ນ້ຳຕາ: ຢາລະບາຍອາລົມ ທີ່ມາພ້ອມກັບຜົນກະທົບຕໍ່ຜິວ

ການຮ້ອງໄຫ້ເປັນກົນໄກທາງຊີວະວິທະຍາທີ່ຊ່ວຍລະບາຍຄວາມເຈັບປວດ ແລະ ອາລົມ. ນອກຈາກຈະຊ່ວຍຫຼໍ່ລ້ຽງດວງຕາບໍ່ໃຫ້ແຫ້ງແລ້ວ, ມັນຍັງມີຄວາມລັບບາງຢ່າງທີ່ສົ່ງຜົນຕໍ່ຜິວໜ້າດັ່ງນີ້:

1. ຄ່າ pH ທີ່ແຕກຕ່າງ

ນ້ຳຕາຂອງເຮົາມີລັກສະນະເປັນ Isotonic (ໃກ້ຄຽງກັບນ້ຳເກືອ). ແຕ່ສິ່ງທີ່ສຳຄັນຄື ຄ່າ pH ຂອງນ້ຳຕາແມ່ນຢູ່ທີ່ປະມານ 7 ເຊິ່ງສູງກວ່າຄ່າ pH ຂອງຜິວໜ້າທີ່ຢູ່ປະມານ 5.5 – 6. ດັ່ງນັ້ນ, ຖ້າປ່ອຍໃຫ້ນ້ຳຕາຢູ່ເທິງໃບໜ້າດົນເກີນໄປ ອາດເຮັດໃຫ້ຜິວເກີດການລະຄາຍເຄືອງໄດ້.

2. ອາການບວມແດງ

ເວລາເຮົາຮ້ອງໄຫ້, ຫຼອດເລືອດບໍລິເວນຮອບດວງຕາ, ໃບໜ້າ ແລະ ດັງຈະຂະຫຍາຍຕົວ ເພາະມີເລືອດໄຫຼວຽນມາຫຼາຍຂຶ້ນ. ນີ້ຄືສາເຫດທີ່ເຮັດໃຫ້ໜ້າແດງ ແລະ ຕາບວມຫຼັງຮ້ອງໄຫ້.

3. ພຶດຕິກຳທີ່ທຳຮ້າຍຜິວໂດຍບໍ່ຮູ້ຕົວ

ສິ່ງທີ່ເປັນອັນຕະລາຍຕໍ່ຜິວແທ້ໆ ບໍ່ແມ່ນນ້ຳຕາ ແຕ່ແມ່ນ “ການຈັບດວງຕາ” ຫຼື ການໃຊ້ເຈ້ຍທິດຊູຖູໃບໜ້າແຮງໆ. ພຶດຕິກຳເຫຼົ່ານີ້ເຮັດໃຫ້ຜິວອັກເສບ ແລະ ອາດເຮັດໃຫ້ສິວລະຄາຍເຄືອງຕື່ມອີກ.

ເຄັດລັບການເບິ່ງແຍງຜິວ ຫຼັງເສຍນ້ຳຕາ

ເພື່ອໃຫ້ຜິວໜ້າກັບມາກະຈ່າງໃສ ແລະ ຫຼຸດອາການບວມ ຄວນປະຕິບັດດັ່ງນີ້:

1. ລ້າງໜ້າດ້ວຍນ້ຳເຢັນ: ຫຼື ໃຊ້ຜ້າເຢັນປະຄົບທີ່ເປືອກຕາ ເພື່ອຊ່ວຍໃຫ້ຫຼອດເລືອດຫົດຕົວ.

2. ເຕີມຄວາມຊຸ່ມຊື່ນ: ທາມອຍເຈີໄຣເຊີ ທີ່ມີສ່ວນປະສົມຂອງ Squalane, Ceramide ຫຼື Hyaluronic Acid ເພື່ອຫຼຸດການລະຄາຍເຄືອງ.

3. ດື່ມນ້ຳ: ເພື່ອທົດແທນນ້ຳທີ່ເສຍໄປ ແລະ ຊ່ວຍໃຫ້ຜິວຊຸ່ມຊື່ນຈາກພາຍໃນ.

4. ຫຼີກລ່ຽງການຈັບຕາ: ເພາະຈະຍິ່ງເພີ່ມອາການບວມແດງ ແລະ ເຮັດໃຫ້ຜິວໃຕ້ຕາດຳ.

ສຸຂະພາບຈິດດີ ຜິວກໍດີຕາມ

ເຖິງວ່ານ້ຳຕາອາດຈະເຮັດໃຫ້ຜິວລະຄາຍເຄືອງເລັກໜ້ອຍ, ແຕ່ໃນທາງສຸຂະພາບຈິດແລ້ວ ການຮ້ອງໄຫ້ຄືການລະບາຍທີ່ດີທີ່ສຸດ. ມັນຊ່ວຍໃຫ້ເຮົາຮູ້ສຶກສະບາຍໃຈຂຶ້ນຢ່າງບໍ່ໜ້າເຊື່ອ ຫຼັງຈາກທີ່ໄດ້ປົດປ່ອຍອາລົມອອກມາ.

“ຢ່າຢ້ານທີ່ຈະຮ້ອງໄຫ້ ເພາະນ້ຳຕາຈະຊ່ວຍລ້າງໃຈໃຫ້ສະອາດ ແລ້ວເຮົາຄ່ອຍມາເບິ່ງແຍງຜິວໃຫ້ກັບມາໃສນຳກັນ”

ແຫຼ່ງອ້າງອີງ:

• Melanie Palm, MD (Art of Skin MD).

• Dagny Zhu, MD (Harvard Medical School).

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles