ລົງນາມ ໂຄງການປັບປຸງທາງຫຼວງທ້ອງຖິ່ນ 3 ແຂວງ ຍົກລະດັບເສັ້ນທາງ ຮອງຮັບການຄ້າ-ທ່ອງທ່ຽວ-ໂລຈິດສະຕິກ

ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຈັດພິທີເຊັນສັນຍາໂຄງການປັບປຸງທາງຫຼວງທ້ອງຖິ່ນ ເພື່ອການເຊື່ອມໂຍງ-ເຊື່ອມຈອດ ໃຫ້ມີຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ ສັນຍາ CRRCIP-CW-006 ພາຍໃຕ້ໂຄງການ CRRCIP ຢ່າງເປັນທາງການ ໃນວັນທີ 23 ເມສາ 2026 ທີ່ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ໃຫ້ກຽດເປັນປະທານ ພ້ອມດ້ວຍຄະນະນຳຂະແໜງການ, ພະແນກ ຍທຂ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ອິນທະປະດາ ສິດທິມໍລະດາ ຫົວໜ້າໂຄງການ CRRCIP ໄດ້ກ່າວລາຍງານວ່າ ໂຄງການ “Climate Resilient Road Connectivity Improvement Project” ຫຼື CRRCIP ແມ່ນໂຄງການປັບປຸງທາງຫຼວງທ້ອງຖິ່ນ ເພື່ອຍົກລະດັບການເຊື່ອມໂຍງ-ເຊື່ອມຈອດ ແລະ ເສີມສ້າງຄວາມທົນທານໃຫ້ໂຄງສ້າງພື້ນຖານດ້ານຄົມມະນາຄົມ ຕໍ່ຜົນກະທົບຈາກການປ່ຽນແປງດິນຟ້າອາກາດ.

ໂຄງການນີ້ ຈະຈັດຕັ້ງປະຕິບັດໃນ 3 ແຂວງ ຄື:

ແຂວງຄຳມ່ວນ

ແຂວງສະຫວັນນະເຂດ

ແຂວງສາລະວັນ

ເປົ້າໝາຍສຳຄັນຂອງໂຄງການ ແມ່ນການປັບປຸງ ແລະ ຍົກລະດັບທາງຫຼວງທ້ອງຖິ່ນ (ທາງເມືອງ ແລະ ທາງຊົນນະບົດ) ໃຫ້ສາມາດເຊື່ອມຈອດເຂົ້າກັບທາງຫຼວງແຫ່ງຊາດ ແລະ ເສັ້ນທາງຫຼັກໃນແລວເສດຖະກິດ ຕາເວັນອອກ-ຕາເວັນຕົກ ລະຫວ່າງ ສສ ຫວຽດນາມ ແລະ ຣາຊະອານາຈັກໄທ ໃຫ້ສາມາດສັນຈອນໄດ້ທຸກລະດູ.

ທາງຫຼວງທີ່ຈະໄດ້ຮັບການເຊື່ອມຈອດ ປະກອບມີ ເສັ້ນທາງເລກ 1, 8, 9, 11, 12, 13 ໃຕ້, 15 ແລະ 20 ຊຶ່ງເປັນເສັ້ນທາງສຳຄັນຂອງພາກກາງ-ພາກໃຕ້ ໃນການຂົນສົ່ງສິນຄ້າ, ການຜະລິດ, ການທ່ອງທ່ຽວ, ໂລຈິດສະຕິກ ແລະ ການເຂົ້າເຖິງບໍລິການພື້ນຖານຂອງປະຊາຊົນ.

ໂຄງການນີ້ ບໍ່ພຽງແຕ່ຊ່ວຍຍົກລະດັບໂຄງສ້າງພື້ນຖານດ້ານການຄົມມະນາຄົມ ແຕ່ຍັງເປັນກົນໄກສຳຄັນ ໃນການຊຸກຍູ້ການຄ້າ, ການລົງທຶນ, ການທ່ອງທ່ຽວ, ການສ້າງອາຊີບ ແລະ ການຫຼຸດຜ່ອນຄວາມທຸກຍາກ ໃຫ້ແກ່ປະຊາຊົນໃນເຂດຊົນນະບົດ ຢ່າງຍືນຍົງ.

ສຳລັບຂະບວນການຈັດຊື້-ຈັດຈ້າງ ໂຄງການໄດ້ນຳໃຊ້ລະບົບການປະມູນແບບເປີດກວ້າງພາຍໃນ (NCB) ຕາມມາດຕະຖານຂອງກະຊວງການເງິນ ແລະ ທະນາຄານໂລກ ໂດຍນຳໃຊ້ວິທີການຍື່ນຊອງປະມູນແບບຊອງດຽວ ຢ່າງໂປ່ງໃສ ແລະ ເປັນທຳ. ຜົນການພິຈາລະນາປະກົດວ່າ ບໍລິສັດ Lao Mixay Construction Co., Ltd ເປັນຜູ້ຊະນະການປະມູນ

ສຳລັບໄລຍະດຳເນີນສັນຍາ ແບ່ງອອກເປັນ: ໄລຍະກໍ່ສ້າງ-ປັບປຸງ 2 ປີ

ໄລຍະບຳລຸງຮັກສາ 3 ປີ

ລວມໄລຍະເວລາທັງໝົດ 5 ປີ.

ທີ່ມາ: ກະຊວງໂຍທາທິການ ແລະ ຂົນສົ່ງ

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles