ສະຖານີວຽງຈັນໃຕ້ ແມ່ນສູນກາງຂົນສົ່ງສິນຄ້າທາງລົດໄຟທີ່ໃຫຍ່ທີ່ສຸດຂອງລາວ ແລະ ເປັນສະຖານີສິນຄ້າແຫ່ງດຽວຂອງທາງລົດໄຟລາວ-ຈີນ. ດ້ວຍເນື້ອທີ່ລານຂົນສົ່ງກວ້າງເຖິງ 36,000 ຕາແມັດ, ມີທາງຮັບ-ສົ່ງຂະບວນລົດໄຟ 5 ສາຍ ແລະ ທາງຂົນສິນຄ້າ 2 ສາຍ, ສະຖານີແຫ່ງນີ້ມີພາລະບົດສຳຄັນໃນການຮັບ-ສົ່ງສິນຄ້າຕູ້ຄອນເທນເນີຂອງປະເທດ.
ຈຸດເດັ່ນຂອງສະຖານີວຽງຈັນໃຕ້ ແມ່ນການໃຫ້ບໍລິການແບບ “ຄົບຈົບໃນຈຸດດຽວ” ຫຼື One Stop Service ຜ່ານປ່ອງບໍລິການ 3 ແຫ່ງ ພ້ອມດ່ານພາສີທີ່ຕັ້ງຢູ່ພາຍໃນສະຖານີ. ລູກຄ້າສາມາດດຳເນີນຂັ້ນຕອນກວດກາພາສີ ແລະ ທຸລະກຳຂົນສົ່ງໄດ້ຢູ່ບ່ອນດຽວ, ຊ່ວຍຫຍໍ້ເວລາຜ່ານດ່ານ ແລະ ຫຼຸດຕົ້ນທຶນໃຫ້ຜູ້ປະກອບການໄດ້ຢ່າງຫຼວງຫຼາຍ.
ສິນຄ້າຂາອອກທີ່ຂົນສົ່ງຜ່ານສະຖານີ ສ່ວນໃຫຍ່ປະກອບມີ: ແຮ່ເຫຼັກ, ແປ້ງມັນຕົ້ນ, ຢາງພາລາ, ໝາກໄມ້, ແຜ່ນໂລຫະ ແລະ ສິນຄ້າເອເລັກໂຕຣນິກ. ສ່ວນສິນຄ້າຂາເຂົ້າ ສ່ວນໃຫຍ່ແມ່ນເຄື່ອງໃຊ້ປະຈຳວັນ, ເຫຼັກກ້າ, ຜັກສົດ, ຝຸ່ນເຄມີ ແລະ ລົດໄຟຟ້າຮຸ່ນໃໝ່.
ນັບແຕ່ຕົ້ນປີ 2026 ມາຮອດປັດຈຸບັນ, ສະຖານີວຽງຈັນໃຕ້ ສາມາດຂົນສົ່ງສິນຄ້າໄດ້ກວ່າ 4,600 ຂະບວນລົດ, ຂະບວນລົດເຂົ້າມາຮອດກວ່າ 11,000 ຂະບວນ, ສະເລ່ຍບັນທຸກປະມານ 52 ຂະບວນຕໍ່ມື້, ພ້ອມປະລິມານສິນຄ້າລວມກວ່າ 156,000 ໂຕນ.
ໃນຊ່ວງເດືອນເມສາ ຫາ ເດືອນສິງຫາ ຂອງທຸກປີ ເປັນລະດູການຂົນສົ່ງໝາກໄມ້ຄຶກຄື້ນທີ່ສຸດ. ສະຖານີໄດ້ເປີດຂະບວນລົດໄຟພິເສດບັນທຸກໝາກໄມ້ 2-3 ຂະບວນຕໍ່ມື້. ສະເພາະປີ 2026 ນີ້ ໄດ້ຂົນສົ່ງແລ້ວ 903 ຂະບວນລົດ ຄິດເປັນປະລິມານໝາກໄມ້ສົດກວ່າ 17,000 ໂຕນ.
ນັບຕັ້ງແຕ່ລົດໄຟລາວ-ຈີນ ເປີດໃຫ້ບໍລິການ, ປະລິມານສິນຄ້າຜ່ານສະຖານີວຽງຈັນໃຕ້ ເພີ່ມຂຶ້ນຢ່າງກ້າວໂດດ, ສະເລ່ຍຫຼາຍກວ່າ 15,000 ໂຕນຕໍ່ມື້. ປະເພດສິນຄ້າກໍໄດ້ຂະຫຍາຍຈາກພຽງສິບກວ່າປະເພດ ມາເປັນຫຼາຍກວ່າ 3,800 ປະເພດ, ຊຶ່ງເປັນພາບສະທ້ອນໃຫ້ເຫັນວ່າ ລາວກຳລັງປ່ຽນຈາກ “ປະເທດບໍ່ມີທາງອອກສູ່ທະເລ” ສູ່ “ປະເທດເຊື່ອມໂຍງພາກພື້ນ” ຢ່າງແທ້ຈິງ.
ອີກໜຶ່ງກົນໄກສຳຄັນ ແມ່ນ ຈຸດຄ່ຽນຖ່າຍສິນຄ້າວຽງຈັນໃຕ້ ທີ່ຕັ້ງຢູ່ຫ່າງຈາກສະຖານີປະມານ 3.9 ກິໂລແມັດ. ຈຸດນີ້ຖືກສ້າງຂຶ້ນເພື່ອເຊື່ອມຕໍ່ລະຫວ່າງລາງມາດຕະຖານຂອງລົດໄຟລາວ-ຈີນ ແລະ ລາງຂະໜາດ 1 ແມັດຂອງລົດໄຟໄທ, ເຮັດໃຫ້ການຂົນສົ່ງສິນຄ້າ ລາວ-ຈີນ-ໄທ ສາມາດເຊື່ອມຕໍ່ກັນໄດ້ຢ່າງບໍ່ຂາດຕອນ.
ຈຸດຄ່ຽນຖ່າຍສິນຄ້າແຫ່ງນີ້ ມີລາງຄ່ຽນຖ່າຍຂະໜາດມາດຕະຖານ 1 ສາຍ, ລາງຂະໜາດ 1 ແມັດ 1 ສາຍ ແລະ ລານຈອດລົດ 1 ສາຍ. ນັບແຕ່ເປີດໃຫ້ບໍລິການໃນວັນທີ 1 ກໍລະກົດ 2022 ຈົນຮອດປັດຈຸບັນ, ສາມາດຄ່ຽນຖ່າຍສິນຄ້າໄດ້ແລ້ວກວ່າ 29,000 ຕູ້ຄອນເທນເນີ ແລະ ສິນຄ້າລວມກວ່າ 326,000 ໂຕນ.
ທີ່ມາ: ປະຊາຊົນ
Lao Youth Radio

