ສຸ່ມກວດຜັກ-ໝາກໄມ້ 200 ຕົວຢ່າງ ພົບສານຕົກຄ້າງ 98 ຕົວຢ່າງ ແຕ່ຍັງປອດໄພ ນະຄອນຫຼວງວຽງຈັນ, ວັນທີ 6 ພຶດສະພາ 2026 ກົມປູກຝັງ ຮ່ວມກັບ ພະແນກກະສິກຳ ແລະ ສິ່ງແວດລ້ອມ ນວ, ຫ້ອງການກະສິກຳ ເມືອງສີໂຄດຕະບອງ ແລະ ຄະນະບໍລິຫານຕະຫຼາດລາວ-ອົດຊີ ໄດ້ຮ່ວມກວດສອບສານພິດຕົກຄ້າງໃນຜັກ ແລະ ໝາກໄມ້ ທີ່ວາງຂາຍພາຍໃນຕະຫຼາດ ເພື່ອຢືນຢັນຄຸນນະພາບ ແລະ ສ້າງຄວາມເຊື່ອໝັ້ນໃຫ້ຜູ້ບໍລິໂພກ
ຜົນການສຸ່ມກວດກວ່າ 200 ຕົວຢ່າງ ພົບວ່າ 98 ຕົວຢ່າງ ມີສານພິດຕົກຄ້າງ ແຕ່ຢູ່ໃນປະລິມານຕໍ່າ ບໍ່ເກີນຄ່າມາດຕະຖານ ແລະ ບໍ່ກະທົບຕໍ່ສຸຂະພາບ ຂະນະທີ່ 102 ຕົວຢ່າງ ບໍ່ພົບສານຕົກຄ້າງ ຖືວ່າປອດໄພ 100%
ກົມປູກຝັງ ລະບຸວ່າ ການກວດກາຄັ້ງນີ້ ມີຄວາມສຳຄັນ ເພາະນະຄອນຫຼວງວຽງຈັນ ເປັນສູນກາງຈຳໜ່າຍສິນຄ້າກະສິກຳ ຈາກຫຼາຍແຫຼ່ງ ທັງໃນປະເທດ ແລະ ນຳເຂົ້າ ການກວດສານຕົກຄ້າງຈຶ່ງເປັນມາດຕະການສຳຄັນ ເພື່ອຄຸ້ມຄອງຄວາມປອດໄພດ້ານອາຫານ
ປັດຈຸບັນ ນະຄອນຫຼວງວຽງຈັນ ມີກຸ່ມຜະລິດກະສິກຳສະອາດ 129 ກຸ່ມ, ໃນນັ້ນ ມີ 47 ກຸ່ມ ຜະລິດຜັກປອດສານພິດ ແລະ 11 ກຸ່ມ ຜະລິດຜັກອິນຊີ ສະທ້ອນໃຫ້ເຫັນທິດທາງການຜະລິດອາຫານປອດໄພ ແລະ ຍືນຍົງ
ຜົນການກວດຄັ້ງນີ້ ຢືນຢັນວ່າ ຜັກ ແລະ ໝາກໄມ້ ທີ່ຈຳໜ່າຍຢູ່ຕະຫຼາດລາວ-ອົດຊີ ຍັງຢູ່ໃນເກນປອດໄພ ສາມາດເລືອກຊື້ໄດ້ຢ່າງໝັ້ນໃຈ
ທີ່ມາ: ຂ່າວເສດຖະກິດການຄ້າ


