ສະຖາບັນເລືອດແຫ່ງຊາດ ປະກາດຂາດແຄນເລືອດຢ່າງໜັກ ໜ່ວຍງານກ່ຽວຂ້ອງເລັ່ງລະດົມບໍລິຈາກຮັບມືໄລຍະປີໃໝ່ລາວ

ສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວ ອອກແຈ້ງການດ່ວນທີ່ສຸດ ເຖິງພໍ່ແມ່ປະຊາຊົນ ແລະ ຊັ້ນຄົນຕ່າງໆ ໃນທົ່ວສັງຄົມ ກ່ຽວກັບສະພາບຄັງສະສົມເລືອດທີ່ພວມຢູ່ໃນພາວະ “ຂາດແຄນຢ່າງໜັກ” ເຊິ່ງອາດສົ່ງຜົນກະທົບຕໍ່ການຊ່ວຍເຫຼືອຊີວິດຄົນເຈັບໃນໄລຍະວັນພັກບຸນປີໃໝ່ລາວ ທີ່ກຳລັງຈະມາເຖິງ.

​ວິກິດການເລືອດໃນຊ່ວງເທສະການ ເນື່ອງຈາກໃນໄລຍະບຸນປີໃໝ່ລາວ ເປັນຊ່ວງທີ່ມີຄວາມສ່ຽງສູງໃນການເກີດອຸບັດຕິເຫດຕາມທ້ອງຖະໜົນ ແລະ ມີຄວາມຕ້ອງການນຳໃຊ້ເລືອດເພື່ອຊ່ວຍເຫຼືອຊີວິດຄົນເຈັບສຸກເສີນຫຼາຍກວ່າປົກກະຕິ. ໃນຂະນະດຽວກັນ, ປະລິມານເລືອດສຳຮອງທີ່ມີຢູ່ໃນປັດຈຸບັນແມ່ນບໍ່ພຽງພໍທີ່ຈະຕອບສະໜອງຕໍ່ຄວາມຕ້ອງການທີ່ເພີ່ມຂຶ້ນນີ້.

​ຂໍເຊີນຊວນຮ່ວມບໍລິຈາກເລືອດ ໜຶ່ງຢົດຊ່ວຍຊີວິດ ສະຖາບັນເລືອດແຫ່ງຊາດ ຈຶ່ງໄດ້ອອກປາກເຊີນຊວນມາຍັງທຸກທ່ານທີ່ມີສຸຂະພາບແຂງແຮງ, ທັງພາກລັດ, ເອກະຊົນ ແລະ ບຸກຄົນທົ່ວໄປ ຮ່ວມເປັນສ່ວນໜຶ່ງໃນການແບ່ງປັນນ້ຳໃຈ ດ້ວຍການບໍລິຈາກເລືອດ ເພື່ອຕໍ່ລົມຫາຍໃຈໃຫ້ກັບຄົນເຈັບທົ່ວປະເທດ.

​ທ່ານສາມາດເດີນທາງໄປບໍລິຈາກໄດ້ຕາມຈຸດສະດວກ ດັ່ງນີ້:

• ​ນະຄອນຫຼວງວຽງຈັນ: ສະຖາບັນເລືອດແຫ່ງຊາດ ທີ່ບ້ານ ຊຽງຢຶນ ເມືອງ ຈັນທະບູລີ (ເຂດທາດດຳ-ສະຖານີວິທະຍຸກະຈາຍສຽງແຫ່ງຊາດ)

• ​ຕ່າງແຂວງ: ສູນເລືອດແຂວງໃນທົ່ວປະເທດ.

• ​ເວລາໃຫ້ບໍລິການ: ເປີດຮັບບໍລິຈາກທຸກມື້ ຕັ້ງແຕ່ເວລາ 08:00 ໂມງ ຫາ 18:00 ໂມງ, ເບີໂທ: 021214763

​ການບໍລິຈາກເລືອດຂອງທ່ານໃນມື້ນີ້ ຄືຂອງຂວັນອັນລ້ຳຄ່າທີ່ສຸດສຳລັບຜູ້ທີ່ພວມລໍຖ້າຄວາມຫວັງ.

Lao Youth Radio

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles