ແອັບພິເຄເຊິນ MOF Land Tax ເປັນແອັບພິເຄເຊິນ ທີ່ເຮົາໃຊ້ລົງທະບຽນຕອນດິນ ທີ່ເຮົາມີຄອບຄອງ ບໍ່ວ່າຈະເປັນດິນທີ່ອອກໃບຕາດິນຂອບທອງ ຫຼື ດິນທີ່ອອກໃບນຳໃຊ້ ແມ່ນທ່ານສາມາດລົງທະບຽນເພື່ອນຳເອົາຂໍ້ມູນຕອນດິນເຂົ້າໃນລະບົບ ໄດ້ດ້ວຍຕົນເອງ ໂດຍຂັ້ນຕອນດັ່ງນີ້:
ຂັ້ນຕອນທີ 1: ດາວໂຫຼດແອັບ ແລະ ຕິດຕັ້ງແອັບ MOF Land Tax ເຊິ່ງໄດ້ ທັງລະບົບ Android ແລະ iOS.
ຂັ້ນຕອນທີ 2: ສະໝັກສະມາຊິກ ກົດປຸ່ມລົງທະບຽນ, ປ້ອນເບີໂທລະສັບ ແລະ ຕັ້ງລະຫັດຜ່ານຂອງທ່ານ.
ຂັ້ນຕອນທີ 3: ເພີ່ມຂໍ້ມູນຕອນດິນ ເຊິ່ງທ່ານສາມາດເພີ່ມໄດ້ຫຼາຍຕອນດິນໃນ User ດຽວ ໂດຍຕ້ອງກຽມຂໍ້ມູນດັ່ງນີ້:
ລະບຸທີ່ຢູ່ຕອນດິນ (ບ້ານ, ເມືອງ, ແຂວງ).
ປັກໝຸດພິກັດທີ່ຕັ້ງຕອນດິນ (Location) ເທິງແຜນທີ່.
ປ້ອນເລກທີແຜນທີ່ ແລະ ເລກທີຕອນດິນ.
ສຳຄັນ ຖ່າຍຮູບໃບຕາດິນ ຫຼື ເອກະສານຢັ້ນຢືນສິດນໍາໃຊ້ທີ່ດິນ, ໃບຮັບເງິນເສຍອາກອນທີ່ດິນປີຫຼ້າສຸດໃຫ້ຊັດເຈນ ແລ້ວກົດສົ່ງຄຳຮ້ອງ.
ຫຼັງຈາກນັ້ນ ພຽງແຕ່ລໍຖ້າເຈົ້າໜ້າທີ່ສ່ວຍສາອາກອນປະຈໍາເມືອງທີ່ຕອນດິນຕັ້ງຢູ່ ກວດກາຄວາມຖືກຕ້ອງຂອງຂໍ້ມູນ ແລະ ກົດຢືນຢັນຕອນດິນດັ່ງກ່າວເຂົ້າໃນລະບົບ ແລະ ລະບົບຈະສົ່ງ ຂໍ້ຄວາມຕອບກັບໄປຫາມືຖືຂອງເຈົ້າຂອງຕອນດິນທີ່ລົງທະບຽນ, ຈຶ່ງຖືວ່າເປັນການລົງທະບຽນຕອນດິນເຂົ້າລະບົບ ສຳເລັດສົມບູນ.
(ກໍລະນີຂໍ້ມູນບໍ່ຄົບຖ້ວນ ຫຼື ບໍ່ຖືກຕ້ອງ ແມ່ນຈະຖືກປະຕິເສດໄດ້)
ພາຍຫຼັງລົງທະບຽນສຳເລັດ ແລະ ໄດ້ຮັບການອະນຸມັດຈາກເຈົ້າໜ້າ ທີ່ສ່ວຍສາອາກອນປະຈຳເມືອງທີ່ອາໄສຢູ່ ແລ້ວ ທ່ານກໍ່ສາມາດເຂົ້າໄປເສຍອາກອນທີ່ດິນ ໄດ້ນຳແອັບພິເຄເຊິນທະນາຄານທີ່ເຂົ້າຮ່ວມໂຄງການໄດ້ ເຊັ່ນ: ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (BCEL); ທະນາຄານພັດທະນາລາວ (LDB); ທະນາຄານຮ່ວມພັດທະນາ (JDB); ທະນາຄານເອັສທີ (STB); ທະນາຄານສົ່ງເສີມກະສິກໍາ (APB); ທະນາຄານລາວ-ຫວຽດ (Lao-Viet bank).
ຕົວຢ່າງ: ເມື່ອເຮົາຕ້ອງການຊໍາລະຜ່ານ BCEL one ທ່ານກົດເຂົ້າໄປທີ່ ແອັບ BCEL one ເລື່ອນໄປຫາ ຊໍາລະພາສີ-ອາກອນ, ແລ້ວກົດເຂົ້າທີ່ພາສີທີ່ດິນ, ຈາກນັ້ນ ພິມເລກທີແຜນທີ່ຕາດິນ ແລະ ເລກທີຕອນດິນໃສ່ ແລ້ວກົດຕໍ່ໄປ ກົດເລືອກແຂວງ ແລະເມືອງ ໃຫ້ກົງກັບທີ່ຕັ້ງຕອນດິນໃນເອກະສານ ກົດຕໍ່ໄປ ກໍ່ຈະຂຶ້ນຂໍ້ມູນຕອນດິນ ພ້ອມທັງ ແຕ່ລະ ສົກປີທີ່ທ່ານຈະຕ້ອງໄດ້ຊໍາລະ ຈາກນັ້ນກົດເຂົ້າໄປທີ່ປີທີ່ທ່ານຕ້ອງການຊໍາລະ ແລ້ວກົດເພື່ອຢືນຢັນການຊໍາລະເງິນ.
ເທົ່ານີ້ກໍຖືວ່າຊໍາລະອາກອນທີ່ດິນສຳເລັດແລ້ວ.
ທີ່ມາ: ກະຊວງການເງິນ


