ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຫຼວງພະບາງ ໄດ້ເປີດເຜີຍຕົວເລກສະຖິຕິການທ່ອງທ່ຽວໃນຊ່ວງໄລຍະເທສະການບຸນປີໃໝ່ລາວ ລະຫວ່າງວັນທີ 10 – 20 ເມສາ 2026 (ລວມ 10 ວັນ). ເຫັນໄດ້ວ່າ ພາບລວມຂອງການທ່ອງທ່ຽວໃນປີນີ້ມີການຫລຸດລົງຢ່າງຫຼວງຫຼາຍ ເມື່ອທຽບໃສ່ກັບປີຜ່ານມາ.
ໃນປີ 2026 ນີ້, ມີນັກທ່ອງທ່ຽວເຂົ້າມາທ່ຽວຫຼວງພະບາງທັງໝົດ 68,126 ຄົນ, ເຊິ່ງ ຫຼຸດລົງເຖິງ 46% ເມື່ອທຽບກັບປີ 2025 ທີ່ມີນັກທ່ອງທ່ຽວສູງເຖິງ 126,846 ຄົນ. ໂດຍແບ່ງອອກເປັນ:
ນັກທ່ອງທ່ຽວສາກົນ: 27,251 ຄົນ (ຫຼຸດລົງ 42%).
ນັກທ່ອງທ່ຽວພາຍໃນ: 40,875 ຄົນ (ຫຼຸດລົງ 48%).
ເຖິງວ່າພາບລວມຈະຫຼຸດລົງ, ແຕ່ນັກທ່ອງທ່ຽວຈາກບາງປະເທດຍັງຄົງມີອັດຕາການເຕີບໂຕທີ່ໜ້າສົນໃຈ, ມາກວດເບິ່ງ 10 ອັນດັບນັກທ່ອງທ່ຽວຕ່າງປະເທດທີ່ມາທ່ຽວຫລວງພະບາງຫລາຍສຸດ ມີຄື:
ຈີນ: 2,102 ຄົນ (ເພີ່ມຂຶ້ນ +105%).
ໄທ: 1,207 ຄົນ (ຫຼຸດລົງ -75%).
ຫວຽດນາມ: 1,025 ຄົນ (ເພີ່ມຂຶ້ນ +142%).
ເຢຍລະມັນ: 624 ຄົນ (ຫຼຸດລົງ -31%).
ຝຣັ່ງ: ~300 ຄົນ.
ອາເມລິກາ: 331 ຄົນ.
ສ.ເກົາຫຼີ: 302 ຄົນ.
ອັງກິດ: 281 ຄົນ.
ຍີ່ປຸ່ນ: 198 ຄົນ.
ການາດາ: 127 ຄົນ.
ນັກທ່ອງທ່ຽວສາກົນ: ໃຊ້ຈ່າຍສະເລ່ຍ 300 USD/ຄົນ/ມື້ ແລະ ມີໄລຍະເວລາພັກເຊົາສະເລ່ຍ 5 ມື້.
ນັກທ່ອງທ່ຽວພາຍໃນ: ໃຊ້ຈ່າຍສະເລ່ຍ 109 USD/ຄົນ/ມື້ ແລະ ມີໄລຍະເວລາພັກເຊົາສະເລ່ຍ 3 ມື້.
ຜົນກະທົບຈາກການຫຼຸດລົງຂອງຈຳນວນນັກທ່ອງທ່ຽວ ສົ່ງຜົນໂດຍກົງຕໍ່ລາຍຮັບລວມ:
ປີ 2025: 97,508,160 USD
ປີ 2026:54,242,625 USD
ແຫຼ່ງຂໍ້ມູນ: ຂະແໜງພັດທະນາການທ່ອງທ່ຽວ, ພະແນກ ຖວທ ແຂວງຫຼວງພະບາງ.
ຮຽບຮຽງໂດຍ: Lao Youth Radio FM90MHz

