ວັນທີ 6 ພຶດສະພາ 2026 ອົງການປົກເມືອງເມືອງຊະນະສົມບູນ ສົມທົບກັບ ອົງການປົກຄອງບ້ານ, ພໍ່ແມ່ປະຊາຊົນບ້ານຊາວບ້ານຄີລີ ທີ່ຂຶ້ນກັບຕາແສງໜອງດູ່ ເມືອງຊະນະສົມບູນ ໄດ້ສາມັກຄີຮ່ວມກັນສ້າງຂະບວນການເກັບຊາກປາຕາຍ ຢູ່ຕາມແຄມຝັງແມ່ນ້ຳເຊໂດນ ເຂດບ້ານດັ່ງກ່າວ.
ການສ້າງຂະບວນການຄັ້ງນີ້ແມ່ນໄດ້ຮ່ວມກັບເກັບມ້ຽນຊາກປາຕາຍ ທີ່ໄຫຼມາຕົກຄ້າງຢູ່ລຽບຕາມແຄມຝັງແມ່ແຊໂດນ ແລ້ວນຳມາທຳລາຍຈູດເຜົາຖີ້ມ ເພື່ອເຮັດແມ່ນ້ຳລຳເຊມີຄວາມສະອາດ, ຫຼຸດຜ່ອນການສົ່ງກິນເໝັນທີ່ສົ່ງຜົນກະທົບໂດຍກົງຕໍ່ການດຳລົງຊີວິດຂອງພໍ່ແມ່ປະຊົນ ແລະ ສັດນ້ຳທີ່ຢູ່ເຂດການລະບາດ ແລະ ລຸ່ມເຂດການລະບາດ.
ປະຈຸບັນ, ທາງອົງການປົກຄອງເມືອງຊະນະສົມບູນ ແມ່ນໄດ້ອອກແຈ້ງການ, ສະບັບເລກທີ 97/ຄປມ.ຊບ ເຖີງຄະນະພັກຮາກຖານຕາແສງ, ນາຍບ້ານທີ່ອາໃສຢູ່ຕາມຂອບເຂດແຄມແມ່ນ້ຳເຊໂດນ ເມືອງຊະນະສົມບູນ ເອົາໃຈໃສ່ໃນການຕິດຕາມເຝົ້າລະວັງປະກົດການເກິດປາຕາຍເປັນຈຳນວນຫຼວງຫຼາຍໃນແມ່ເຊໂດນ ໂດຍມອບໃຫ້ຫ້ອງການກະສິກຳ ແລະ ສິງມອບໃຫ້ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ ຊະນະສົມບູນ ປະສານສົມທົບກັບການຈັດຕັ້ງທຸກພາກສ່ວນລົງຕິດຕາມຢ່າງໃກ້ຊິດ,ເພື່ອບໍ່ໃຫ້ເກີດການແຜ່ລະບາດເປັນວົງກວ້າງ.
ມອບໃຫ້ຫ້ອງການສາທາລະນະສຸກເມືອງ ລົງຕິດຕາມກວດກາກ່ຽວກັບພະຍາດທີ່ເກີດຂື້ນ,ຫ້າມບໍ່ໃຫ້ພໍ່,ແມ່ປະຊາຊົນທີ່ອາໃສຢູ່ຕາມແຄມແມ່ນໍ້າເຊໂດນ ໂດຍສະເພາະຂອບເຂດບໍລິເວນທີ່ປາຕາຍບໍ່ໃຫ້ນໍາເອົາປາມາບໍລິໂພກເດັດຂາດ ແລະ ຫ້າມນໍາເອົານໍ້າເຊໂດນຂື້ນມານໍາໃຊ້ໃນຊີວິດປະຈໍາວັນ ແລະ ນໍາມາລ້ຽງສັດເດັດຂາດຈົນກ່ວາສະພາບນໍ້າຈະກັບຄືມາເປັນປົກກະຕິ ແລະ ປັດຈຸບັນຍັງລໍຖ້າຜົນການວິໄຈຈາກພາກສ່ວນທີ່ກ່ຽວຂ້ອງ ເພື່ອຢັ້ງຢືນສາເຫດການຕາຍຂອງປາໃຫ້ລະອຽດຈະແຈ້ງ
ທີ່ມາ: ໂຄສະນາອົບຮົມເມືອງຊະນະສົມບູນ


