ມັນຄົງເປັນຄໍາຖາມທີ່ທໍາມະດາ ແຕ່ທຸກຄົນຕ່າງເບິ່ງຂ້າມ ຕ່າງບໍ່ເຄີຍສົນໃຈ.
ທຸກປີ ໃນວັນປີໃໝ່ລາວ ຍັງຄົງມີຫລາຍຄົນທີ່ບໍ່ໄດ້ກັບບ້ານໄປຢາມພໍ່ແມ່, ຢາກຖາມວ່າ: ເຈົ້າເຮັດວຽກຈັກມື້ໃນໜຶ່ງເດືອນ ແລະ ໃນໜຶ່ງເດືອນ ເຈົ້າມີເວລາໃຫ້ພໍ່ແມ່ຈັກມື້?
ປັດຈຸບັນເຈົ້າຢູ່ເຮືອນນຳພໍ່ແມ່ບໍ່?.
ເລື່ອງສຸດທ້າຍທີ່ໄດ້ເວົ້າກັບພໍ່ກັບແມ່ ຄືເລື່ອງຫຍັງ?.
ເຈົ້າຫົວຢ່າງມີຄວາມສຸກ ແລະ ເຫັນພໍ່ແມ່ຫົວຢ່າງມີຄວາມສຸກມື້ໃດ?.
ເຈົ້າຮູ້ບໍ່ວ່າ ພໍ່ແມ່ເຈົ້າມັກກິນຫຍັງ?.
ເຈົ້າເມືອຢາມເພີ່ນ ແລະ ກິນເຂົ້າກັບເພີ່ນຄັ້ງສຸດທ້າຍມື້ໃດ?.
ເຈົ້າເຄີຍບອກຮັກພໍ່ ແລະ ແມ່ ຫລືບໍ່?.
ແມ່ນຫຍັງຄືສິ່ງທີ່ເຮັດໃຫ້ພໍ່ແມ່ເຮົາມີຄວາມສຸກ.
ແມ່ນຫຍັງຄືສິ່ງທີ່ເຈົ້າຢາກເຮັດ ຖ້າມີໂອກາດເມືອຢາມພໍ່ແມ່ໃນປີນີ້.
ມັນຈະເປັນເລື່ອງທີ່ໜ້າເສຍໃຈທີ່ສຸດ ຖ້າປີໃໝ່ລາວ ປີໜຶ່ງມີພຽງໜຶ່ງຄັ້ງ ແຕ່ເຮົາຜູ້ເປັນລູກ ບໍ່ໄປຫາເພີ່ນ, ເພາະຍ້ອນຄາໄປທ່ຽວກັບແຟນ ແລະ ໝູ່, ແລ້ວບອກວ່າປີໜ້າຈຶ່ງໄປຫາເພີ່ນ, ແລ້ວເຈົ້າຮູ້ໄດ້ຈັ່ງໃດ ວ່າປີໜ້າມັນຍັງຄົງຈະມີເຮົາ ຫລື ພໍ່ແມ່ຢູ່ເທິງໂລກໜ່ວຍນີ້, ຈົ່ງເຮັດຕອນທີ່ມີໂອກາດ ດີກວ່າຈະມານັ່ງເສຍໃຈພາຍຫລັງ.
ຄົນບາງຄົນ ສານພະພູມຍັງກາບໄຫວໄດ້ ແຕ່ພໍ່ກັບແມ່ລ້ຽງເຮົາມາ ພາເຮົາໃຫຍ່ ຍັງກາບໄຫວບໍ່ລົງ.
ຖ້າເລືອກຄົນຕົວຢ່າງອອກມາຈັກ 10 ຄົນ ແລະ ຖາມທັງ 10 ຄົນ ວ່າ: ຮັກພໍ່ຮັກແມ່ບໍ່? ຄົງບໍ່ມີໃຜທີ່ຕອບວ່າ: ບໍ່ຮັກ, ແຕ່ຈະມີຈັກຄົນທີ່ສະແດງອອກວ່າ ຮັກພໍ່ ແລະ ແມ່, ຄວາມຮັກບໍ່ຈຳເປັນຕ້ອງສະແດງອອກ, ຄວາມຮັກບໍ່ຈຳເປັນຕ້ອງຖ່າຍທອດ, ແຕ່ຖ້າເຮົາຄິດໃນອີກດ້ານໜຶ່ງໃນທາງກົງກັນຂ້າມກັນ ທ່ານຢາກໃຫ້ພໍ່ ຫຼື ແມ່ ຍ້ອງທ່ານຈັກເທື່ອບໍ່? ພໍ່ ແລະ ແມ່ຂອງທ່ານກໍເຊັ່ນດຽວກັນ ທ່ານຢາກໃຫ້ລູກກອດເພິ່ນຈັກໜ່ອຍໜຶ່ງກໍຍັງດີ, ຢາກໃຫ້ລູກຍອມຮັບເພີ່ນວ່າ ແມ່ນພໍ່ ແມ່ນແມ່ ເຖິງຈະມີຫຼື ຈະຈົນກໍ່ຕາມ, ຢາກໃຫ້ລູກເອົາໃຈໃສ່ເບີ່ງແຍງພາໄປຫັ້ນມານີ້ກະຍິ່ງຈະເປັນການດີ, ຕອນນີ້ຍັງບໍ່ສວາຍເກີນໄປທີ່ທ່ານຈະເລີ່ມເຮັດສິ່ງດີໆໃຫ້ແກ່ພໍ່ ແລະ ແມ່, ຮັກເພິ່ນໃຫ້ຫຼາຍໆ, ເອົາໃຈໃສ່ເພິ່ນ, ຕັ້ງໃຈຮຽນ, ເປັນລູກທີ່ດີ ກໍຄືເປັນຄົນດີໃຫ້ເພິ່ນເຫັນ.
ປີໃໝ່ລາວປີນີ້ເຮົາກັບບ້ານໄປກິນເຂົ້າຮ່ວມພາ, ໄປກິນປາຮ່ວມຕ່ອນ, ໄປສ້າງຮອຍຍີ້ມ ສ້າງຄວາມສຸກ ໃຫ້ພໍ່ແມ່, ກ່ອນທີ່ເຮົາຈະບໍ່ມີໂອກາດໄດ້ເຮັດ, ເພາະຊີວິດຂອງຄົນເຮົາມັນສັ້ນ, ຄົງບໍ່ມີຜູ້ໃດບອກໄດ້ວ່າ: ຈະມີມື້ອື່ນສຳລັບຕົນເອງ ຫລື ບໍ່?.
ເນື່ອງໃນໂອກາດບຸນກຸດສົງການປີໃໝ່ລາວ ຈສ 1388 ຫຼື ພສ 2569 ຂໍອວຍພອນໄຊອັນປະເສີດມາຍັງບັນດາທ່ານ ພ້ອມດ້ວຍຄອບຄົວ ຍາດຕິພີ່ນ້ອງ ຈົ່ງມີສຸຂະພາບເຂັ້ມແຂງ ປະສົບພົບພໍ້ແຕ່ຄວາມສຸກຄວາມຈະເລີນ ທັງກາຍ ແລະ ໃຈ ໃນຊີວິດສ່ວນຕົວ ແລະ ຄອບຄົວ, ປະສົບຜົນສໍາເລັດໃນໜ້າທີການງານ ທີ່ທ່ານຮັບຜິດຊອບ, ສໍາລັບ ທ່ານທີ່ຈະເດີນທາງກັບຖິ່ນຖານບ້ານເກີດເມືອງນອນ ຫຼື ໄປທ່ອງທ່ຽວ ກໍ່ຂໍໃຫ້ເດີນທາງ ໄປ ແລະ ກັບ ດ້ວຍຄວາມສະຫວັດດີພາບ ແລະ ຂໍໃຫ້ທຸກຄົນມີຄວາມສຸກາຍສະບາຍໃຈ ປັດສະຈາກໂຣກໄພໄຂ້ເຈັບ.
ດ້ວຍຄວາມປາຖະໜາດີຈາກ: Lao YouthRadio FM90MHz

