ບໍລິສັດ Anthropic ຜູ້ພັດທະນາ AI ລະດັບໂລກ ໄດ້ເຜີຍຜົນການສຶກສາທາງຄຸນນະພາບທີ່ໃຫຍ່ທີ່ສຸດເທົ່າທີ່ເຄີຍມີມາ. ໂດຍການສຳພາດຜູ້ໃຊ້ງານກວ່າ 81,000 ຄົນ ຈາກ 159 ປະເທດ ເພື່ອເຈາະເລິກເຖິງຄວາມຮູ້ສຶກທີ່ແທ້ຈິງຂອງມະນຸດທີ່ມີຕໍ່ປັນຍາປະດິດ.
ນັກວິໄຈພົບຄວາມຈິງທີ່ໜ້າສົນໃຈວ່າ ສິ່ງທີ່ຜູ້ຄົນຊື່ນຊົມໃນຕົວ AI ມັກຈະເປັນສິ່ງດຽວກັນກັບທີ່ພວກເຂົາຢ້ານທີ່ສຸດ:
1. ດ້ານສະຫວ່າງ: AI ກາຍເປັນທີ່ພຶ່ງທາງຈິດໃຈ ແລະ ເຄື່ອງມືປ່ຽນຊີວິດ. ເຊັ່ນໃນອູແກຣນ AI ຖືກໃຊ້ເປັນເຄື່ອງມືສື່ສານທ່າມກາງສົງຄາມ. ນອກຈາກນີ້ ຍັງຊ່ວຍຫຼຸດພາລະວຽກ ເຮັດໃຫ້ຫຼາຍຄອບຄົວມີເວລາຢູ່ຮ່ວມກັນຫຼາຍຂຶ້ນ.
2. ດ້ານມືດ: AI ສ້າງຄວາມກັງວົນໃຫ້ກັບກຸ່ມອາຊີບທີ່ໃຊ້ຄວາມຊ່ຽວຊານສູງເຊັ່ນ: ນັກກົດໝາຍ ທີ່ຢ້ານວ່າຕົນເອງຈະສູນເສຍທັກສະການອ່ານ ແລະ ການຄິດວິເຄາະ.
ຕົວເລກທີ່ໜ້າຕົກໃຈ: 89% ຂອງຄົນທົ່ວໂລກມີຄວາມກັງວົນ
ຈາກຜົນສຳຫຼວດພົບວ່າ ມີພຽງ 11% ເທົ່ານັ້ນທີ່ບໍ່ຮູ້ສຶກກັງວົນຕໍ່ AI ເລີຍ. ສ່ວນອີກ 89% ແມ່ນມີຄວາມຢ້ານໃນ 5 ປະເດັນຫຼັກ:
1. ຄວາມບໍ່ໜ້າເຊື່ອຖື: ຢ້ານ AI ໃຫ້ຂໍ້ມູນທີ່ຜິດພາດ.
2. ການຖືກຍາດແຍ່ງວຽກ: ກັງວົນວ່າ AI ຈະເຂົ້າມາແທນທີ່ແຮງງານມະນຸດ.
3. ການສູນເສຍທັກສະການຄິດ: ຢ້ານວ່າການເພິ່ງພາ AI ຫຼາຍເກີນໄປຈະເຮັດໃຫ້ສະໝອງຖົດຖອຍ.
ມຸມມອງທີ່ແຕກຕ່າງຕາມສະພາບເສດຖະກິດ
ຄວາມຮູ້ສຶກຕໍ່ AI ຖືກແບ່ງແຍກຢ່າງຊັດເຈນຕາມພື້ນທີ່:
1. ປະເທດຮັ່ງມີ (ອາເມຣິກາເໜືອ, ເອີຣົບຕາເວັນຕົກ): ເນັ້ນກັງວົນເລື່ອງຊ່ອງໂຫວ່ທາງກົດໝາຍ, ການຖືກສອດແນມ ແລະ ການຖືກຍາດແຍ່ງວຽກໃນຫ້ອງການ.
2. ປະເທດກຳລັງພັດທະນາ (ອາຟຣິກາ, ອາຊີໃຕ້): ເບິ່ງ AI ເປັນ “ເຄື່ອງມືສ້າງຄວາມເທົ່າທຽມ” ທີ່ຊ່ວຍໃຫ້ເຂົ້າເຖິງການສຶກສາ ແລະ ເລີ່ມທຸລະກິດໄດ້ງ່າຍຂຶ້ນ.
3. ອາຊີຕາເວັນອອກ: ກັງວົນເລື່ອງຄວາມສາມາດໃນການຮັບຮູ້ ແລະ ຈົດຈຳທີ່ຈະຖົດຖອຍລົງ.
ອະນາຄົດຂອງ Claude AI
Anthropic ຢືນຢັນວ່າ ຂໍ້ມູນອັນລ້ຳຄ່າຈາກມະນຸດກວ່າ 8 ແສນຄົນນີ້ ຈະຖືກນຳໄປໃຊ້ເປັນແນວທາງໃນການພັດທະນາ Claude ໃຫ້ເປັນ AI ທີ່ຕອບໂຈດຄວາມຕ້ອງການ ແລະ ຫຼຸດຜ່ອນຄວາມກັງວົນຂອງມະນຸດໃຫ້ໄດ້ຫຼາຍທີ່ສຸດໃນອະນາຄົດ.
ແຫຼ່ງອ້າງອີງ: Anthropic


