ກະຊວງການເງິນ ຮ່ວມກັບ ກະຊວງ ຍທຂ ຫາລືການປັບປຸງລາຄາຫົວໜ່ວຍກໍ່ສ້າງ ເພື່ອຮັບມືກັບການເໜັງຕີງຂອງລາຄານໍ້າມັນເຊື້ອໄຟ ແລະ ອັດຕາເງິນເຟີ້

(27 ເມສາ 2026, ນະຄອນຫຼວງວຽງຈັນ) ກະຊວງການເງິນ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການປັບປຸງການຄິດໄລ່ລາຄາຫົວໜ່ວຍການກໍ່ສ້າງ ທີ່ຕິດພັນກັບການເໜັງຕີງຂອງລາຄານໍ້າມັນເຊື້ອໄຟ, ໂດຍການເປັນປະທານຂອງ ທ່ານ ສຸລິວັດ ສຸວັນນະຈູມຄຳ ຮອງລັດຖະມົນຕີກະຊວງການເງິນ ແລະ ເຂົ້າຮ່ວມໂດຍ ທ່ານ ເດດສົງຄາມ ທຳມະວົງ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ພ້ອມດ້ວຍຄະນະກົມ ແລະ ພາກສ່ວນທີ່ກ່ຽວຂ້ອງ.

ທ່ານ ສຸລິວັດ ສຸວັນນະຈູມຄຳ ໄດ້ກ່າວເປີດກອງປະຊຸມໂດຍຍົກໃຫ້ເຫັນວ່າ: ສະຖານະການໃນຕາເວັນອອກກາງໄດ້ສົ່ງຜົນກະທົບຕໍ່ເສດຖະກິດໂລກ ແລະ ສປປ ລາວ ຢ່າງຫຼີກລ້ຽງບໍ່ໄດ້. ການເພີ່ມສູງຂຶ້ນຂອງລາຄານໍ້າມັນເຊື້ອໄຟທີ່ຍັງບໍ່ສາມາດຄາດຄະເນໄດ້ ສົ່ງຜົນໃຫ້ລາຄາສິນຄ້າ, ວັດສະດຸກໍ່ສ້າງ, ຄ່າຂົນສົ່ງ ແລະ ອັດຕາເງິນເຟີ້ເພີ່ມສູງຂຶ້ນ. ບັນຫານີ້ໄດ້ສົ່ງຜົນກະທົບໂດຍຕົງຕໍ່ການຄິດໄລ່ລາຄາຫົວໜ່ວຍການກໍ່ສ້າງໃນໂຄງການລົງທຶນຂອງລັດ ເຊັ່ນ: ຂົວ-ທາງ, ຊົນລະປະທານ ແລະ ໄຟຟ້າ. ນັບແຕ່ທ້າຍເດືອນກຸມພາ 2026 ເປັນຕົ້ນມາ, ເຫັນວ່າຫຼາຍພາກສ່ວນມີຈັງຫວະລໍຖ້າໃນການສົ່ງເອກະສານປະເມີນໂຄງການ ຍ້ອນມີຄວາມກັງວົນຕໍ່ການກຳນົດລາຄາຫົວໜ່ວຍທີ່ເໝາະສົມ.

ທ່ານ ອຸຕະແກ້ວ ແກ້ວດວງສິນ ຫົວໜ້າກົມປະເມີນຜົນ ແລະ ຈັດຊື້-ຈັດຈ້າງ ໄດ້ຊີ້ແຈງຕື່ມວ່າ: ເພື່ອສ້າງຄວາມເປັນເອກະພາບໃນທົ່ວປະເທດ, ປັດໄຈພື້ນຖານທີ່ຈະນຳມາໃຊ້ໃນການປັບປຸງລາຄາຫົວໜ່ວຍຄັ້ງນີ້ປະກອບມີ 4 ດ້ານຫຼັກ:

ອັດຕາແລກປ່ຽນ: ໂດຍສະເພາະສະກຸນເງິນໂດລາ ແລະ ເງິນບາດ ທຽບກັບເງິນກີບ.

ລາຄານໍ້າມັນເຊື້ອໄຟ: ເນັ້ນໃສ່ລາຄານໍ້າມັນກາຊວນ.

ລາຄາວັດສະດຸຫຼັກ: ເຊັ່ນ ເຫຼັກ ແລະ ຊີມັງ ທັງທີ່ຜະລິດພາຍໃນ ແລະ ນຳເຂົ້າ.

ລາຄາຊັບພະຍາກອນທ້ອງຖິ່ນ: ເປັນຕົ້ນແມ່ນ ດິນ, ຫີນ ແລະ ຊາຍ.

ກອງປະຊຸມຄັ້ງນີ້ ໄດ້ມີການແລກປ່ຽນຄຳເຫັນຢ່າງກົງໄປກົງມາ ເພື່ອຊອກຫາທິດທາງໃນການປັບປຸງໂຄງສ້າງລາຄາຫົວໜ່ວຍກໍ່ສ້າງ ແລະ ປັບປຸງນິຕິກຳໃຫ້ທັນກັບສະພາບການ ໝາກຜົນຂອງກອງປະຊຸມຈະຖືກນຳໃຊ້ເປັນບ່ອນອີງທີ່ສຳຄັນໃນການຄົ້ນຄວ້າຂຶ້ນແຜນໂຄງການເພື່ອປະເມີນຜົນໃນປີ 2026 ແລະ ກະກຽມເຂົ້າແຜນການລົງທຶນຂອງລັດໃນປີ 2027 ໃຫ້ມີຄວາມສອດຄ່ອງກັບສະພາບຕົວຈິງຂອງເສດຖະກິດ.

ທີ່ມາ: ກະຊວງການເງິນ

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles