ລາວຈະຕ້ອນຮັບອາດີດຊາວໜຸ່ມເດີນທະເລ ອາຊຽນ-ຍີ່ປຸ່ນ 100ກວ່າຄົນ ຈະຈັດຂຶ້ນຢູ່ ນວ ແລະ ແຂວງວຽງຈັນ ເດືອນພຶດສະພາ 2026 ນີ້

ໃນເດືອນ ພຶດສະພາ ລະຫວ່າງວັນທີ 05-11, 2026 ນີ້ ສອງສະຖານທີ່ ນະຄອນຫຼວງວຽງຈັນ ແລະ ວັງວຽງ ຈະກາຍເປັນເວທີພົບປະ ສາກົນ ທີ່ ອາດີດຊາວໜຸ່ມເດີນທະເລ 11 ປະເທດ ອາຊຽນ-ຍີ່ປຸ່ນ ຈະມາເຕົ້າໂຮມ ຮ່ວມສົນທະນາ ເຮັດກິດຈະກໍາຊ່ວຍເຫຼືອສັງຄົມ ແລະ ທ່ອງທ່ຽວ ຮຽນຮູ້ ກ່ຽວກັບ ວັດທະນາທໍາ ທໍາມະຊາດ ທີ່ສວຍງາມ ຢູ່ ສປປ ລາວ.

ງານນີ້ແມ່ນງານຫຍັງ?

ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ) ໄດ້ຮັບໜ້າທີ່ສຳຄັນ ໃນການເປັນເຈົ້າພາບຈັດ ງານພົບປະອາດີດຊາວໜຸ່ມເດີນທະເລອາຊຽນ-ຍີ່ປຸ່ນ ຄັ້ງທີ 34 ຫຼືທີ່ຮູ້ຈັກໃນຊື່ 34th SIGA ໃນລະຫວ່າງວັນທີ 5-11 ພຶດສະພາ 2026 ທີນະຄອນຫຼວງວຽງຈັນ ແລະ ແຂວງວຽງຈັນ.

ຄິດງ່າຍໆວ່ານີ້ຄືງານພົບປະຊາວໜຸ່ມຈາກທົ່ວປະເທດອາຊຽນ + ຍີ່ປຸ່ນ ທີ່ເຄີຍໄດ້ເຂົ້າຮ່ວມໂຄງການເດີນທະເລນຳກັນ ຈະໄດ້ ກັບມາພົບກັນອີກຄັ້ງ ແລະ ແລກປ່ຽນ ສ້າງການເຊື່ອມຕໍ່ໃໝ່ ໂດຍ​ເລືອກ ລາວ ເປັນປະເທດເຈົ້າພາບ.

7 ວັນ ມີຫຼາຍກິດຈະກຳ ທີ່ໜ້າຕິດຕາມ:

5-6 ພຶດສະພາ — ຊາວໜຸ່ມຈາກທົ່ວພາກພື້ນຈະລົງມື ເຮັດກິດຈະກໍາຊ່ວຍເຫຼືອສັງຄົມຢູ່ ໂຮງຮຽນເດັກພິການ ປາກກືກ ແລະ ຫູໜວກ ຢູ່ ນະຄອນຫຼວງວຽງຈັນ.

7 ພຶດສະພາ — ເປີດໂຕງານ ຢ່າງເປັນທາງການດ້ວຍ ກອງປະຊຸມຄະນະປະທານສະໂມສອນ ຊາວໜຸ່ມເດີນທະເລ ອາຊຽນ-ຍີ່ປຸ່ນ ຄັ້ງທີ 85 ແລະ ພິທີຕ້ອນຮັບ ຢ່າງເປັນທາງການ.

8 ພຶດສະພາ — ພິທີເປີດງານຢ່າງເປັນທາງການ, ຕິດຕາມດ້ວຍ ການທ່ຽວຊົມ ພຣະທາດຫຼວງ, ປະຕູໄຊ ແລະ ພິພິທະພັນສິລະປະລາວ.

9-10 ພຶດສະພາ — ເດີນທາງໄປວັງວຽງ ຮ່ວມເຮັດຫຼາຍກິດຈະກຳປິ່ນອ້ອມ: ລ່ອງເຮືອຄາຢັກ ·

ຂີ່ລົດບັກກີ້ ·

Zip-lining ·

ບລູລາກູນ ເປັນຕົ້ນ.

ຄ່ຳວັນທີ 10 — ປິດງານດ້ວຍພິທີບາສີສູ່ຂວັນ ຕາມປະເພນີລາວ ແລ້ວຈະມີການສົ່ງຕໍ່ທຸງ ໃຫ້ ປະເທດກຳປູເຈຍ ຮັບໜ້າທີ່ໃນການເປັນເຈົ້າພາບ SIGA 2027 ຕໍ່ໄປ.

ເປັນຫຍັງຕ້ອງສົນໃຈງານນີ້?

ນີ້ບໍ່ແມ່ນເປັນພຽງແຕ່ ງານກອງປະຊຸມທຳມະດາ. ງານ SIGA ຄັ້ງນີ້ ຖືເປັນວາລະສະເຫຼິມສະຫຼອງ:

49 ປີ ຂອງໂຄງການເດີນທະເລອາຊຽນ-ຍີ່ປຸ່ນ

28 ປີ ທີ່ຊາວໜຸ່ມລາວໄດ້ເຂົ້າຮ່ວມໂຄງການ

34 ປີ ຂອງງານພົບປະ SIGA

ນອກຈາກນີ້ ຍັງເປັນການດຶງດູດການຮ່ວມມື, ການເຜີຍແຜ່ ວັດທະນາທໍາລາວ ທັງຍັງເປັນການສົ່ງເສີມ ການທ່ອງທ່ຽວລາວ ອີກດ້ວຍ.

#SIGA#SSEAYP#Laos

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles