ອຄ ລົງກວດກາຄຸນນະພາບ ແລະ ບໍລິມາດຫົວຈ່າຍນ້ຳມັນເຊື້ອໄຟ ຢູ່ເມືອງປາກງື່ມ ແລະ ເມືອງທ່າພະບາດ

ວັນທີ 05/ ເມສາ /2026 ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ລົງກວດກາ ຄຸນນະພາບ ແລະ ບໍລິມາດ ຫົວຈ່າຍນຳ້ມັນເຊື້ອໄຟ ຕາມປຳ້ຈຳໜ່າຍ ຢູ່ເຂດ ເມືອງ ປາກງື່ມ, ນະຄອນຫຼວງວຽງຈັນ ຈຳນວນ 2 ປຳ້ ແລະ ເມືອງ ທ່າພະບາດ ຈຳນວນ 6 ປຳ້ ດັ່ງນີ້:

1. ປຳ້ ເປໂຕຣລາວ (PETRO LAO) ບ້ານ ນາຊອນ ເຊິ່ງແມ່ນສາຂາຂອງ ບໍລິສັດ ເປໂຕຣລາວ (PETRO LAO);

2. ປຳ້ ຈະເລີນຊັບ ບ້ານ ສົມສະຫວາດ ເຊິ່ງແມ່ນສາຂາຂອງ ບໍລິສັດ ເປໂຕຣຫວຽດນາມອອຍ ລາວ ຈຳກັດ (PV Oil Lao);

3. ປຳ້ ນາໄຊ ບ້ານ ນາໄຊ ເຊິ່ງແມ່ນສາຂາຂອງ ບໍລິສັດ ເປໂຕຣລີແມັກລາວ (PETROLIMEX);

4. ປຳ້ ສຸດໃຈ ບ້ານ ທ່າພະບາດ ເຊິ່ງແມ່ນສາຂາຂອງ ບໍລິສັດ ທີທີພາວເວີ 45 (TTPOWER);

5. ປຳ້ ໄຊຊະນະ ພິມມະສອນ ບ້ານ ປ່າໄລ່ ເຊິ່ງແມ່ນສາຂາຂອງ ບໍລິສັດ ນໍ້າມັນເຊື້ອໄຟ ດາລາຈະເລີນ ຈຳກັດ (Star Oil);

6. ປຳ້ ນ. ຈົບ ອົກຄະວົງ ບ້ານ ທ່າບົກ ເຊິ່ງແມ່ນສາຂາຂອງ ບໍລິສັດ ນໍ້າມັນເຊື້ອໄຟ ດາລາຈະເລີນ ຈຳກັດ (Star Oil);

7. ປໍ້າ ເມລີສະຫວັນ ບໍລິການ ບ້ານ ນຳ້ໂລ ເຊິ່ງແມ່ນສາຂາຂອງ ບໍລິສັດ ທີທີພາວເວີ (TTPOWER);

8. ປຳ້ ສຸດໃຈ ບ້ານ ຍ່ອຍໄຫ ເຊິ່ງແມ່ນສາຂາຂອງ ບໍລິສັດ ທີທີພາວເວີ 45 (TTPOWER).

ຜ່ານການກວດກາຄຸນນະພາບຕົວຈິງ ເຫັນວ່າ ນໍ້າມັນກະຊວນ ແລະ ແອັດຊັງ ແມ່ນຢູ່ໃນເກນຄ່າມາດຕະຖານແຫ່ງຊາດ ທີ່ກຳນົດໄວ້.

ຜ່ານການກວດກາ ບໍລິມາດ ຫົວຈ່າຍນໍ້າມັນເຊື້ອໄຟຕົວຈິງ ເຫັນວ່າ ນໍ້າມັນກະຊວນ ແລະ ແອັດຊັງ ບາງປຳ້ຍັງມີຫົວຈ່າຍຈຳນວນໜຶ່ງແມ່ນບໍ່ນອນຢູ່ໃນຄ່າອະນຸຍາດ ± 25 ml, ແຕ່ກວດກາສະພາບຕູ້ຈ່າຍມີການໜີບກົ່ວລ໋ອກຊິນຂອງພະແນກອຸສາຫະກຳການຄ້າ ແຂວງ, ນະຄອນຫຼວງ ຍັງຢູ່ໃນສະພາບປົກກະຕິ ເມືອມີການໃຊ້ງານປະຈຳອາດເຮັດໃຫ້ຫົວຈ່າຍມີການອ່ານຄ່າຫຼຸດລົງ. ດັ່ງນັ້ນທາງທີມງານຈິ່ງເຮັດບົດບັນທຶກກ່າວເຕືອນ ແລະ ແຈ້ງໃຫ້ທາງພາກສ່ວນຮັບຜິດຊອບມາປັບຄ່າໃຫ້ຢູ່ໃນຄ່າອະນຸດທີ່ກຳນົດໄວ, ຫາກພົບເຫັນຄວາມຜິດປົກກະຕິ ຫຼື ສົງໄສ ກ່ຽວກັບຄຸນນະພາບ ແລະ ບໍລິມາຫົວຈ່າຍນໍ້າມັນເຊື້ອໄຟ ຜູ້ຊົມໃຊ້ສາມາດໂທແຈ້ງສາຍດ່ວນ 1513 (ບໍລິການຟີຣ) ເພື່ອຮ່ວມກັນເປັນຫູເປັນຕາໃຫ້ແກ່ພາກລັດ.

ທີ່ມາ: ຂ່າວສານອຸດສາຫະກຳ ແລະ ການຄ້າ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles