“ດື່ມແລ້ວຂັບ” ຈະຖືກປັບໄໝ 1,5ລ້ານກີບ

ການບັງຄັບໃຊ້ກົດໝາຍດ້ານການຈະລາຈອນທາງບົກ ກຳລັງຖືກຍົກລະດັບໃຫ້ເຂັ້ມງວດຂຶ້ນ ໂດຍສະເພາະພຶດຕິກຳ “ດື່ມແລ້ວຂັບ” ທີ່ເປັນສາເຫດຫຼັກຂອງອຸບັດເຫດທາງຖະໜົນ.

ອີງຕາມດຳລັດ ວ່າດ້ວຍການປັບໃໝ ແລະ ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ກ່ຽວກັບການຈະລາຈອນທາງບົກ ຕາມມາດຕາ 7 ໄດ້ກຳນົດອັດຕາປັບໃໝໄວ້ຢ່າງຊັດເຈນ ຕາມປະເພດພາຫະນະ ແລະ ລະດັບປະລິມານແອລກໍຮໍໃນຮ່າງກາຍ.

ຕາມການກຳນົດ ຜູ້ຂັບຂີ່ລົດຈັກ ຫາກກວດພົບວ່າມີປະລິມານທາດເຫຼົ້າເກີນ 0,14 ມິລິກຣາມຕໍ່ລິດ ຈະຖືກປັບໃໝ 150.000 ກີບ. ສ່ວນຜູ້ຂັບຂີ່ລົດສ່ວນຕົວ ຫຼື ລົດ 4 ລໍ້ ທຸກປະເພດ ຫາກມີປະລິມານແອລກໍຮໍເກີນ 0,24 ມິລິກຣາມຕໍ່ລິດ ຈະຖືກປັບໃໝ 300.000 ກີບ.

ສ່ວນພາຫະນະປະເພດລົດຮັບຈ້າງ ຫຼື ລົດຂົນສົ່ງ ຖືກກຳນົດໃຫ້ເຂັ້ມງວດເປັນພິເສດ ໂດຍຫາກກວດພົບມີທາດເຫຼົ້າໃນຮ່າງກາຍ ແມ່ນຈະຖືກປັບໃໝເຖິງ 1.500.000 ກີບ ແມ່ນແຕ່ຈະມີປະລິມານເພີຍ 0 ກໍຕາມ. ມາດຕະການນີ້ ສະທ້ອນໃຫ້ເຫັນຈຸດຍືນອັນເຂັ້ມແຂງຂອງລັດ ໃນການປ້ອງກັນ ແລະ ລົດຜ່ອນອຸບັດເຫດ ພ້ອມທັງປົກປ້ອງຊີວິດ ແລະ ຊັບສິນຂອງປະຊາຊົນ.

ມາດຕະການດັ່ງກ່າວ ເກີດຂຶ້ນໃນທ່າມກາງສະຖານະການອຸບັດເຫດຈະລາຈອນ ທີ່ຍັງຄົງເປັນບັນຫາສຳຄັນໃນສັງຄົມລາວ ໂດຍຫຼາຍກໍລະນີມີສາເຫດມາຈາກການໃຊ້ເຫຼົ້າກ່ອນຂັບຂີ່. ການກຳນົດອັດຕາປັບໃໝທີ່ຊັດເຈນ ແລະ ເຂັ້ມງວດຂຶ້ນ ຈຶ່ງເປັນມາດຕະການສຳຄັນ ໃນການປ້ອງກັນ ແລະ ປັບປ່ຽນພຶດຕິກຳຂອງຜູ້ຂັບຂີ່.

ນອກຈາກການປັບໃໝເງິນແລ້ວ ຜູ້ລະເມີດຍັງອາດຖືກນຳໃຊ້ມາດຕະການເພີ່ມເຕີມ ຕາມຄວາມເໝາະສົມ ເຊັ່ນ ການຢຶດໃບຂັບຂີ່ ຫຼື ມາດຕະການອື່ນ ຕາມທີ່ກົດໝາຍກຳນົດ.

ເຕືອນໃຫ້ປະຊາຊົນທຸກຄົນ ປະຕິບັດຕາມກົດໝາຍຈະລາຈອນຢ່າງເຄັ່ງຄັດ ໂດຍສະເພາະຫຼີກລ້ຽງການ “ດື່ມແລ້ວຂັບ” ເພື່ອຮ່ວມກັນສ້າງສັງຄົມການຈະລາຈອນທີ່ປອດໄພ ແລະ ລົດຜ່ອນການສູນເສຍທັງຊີວິດ ແລະ ຊັບສິນ.

Lao Youth Radio

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles