ສະຫວັນນະເຂດ ເດີນໜ້າຢອດວັກຊິນໂປລີໂອ ເດັກລຸ່ມ 5 ປີ ຮັບວັກຊິນແລ້ວກວ່າ 118,000 ກໍລະນີ

ການຢອດວັກຊິນໂປລີໂອ ຫຼື ພະຍາດເປ້ຍລ່ອຍ ຖືເປັນມາດຕະການສຳຄັນ ໃນການກຳຈັດລຶບລ້າງພະຍາດໃຫ້ໝົດໄປຈາກຊຸມຊົນ. ທ່ານ ຕຽງຄຳ ປ້ອງວົງສາ ຮອງຫົວໜ້າພະແນກສາທາລະນະສຸກແຂວງສະຫວັນນະເຂດ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 6 ພຶດສະພາ 2026 ກ່ຽວກັບຄວາມຄືບໜ້າການຢອດວັກຊິນໂປລີໂອພາຍໃນແຂວງ.

ທ່ານ ຕຽງຄຳ ກ່າວວ່າ: ພະແນກສາທາລະນະສຸກແຂວງ ໄດ້ຈັດຕັ້ງການຢອດວັກຊິນໃຫ້ເດັກນ້ອຍລຸ່ມ 5 ປີ ນັບແຕ່ວັນທີ 27 ເມສາ ຫາ 10 ພຶດສະພາ 2026. ປັດຈຸບັນ ມີເດັກກຸ່ມເປົ້າໝາຍມາຮັບການຢອດວັກຊິນແລ້ວ 118,158 ກໍລະນີ, ຄອບຄຸມ 2,032 ບ້ານ ແລະ ມີຈຸດຢອດວັກຊິນຈຳນວນ 2,126 ຈຸດ ທົ່ວ 14 ເມືອງ ແລະ 1 ນະຄອນ ຂອງແຂວງ.

ຈາກການຕິດຕາມຜົນການດຳເນີນງານ ມາຮອດວັນທີ 4 ພຶດສະພາ 2026 ພົບວ່າ ການຢອດວັກຊິນຮອບທີ 2 ມີຄວາມຄືບໜ້າໄວກວ່າຮອບທຳອິດ ແລະ ບັນລຸໄດ້ 81.9% ຂອງແຜນການ. ໃນນັ້ນ ເມືອງສອງຄອນ ເປັນເຂດທີ່ມີຄວາມຄືບໜ້າສູງ ຂະນະທີ່ເມືອງອື່ນໆ ກໍກຳລັງເລັ່ງປະຕິບັດ ໂດຍເຊື່ອໝັ້ນວ່າຈະບັນລຸຕາມເປົ້າໝາຍພາຍໃນວັນທີ 10 ພຶດສະພານີ້.

ສຳລັບການກະກຽມຄວາມພ້ອມ ທາງພະແນກສາທາລະນະສຸກ ໄດ້ມີການກະກຽມວັກຊິນ, ບຸກຄະລາກອນຂັ້ນແຂວງ, ເມືອງ, ສຸກສາລາ ແລະ ຊຸມຊົນ ພ້ອມທັງສືບຕໍ່ບົດຮຽນຈາກຮອບທີ 1 ເພື່ອໃຫ້ການໂຕ້ຕອບຕໍ່ການລະບາດເຮັດໄດ້ຢ່າງທັນເວລາ. ຜ່ານມາຍັງບໍ່ພົບບັນຫາກ່ຽວກັບວັກຊິນ ແລະ ມີວັກຊິນພຽງພໍໃນການນຳໃຊ້.

ຢ່າງໃດກໍຕາມ ການດຳເນີນງານຍັງປະເຊີນບາງສິ່ງທ້າທາຍ ເຊັ່ນ: ວິກິດລາຄານໍ້າມັນ, ສະພາບເສັ້ນທາງຄົມມະນາຄົມທີ່ຫຍຸ້ງຍາກ, ພາຫະນະ ແລະ ອຸປະກອນຍັງຈຳກັດ ລວມທັງເດັກບາງກຸ່ມຕ້ອງໄປຊ່ວຍຜູ້ປົກຄອງໃນລະດູຜະລິດ ເຮັດໃຫ້ການເຂົ້າເຖິງບາງພື້ນທີ່ຍັງບໍ່ທົ່ວເຖິງ.

ທ້າຍນີ້ ພະແນກສາທາລະນະສຸກແຂວງ ໄດ້ຮຽກຮ້ອງໃຫ້ອຳນາດການປົກຄອງ ແລະ ປະຊາຊົນ ຊ່ວຍກັນນຳລູກ-ຫຼານ ມາຮັບການຢອດວັກຊິນ ເພາະການຢອດວັກຊິນໂປລີໂອ ແມ່ນມາດຕະການສຳຄັນ ໃນການກຳຈັດລຶບລ້າງພະຍາດໂປລີໂອໃຫ້ໝົດໄປຈາກຊຸມຊົນ.

ທີ່ມາ: ປະຊາຊົນ

Lao Youth Radio

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles