ໃນລະວາງວັນທີ 18-19 ເມສາ 2026 ນີ້ ສະຫາຍ ພັນໂທ ບຸນລອນ ໄຊຍະເພັນ ຮອງຫົວໜ້າ ຫ້ອງເສນາທິການ ກອງບັນຊາການທະຫານແຂວງໄຊສົມບູນ, ມີສະຫາຍ ຮ້ອຍເອກ ສົມພອນ ໄຊສົງຄາມ ຮອງຫົວໜ້າພະແນກສູ້ຮົບ ໄດ້ລົງສົມທົບກັບກໍາລັງອ້າຍນ້ອງທະຫານ ກອງບັນຊາການທະຫານເມືອງລ້ອງຊານ ຈໍານວນ 25 ສະຫາຍ ໄດ້ເຄື່ອນໄຫວລົງພື້ນທີ່ ແລະ ຊ່ວຍເຫຼືອພໍ່ແມ່ປະຊາຊົນ, ຄອບຄົວພະນັກງານ-ນັກຮົບທີ່ຖືກຜົນກະທົບຈາກເຫດການພາຍຸລະດູຮ້ອນ ໃນຄໍາຄືນຂອງວັນທີ 18 ເມສາ 2026 ຜ່ານມານີ້ ຢູ່ທີ່ເຂດ ບ້ານໂພນໄຊ, ບ້ານໂພນເລົ່າ ເມືອງລ້ອງຊານ ແຂວງໄຊສົມບູນ ທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງ ໂດຍສະເພາະ ແມ່ນທີ່ຢູ່ອາໄສ່ຂອງພໍ່ແມ່ປະຊາຊົນ ແລະ ຄອບຄົວພະນັກງານ – ນັກຮົບ 2 ບ້ານດັ່ງກ່າວ ເຮັດໃຫ້ເຮືອນໄດ້ຮັບຄວາມເສຍຫາຍເປັນຈໍານວນຫຼາຍຫຼັງ.
ຜ່ານການເກັບກໍາຂໍ້ມູນຕົວຈິງໃນເບື້ອງຕົ້ນ ໃນນີ້ ບ້ານໂພນໄຊ ມີທັງໝົດ 138 ຄອບຄົວ, ບ້ານໂພນເລົ່າ ມີ 87 ຄອບຄົວ, ເຊິ່ງປະຈຸບັນກໍາລັງເລັ່ງໃສ່ການຊ້ອມແປງໄດ້ ຈໍານວນ 10 ກວ່າຫຼັງຄາເຮືອນໄດ້ສໍາເລັດ, ໂອກາດດັ່ງກ່າວ ສະຫາຍ ພັນໂທ ບຸນລອນ ໄຊຍະເພັນ ຮອງຫົວໜ້າ ຫ້ອງເສນາທິການ ກອງບັນຊາການທະຫານແຂວງໄຊສົມບູນ ກໍ່ໄດ້ສະແດງຄວາມເສຍໃຈ ແລະ ໃຫ້ກໍາລັງໃຈໃຫ້ແກ່ພໍ່ແມ່ປະຊາຊົນ ແລະ ຄອບຄົວພະນັກງານ – ນັກຮົບ ຈໍານວນ 2 ໝູ່ ບ້ານ ໃຫ້ມີຄວາມອົດທົນ ແລະ ສູ້ຊົນຜ່ານພາວິກິດໃນຄັ້ງນີ້ ພ້ອມທັງຈະຊີ້ນໍາກໍາລັງອ້າຍນ້ອງທະຫານ ກອງບັນຊາການທະຫານເມືອງລ້ອງຊານ ໃຫ້ສືບຕໍ່ນໍາເອົາກໍາລັງແຮງງານ ເພື່ອຊ່ວຍເຫຼືອພໍ່ແມ່ປະຊາຊົນຊ້ອມແປງເຮືອນຊານທີ່ຖືກຜົນກະທົບໃນຄັ້ງນີ້ໃຫ້ກັບຄືນສະພາບປົກກະຕິໂດຍໄວ.
ພາບ-ຂ່າວ: ສົດ ນາມໄຕ, ທະຫານແຂວງໄຊສົມບູນ

