ແຂວງບໍ່ແກ້ວ ຮຽກຮ້ອງໃຫ້ສົ່ງເລີມຊົມໃຊ້ກະຕ່າຂອງຂັວນທີ່ເປັນຜະລິດຕະພັນ ODOP ອວຍພອນປີໃຫມ່ລາວ

ວັນທີ 6 ເມສາ 2026 ພະແນກອຸດສາຫະກຳ ແລະ ການຄ້າ ແຂວງບໍ່ແກ້ວ, ອອກແຈ້ງການ ສົ່ງເສີມການຊົມໃຊ້ກະຕ່າຂອງຂວັນ, ກະຕ່າອວຍພອນ ທີ່ເປັນຜະລິດຕະພັນພາຍໃນຂອງລາວ ກໍຄື ຂອງແຂວງບໍ່ແກ້ວ ໃນໄລຍະບຸນປີໃໝ່ລາວ 2026.

ເພື່ອເປັນການ ສົ່ງເສີມການຜະລິດ ແລະຜະລິດຕະພັນພາຍໃນ ທັງເປັນການໂຄສະນາສິນຄ້າລາວ ກໍຄື ສິນຄ້າຂອງແຂວງບໍ່ແກ້ວ ໃຫ້ເປັນ ທີ່ຮູ້ຈັກຂອງສັງຄົມ ທັງພາຍໃນ ແລະ ຕ່າງປະເທດຫລາຍຂຶ້ນ ຕິດພັນກັບການຊຸກຍູ້ການຊົມໃຊ້ສິນຄ້າພາຍໃນແຂວງ ໃຫ້ເປັນຂະບວນການລວມຢ່າງກ້ວາງຂວາງ ແລະ ເຂັ້ມແຂງ ເພື່ອສະແດງໃຫ້ເຫັນວ່າ: ພາຍໃນປະເທດເຮົາ ກໍຄື ແຂວງບໍ່ແກ້ວ ມີຫລາກຫລາຍສິນຄ້າ ທີ່ຜູ້ຜະລິດພາຍໃນສາມາດຜະລິດ-ສະໜອງ ໃນດ້ານປະລິມານ ແລະ ຄຸນະພາບ ເປັນຕົ້ນ: ສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນ (ODOP), ສິນຄ້າທ່າແຮງ ທີ່ເປັນເອກະລັກ ແລະ ພູມປັນຍາຂອງປະຊາຊົນບັນດາເຜົ່າແຕ່ລະ ທ້ອງຖິ່ນ. ບັນດາສິນຄ້າເຫລົ່ານັ້ນ, ໄດ້ຖືກນໍາມາປະກອບເຂົ້າເປັນກະຕ່າຂອງຂວັນ, ກະຕ່າອວຍພອນ, ເຮັດເປັນຂອງຕ້ອນ-ຂອງຝາກ ເນື່ອງໃນໂອກາດເທດສະການ-ງານບຸນສໍາຄັນຕ່າງໆ ເປັນຕົ້ນ, ໃນໄລຍະບຸນປີໃໝ່ລາວ 2026.

ສະນັ້ນ, ພະແນກອຸດສາຫະກຳ ແລະ ການຄ້າແຂວງ ຂໍຮຽກຮ້ອງມາຍັງທຸກພາກສ່ວນ ຊ່ວຍສົ່ງເສີມ ແລະ ຊົມໃຊ້ກະຕ່າຂອງຂັວນ, ກະຕ່າອວຍພອນ ທີ່ເປັນຜະລິດຕະພັນພາຍໃນຂອງລາວ-ຂອງແຂວງບໍ່ແກ້ວ ເພື່ອປະກອບສ່ວນຊຸກຍູ້ ແລະສ້າງຄວາມເຂັ້ມແຂງ ໃຫ້ເສດຖະກິດຂອງລາວ-ຂອງແຂວງບໍ່ແກ້ວ, ຫຼຸດຜ່ອນການນໍາ ເຂົ້າສິນຄ້າທີ່ບໍ່ຈຳເປັນ, ເຊີດຊູເອກະລັກ, ສີໄມ້ລາຍມືຂອງຄົນລາວ ໃຫ້ນັບມື້ສູງເດັ່ນຂຶ້ນທັງສອດຄ່ອງກັບເນື້ອໃນຈິດໃຈຂອງ ມະຕີ 04/ກມສພ (11 ເມສາ 2024) ວ່າດ້ວຍການສ້າງເສດຖະກິດເອກະລັດ, ເປັນເຈົ້າຕົນເອງ ໃນໄລຍະໃໝ່ ແລະ ຄໍາຂັວນທີ່ວ່າ: “ລາວຜະລິດ ລາວໃຊ້ ເປັນຮູບປະທຳໃຫ້ເປັນ ຂະບວນຟົດຟື້ນ.

ລາຍລະອຽດອ່ານຕາມແຈ້ງການຕື່ມ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles