ສປປ ລາວ ຊຸກຍູ້ແຮງຍຸດທະສາດພະລັງງານສີຂຽວ ເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍຂອບການຮ່ວມມື ການນຳໃຊ້ຍານພາຫະນະໄຟຟ້າ (EV) ໃນຂອບເຂດທົ່ວປະເທດ, ເພື່ອແກ້ໄຂບັນຫາຜົນກະທົບຈາກລາຄານ້ຳມັນເຊື້ອໄຟ ຕາມຄຳສັ່ງຂອງນາຍົກລັດຖະມົນຕີ ເລກທີ 40/ນຍ ລົງວັນທີ 13 ມີນາ 2026
ສະພາບການຂອງໂລກໃນປັດຈຸບັນ ໄດ້ເຮັດໃຫ້ເກີດວິກິດການນ້ຳມັນເຊື້ອໄຟ ເວົ້າສະເພາະການຕອບສະໜອງນ້ຳມັນກໍຄື ລາຄາແມ່ນມີການເໜັງຕີງແຮງ ຈຶ່ງກະທົບໂດຍກົງຕໍ່ເສດຖະກິດຂອງຊາດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ. ເພື່ອຮັບມືກັບຄວາມຫຍຸ້ງຍາກດັ່ງກ່າວ ນາຍົກລັດຖະມົນຕີແຫ່ງ ສປປ ລາວໄດ້ອອກຄຳສັ່ງສະບັບ ເລກທີ 40/ນຍ ລົງວັນທີ 13 ມີນາ 2026. ເພື່ອປະຕິບັດຕາມນະໂຍບາຍຂອງລັດຖະບານ; ລັດວິສາຫະກິດໄຟຟ້າລາວ ຈຶ່ງໄດ້ເປັນເຈົ້າການປະສານສົມທົບກັບອົງການຈັດຕັ້ງຂອງລັດ ແລະ ທຸລະກິດພາກລັດ ແລະ ເອກະຊົນ ເພື່ອສົ່ງເສີມການນຳໃຊ້ລົດບັນທຸກໄຟຟ້າ ເຊິ່ງເປັນການນຳໃຊ້ຊັບພະຍາກອນໄຟຟ້າທີ່ປະເທດເຮົາມີຢູ່ແລ້ວ ແລະ ຫຼຸດຜ່ອນການນຳໃຊ້ນ້ຳມັນເຊື້ອໄຟ. ສະນັ້ນ, ໃນວັນທີ 8 ເມສາ 2026 ທີ່ນະຄອນຫຼວງວຽງຈັນ ຈຶ່ງໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍ ຂອບການຮ່ວມມື ການນຳໃຊ້ຍານພາຫະນະໄຟຟ້າ ໃນຂອບເຂດທົ່ວປະເທດ.
ເຂົ້າຮ່ວມລົງນາມໃນບົດບັນທຶກດັ່ງກ່າວມີ 27 ພາກສ່ວນ ນຳໜ້າໂດຍ ລັດວິສະຫະກິດໄຟຟ້າລາວແລະ ມີບັນດາທຸລະກິດ ພາກລັດ ແລະ ເອກະຊົນ ດັ່ງລຸ່ມນີ້ເຂົ້າຮ່ວມ:
1) ບໍລິສັດ ລາວທານີ ກົນຈັກໜັກ ຈຳກັດຜູ້ດຽວ;
2) ບໍລິສັດ JAC ຈຳກັດ, ບໍລິສັດ ຊີເຄ ການຄ້າຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ;
3) SHAANXI HEAVY DUTY AUTOMOBILE IMPORT AND EXPORT CO., LTD;
4) ບໍລິສັດ ມະນີຍົມ ໂອໂຕກຣູບ ຈຳກັດ;
5) ບໍລີສັດ ພິງ ອານ ອີວີ ຈຳກັດຜູ້ດຽວ, HONGXIN IMPORT-EXPORT SOLE CO., LTD;
6) ບໍລິສັດ ເອເຊຍລົງທຶນ ພັດທະນາ ແລະ ກໍ່ສ້າງ ຈຳກັດຜູ້ດຽວ;
7) ບໍລິສັດ ເອເຊຍລົງທຶນ ແລະ ບໍລິການ ຈຳກັດຜູ້ດຽວ;
ບໍລິສັດ ເອັສຕຣີມ ລາວ ອີວີ ຈຳກັດ (MEV);
9) ບໍລິສັດ ລາວທານີ ກົນຈັກໜັກ ຈຳກັດຜູ້ດຽວ (BlueDOT);
10 ບໍລິສັດ ຊ້າວອີສ ເອເຊຍ ທາວເວີ ຈໍາກັດ;
11) ບໍລິສັດ ເບຍລາວ ຈຳກັດ;
12) ບໍລິສັດ ຂົນສົ່ງສາກົນ ຈຳກັດ;
13) ບໍລິສັດ ໂສພາຂົນສົ່ງສິນຄ້າ ຈຳກັດ;
14) ບໍລິສັດ ລໍດວງຄໍາ ຂົນສົ່ງ ຈໍາກັດ;
15) ບໍລິສັດ ບຸນລໍ້າ ຂົນສົ່ງ ຈໍາກັດຜູ້ດຽວ;
16) ບໍລິສັດ ຈັນສີ ບໍລິການຂົນສົ່ງ ຈໍາກັດຜູ້ດຽວ;
17) ບໍລິສັດ ພັດທະພົງ ຂົນສົ່ງ ຈຳກັດ;
18) ບໍລິສັດ ລາວຮຸ່ງເຮືອງການຄ້າ ແລະ ອະສັງຫາລິມະຊັບ ຈຳກັດ;
19) ບໍລິສັດ ວິລະບູລີພັດທະນາ ກໍ່ສ້າງເຄຫາສະຖານ ຈຳກັດຜູ້ດຽວ;
20) ບໍລິສັດ ອິນທຣາ ໂຄໂປເຣຊັນ ຈຳກັດຜູ້ດຽວ;
21) ບໍລິສັດ ເອັກຊິມ ໂລຈິດສຕິກແອນເຊີວິສ;
22) ບໍລິສັດ ໄປສະນີລາວ ຈຳກັດ;
23) ບໍລິສັດ ໄປສະນີລາວ ຈຳກັດ;
24) ບໍລິສັດ ໄປສະນີລາວ ຈຳກັດ;
25) ທະນາຄານການຄ້າຕ່າງປະເທດລາວ,
26) ທະນາຄານສົ່ງເສີມກະສິກຳ,
27) ທະນາຄານ ບີໄອຊີ ລາວ ຈຳກັດ.
ລັດວິສາຫະກິດໄຟຟ້າລາວ ແລະ ຄູ່ຮ່ວມມື ເຫັນໄດ້ຄວາມຫຍຸ້ງຍາກ ແລະ ຂໍ້ຈຳກັດຂອງການນຳໃຊ້ລົດບັນທຸກໄຟຟ້າເຊັ່ນ: ສະພາບຫົນທາງ ແລະ ພູມີສາດຂອງ ສປປ ລາວທີ່ເປັນພູຜາ, ລົດບັນທຸກໄຟຟ້າ ທີ່ຖືກນໍາໃຊ້ຈຶ່ງສາມາດແລ່ນໄດ້ພຽງ 100-150 ກິໂລແມັດ ເທົ່ານັ້ນ ທຽບໃສ່ລົດໃຊ້ນ້ຳມັນທີ່ສາມາດແລ່ນໄດ້ 500-600 ກິໂລແມັດ. ສະນັ້ນ, ການນຳໃຊ້ລົດບັນທຸກໄຟຟ້າໃນເງື່ອນໄຂດັ່ງກ່າວຈຶ່ງບໍ່ກຸ້ມຄ່າສໍາລັບບໍລິສັດຂົນສົ່ງ; ນອກນັ້ນ, ປະເທດເຮົາ ຍັງບໍ່ທັນມີສະຖານີສາກໄຟຟ້າ ແຍກສະເພາະສຳລັບລົດບັນທຸກ, ພ້ອມດຽວກັນນີ້ ໄຟຟ້າທີ່ຕ້ອງໄດ້ນຳໃຊ້ເຂົ້າໃນການສາກລົດບັນທຸກ ແມ່ນຕ້ອງມີກຳລັງແຮງສູງ ຫຼື ຈໍາເປັນຕ້ອງນໍາໃຊ້ການປ່ຽນແບັດເຕີຣີ (Swap technology) ເພື່ອບໍ່ເສຍເວລາ, ແຕ່ປັດຈຸບັນຍັງບໍ່ທັນມີໂຄງລ່າງດັ່ງກ່າວ. ຍິ່ງໄປກວ່ານັ້ນ, ການລົງທຶນໃສ່ລົດບັນທຸກໄຟຟ້າ ຖືວ່າສູງກວ່າຕົ້ນທຶນຂອງລົດບັນທຸກທີ່ໃຊ້ນ້ຳມັນກວ່າ 2 ເທົ່າ ເຖິງແມ່ນວ່າ, ໃນໄລຍະກາງ ແລະ ໄລຍະຍາວ ມູນຄ່າສະເລ່ຍຈະຖືກກວ່າຕົ້ນທຶນການນຳໃຊ້ລົດນ້ຳມັນກໍຕາມ. ສະນັ້ນ, ຈຶ່ງເຮັດໃຫ້ພາກທຸລະກິດໂດຍສະເພາະແມ່ນພາກການຂົນສົ່ງ ບໍ່ສາມາດຫັນມານໍາໃຊ້ລົດບັນທຸກໄຟຟ້າໄດ້ທັນທີ. ໂຄງປະກອບຂອງຄູ່ຮ່ວມມືໃນບົດບັນທຶກສະບັບນີ້ແມ່ນ ສ່ອງແສງໃຫ້ເຫັນຈຸດສຸມໃນການແກ້ໄຂຂໍ້ຈຳກັດດັ່ງກ່າວ, ໂດຍໄດ້ແບ່ງເປັນ 4 ກຸ່ມ: ກຸ່ມຜູ້ສະໜອງພາຫະນະຂົນສົ່ງໄຟຟ້າ, ກຸ່ມຜູ້ຮັບຜິດຊອບໂຄງລ່າງພື້ນຖານໃນການສາກໄຟລົດ, ກຸ່ມຜູ້ຊົມໃຊ້ລົດ ແລະ ກຸ່ມຜູ້ສະໜອງທຶນ, ເຊິ່ງຈະຮ່ວມກັນຈັດຕັ້ງປະຕິບັດຫຼາຍວຽກງານຈຸດສຸມ ໂດຍສຸມໃສ່ການສ້າງສະຖານີບໍລິການສາກໄຟຟ້າ/ການສະຫຼັບປ່ຽນແບັດເຕີຣີ, ການພັດທະນາລະບົບແອັບລວມສູນເພື່ອໃຊ້ໃນການຕິດຕາມການສາກໄຟຟ້າ/ການສະຫຼັບປ່ຽນແບັດເຕີຣີ, ການຈອງຄິວລ່ວງໜ້າ, ແລະ ບັນດາທະນາຄານທີ່ເຂົ້າຮ່ວມຈະຄົ້ນຄວ້າອອກແບບຜະລິດຕະພັນສິນເຊື່ອ ເພື່ອສະໜັບສະໜູນການນຳໃຊ້ລົດຂົນສົ່ງໄຟຟ້າ.
ສ່ວນກະຊວງອຸດສະຫະກຳ ແລະ ການຄ້າ ຈະຄົ້ນຄວ້າ ແລະ ປັບປຸງນະໂຍບາຍຕ່າງໆ ເພື່ອອຳນວຍຄວາມສະດວກໃຫ້ແກ່ການຮ່ວມມື ແນໃສ່ບັນລຸເປົ້າໝາຍການຫັນໄປສູ່ການນຳໃຊ້ພະລັງງານສີຂຽວ ແລະ ເຕັກໂນໂລຊີດີຈີຕອນເຂົ້າໃນການບໍລິຫານຈັດການພະລັງງານ ແລະ ລະບົບການຂົນສົ່ງໃຫ້ມີຄວາມທັນສະໄໝ ແລະ ມີປະສິດທິພາບສູງ.

ໃນພິທີທ່ານ ປອ ອາຄົມເດດ ວົງໄຊ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ກ່າວໃນບາງຕອນວ່າ: ລັດວິສາຫະກິດໄຟຟ້າລາວ ສົມທົບກັບ ພາກທຸລະກິດທີ່ໄດ້ກ່າວມາຂ້າງເທິງ, ເຊື່ອວ່າ ພວກເຮົາຈະເປັນກຳລັງແຮງສຳຄັນທີ່ຊຸກຍູ້ໃຫ້ປະເທດລາວ ສາມາດນຳໃຊ້ລົດບັນທຸກໄຟຟ້າ ຫຼາຍຂຶ້ນກວ່າເກົ່າ. ສິ່ງສໍາຄັນທີ່ສຸດແມ່ນສະເໜີມາຍັງລັດຖະບານສືບຕໍ່ຊີ້ນຳ ແລະ ແລກປ່ຽນກັບບັນດາຜູ້ປະກອບການ ເພື່ອມີນະໂຍບາຍ ແລະ ມາດຕະການທີ່ເໝາະສົມໃນການຫັນໄປສູ່ການນຳໃຊ້ລົດບັນທຸກໄຟຟ້າ. ແນ່ນອນການຮ່ວມມືຄັ້ງນີ້ ພວກເຮົາເອງກໍຍັງເປີດກວ້າງ ແລະ ຜັກດັນໃຫ້ຄູ່ຮ່ວມທຸລະກິດເຂົ້າຮ່ວມ ໃນການຊ່ວຍກັນທັງພາກລັດຖະບານ ແລະ ພາກທຸລະກິດເພື່ອສົ່ງເສີມການນຳໃຊ້ລົດບັນທຸກໄຟຟ້າ. ທັງນີ້, ກໍແມ່ນເພື່ອເຮັດໃຫ້ເສດຖະກິດຂອງ ປະເທດ ມີຄວາມຍືນຍົງ, ມີການຂະຫຍາຍຕົວ ແລະ ມີທ່າແຮງໃນການແຂ່ງຂັນໃນພາກພື້ນໃຫ້ຫຼາຍຂື້ນກວ່າເກົ່າ.

ໂອກາດດັ່ງກ່າວທ່ານ ມະໄລທອງ ກົມມະສິດ ໄດ້ມີຄໍາເຫັນວ່າ: ແຜນໂຄງການດັ່ງກ່າວນີ້ ນອກຈາກຈະແກ້ໄຂບັນຫາຜົນກະທົບຈາກລາຄານໍ້າມັນເຊື້ອໄຟ ແລະ ປະຢັດການໄຫຼອອກຂອງເງິນຕາຕ່າງປະເທດແລ້ວ ຍັງເປັນການຫຼຸດຜົນກະທົບຕໍ່ສິ່ງແວດລ້ອມ ໂດຍການຫຼຸດການປ່ອຍກາຊ CO₂ ແລະ ມົນລະພິດ ຈາກການຂົນສົ່ງ; ປັບປຸງການຂົນສົ່ງໃຫ້ມີປະສິດທິພາບ ໂດຍການນຳເຕັກໂນໂລຊີດິຈິຕອນ ເຂົ້າໃນການຕິດຕາມການນຳໃຊ້ພະລັງງານ ເຊັ່ນ: ການບໍລິຫານ-ວາງແຜນເສັ້ນທາງ ແລະ ການຈັດການບໍລິຫານພະລັງງານ, ເຮັດໃຫ້ມີການຫຼຸດຜ່ອນການນໍາເຂົ້າ ແລະ ຫຼຸດຜ່ອນຕົ້ນທຶນການຜະລິດໃນໄລຍະຍາວ ໂດຍສະເພາະຕົ້ນທຶນຄ່ານ້ຳມັນເຊື້ອໄຟ ແລະ ຄ່າບໍາລຸງຮັກສາ ທັງເປັນການສ້າງມາດຕະຖານໃໝ່ ໃນອຸດສາຫະກຳຂົນສົ່ງ ຂອງ ສປປ ລາວ ໃຫ້ກ້າວທັນກັບພາກພື້ນ. ນອກຈາກນີ້ ລັດວິສາຫະກິດໄຟຟ້າລາວຕ້ອງຄົ້ນຄວ້າສົ່ງເສີມການນຳໃຊ້ພະລັງງານລົມ ແລະ ພະລັງງານແສງອາທິດໃຫ້ຫຼາຍຂຶ້ນ.

ພິທີດັ່ງກ່າວໄດ້ຮັບກຽດເຂົ້າຮ່ວມຢ່າງພ້ອມພຽງຈາກບັນດາການນຳລະດັບສູງ ແລະ ພາກສ່ວນທຸລະກິດມີ: ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ, ທ່ານ ນາງ ບຸນຄຳ ວໍລະຈິດ ຜູ້ວ່າການທະນາຄານແຫ່ງ ສປປ ລາວ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສະຫະກຳ ແລະ ການຄ້າ, ທ່ານ ສັນຕິສຸກ ສິມມະລາວົງ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ພ້ອມດ້ວຍບັນດາຮອງລັດຖະມົນຕີ, ຜູ້ບໍລິຫານຈາກບໍລິສັດຄູ່ຮ່ວມມືທຸລະກິດ ທີ່ຮ່ວມລົງນາມຄັ້ງນີ້.

