິພາບສູງສຸດນັ້ນເອງ ລອງສັງເກດເບິ່ງແຂ້ວນ້ອງໆຢູ່ເຮືອນເດີ້ ວ່າຄົມຊຳໃດ.
ແຫຼ່ງອ້າງອີງ:
• National Geographic
• Smithsonian Institution
• ScienceDirect (Journal of Veterinary Dentistry)


