ທ່ານ ປອ ວຽງນາມ ດວງພະຈັນ ຫົວໜ້າກົມນໍ້າປະປາ ກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນສະເໜີ ວຽກງານພົ້ນເດັ່ນຂອງກົມນ້ຳປະປາ ປະຈໍາປີ 2025 ແລະ ທິດທາງແຜນການ ປະຈໍາປີ 2026 ຕໍ່ກອງປະຊຸມວຽກງານ ຍທຂ ທົ່ວປະເທດ ທີ່ຈັດຂຶ້ນໃນວັນທີ 5 ພຶດສະພາ 2026 ພາຍໃຕ້ການເປັນປະທານຂອງທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ.
ມາຮອດທ້າຍປີ 2025 ອັດຕາສ່ວນປົກຄຸມການເຂົ້າເຖິງນໍ້າປະປາທຽບໃສ່ປະຊາກອນເຂດເທດສະບານແຂວງ ແລະ ເມືອງ ແມ່ນ 80% ແລະ ຖ້າສົມທຽບໃສ່ປະຊາກອນ ທັງໝົດໃນທົ່ວປະເທດ ທີ່ເຂົ້າເຖິງນໍ້າປະປາ ແມ່ນກວມ 28.56%. ໃນນັ້ນ, ພວກເຮົາມີ ໂຮງງານຜະລິດນໍ້າປະປາ ຈໍານວນ 238 ໂຮງງານ, ມີກໍາລັງການຜະລິດ ຕາມການອອກແບບທັງໝົດ 883,000 ແມັດກ້ອນ/ວັນ, ໃນນີ້ ມີນໍ້າສູນເສຍທັງໝົດປະມານ 28.56%.
ເພື່ອບັນລຸຄາດໝາຍຂ້າງເທິງ ຂະແໜງນໍ້າປະປາ ແລະ ສຸຂາພິບານ ກໍ່ມີວິໄສທັດ ວິໄສທັດຮອດປີ 2035, ຍຸດທະສາດການພັດທະນາຂະແໜງນໍ້າປະປາ ແລະ ສຸຂາພິບານ ໄລຍະ 9 ປີ (2022-2030) ແລະ ແຜນພັດທະນາ ໄລຍະ 4 ປີ (2022-2025) ທີ່ໄດ້ກຳນົດ ແຜນງານ ແຜນວຽກຈຸດສຸມ ແລະ ໂຄງການບູລິມະສິດ ໂດຍສຸມໃສ່ປະຕິບັດ 4 ຍຸດທະສາດ ຂອງຂະແໜງນ້ໍາປະປາ ແລະ ສຸຂາພິບານ ດັ່ງລຸ່ມນີ້:
ຍຸດທະສາດ 1: ສ້າງການຈັດຕັ້ງທີ່ຮັບຜິດຊອບຂະແໜງ ນໍ້າປະປາ ແລະ ສຸຂາພິບານ ໃຫ້ກາຍເປັນ ການຈັດຕັ້ງທີ່ເຂັ້ມແຂງ, ນໍາໜ້າໃນການຄົ້ນຄວ້າ, ວາງແຜນ ແລະ ຄຸ້ມຄອງມະຫາພາກວຽກງານນໍ້າປະປາ ແລະ ສຸຂາພິບານ.
ຍຸດທະສາດ 2: ພັດທະນາ ແລະ ຂະຫຍາຍ ໂຄງລ່າງນໍ້າປະປາ ແລະ ສຸຂາພິບານ ຈາກເທດສະບານແຂວງ ແລະ ເມືອງ ໄປສູ່ເມືອງນ້ອຍທີ່ເກີດຂຶ້ນໃໝ່ໃນຊົນນະບົດ, ພ້ອມທັງພັດທະນາ ແລະ ຂະຫຍາຍ ໂຄງລ່າງນໍ້າປະປາ ແລະ ສຸຂາພິບານ ສໍາລັບເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ.
ຍຸດທະສາດ 3: ຄຸ້ມຄອງແຫຼ່ງນໍ້າດິບ ແລະ ລະບົບໂຄງລ່າງ ໃຫ້ມີຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ.
ຍຸດທະສາດ 4: ສ້າງ ແລະ ປັບປຸງ ລະບົບຂໍ້ມູນ-ຂ່າວສານ ນໍ້າປະປາ ແລະ ສຸຂາພິບານ.
ທີ່ມາ: ເສດຖະກິດ-ການຄ້າ


