ປະເທດໄທ ຕ້ອງສ້າງຝົນທຽມ ເພື່ອໄກ້ໄຂວິກິດຝຸ່ນ PM2.5

ຊຽງໃໝ່, ປະເທດໄທ – ກົມຝົນຫຼວງ ແລະ ການບິນກະເສດ ຂອງໄທ ໄດ້ເລັ່ງລະດົມຝູງບິນອອກປະຕິບັດການເພື່ອຫຼຸດຜ່ອນບັນຫາຝຸ່ນລະອອງຂະໜາດນ້ອຍ PM2.5 ໃນຂົງເຂດພາກເໜືອ, ໂດຍເນັ້ນໃສ່ແຂວງຊຽງໃໝ່ ເຊິ່ງເປັນພື້ນທີ່ທີ່ຄຸນນະພາບອາກາດຊຸດໂຊມລົງຢ່າງໜັກຈົນເຖິງລະດັບທີ່ເປັນອັນຕະລາຍຕໍ່ສຸຂະພາບ.

ອ້າງອີງຕາມການລາຍງານ, ທາງການໄທໄດ້ຈັດຕັ້ງໜ່ວຍປະຕິບັດການດັດແປງສະພາບອາກາດພິເສດຂຶ້ນຢູ່ຊຽງໃໝ່ ໂດຍມີການນຳໃຊ້ເຮືອບິນທັງໝົດ 5 ລຳ (ປະກອບມີເຮືອບິນແບບ L410S 2 ລຳ, CASA 2 ລຳ ແລະ CN 1 ລຳ) ເພື່ອດຳເນີນມາດຕະການຊ່ວຍເຫຼືອແບບເລັ່ງດ່ວນ.

​ກົມຝົນຫຼວງໄດ້ວາງແຜນການເຮັດວຽກເປັນໄລຍະ ໂດຍອີງຕາມສະພາບອາກາດຕົວຈິງ ດັ່ງນີ້:

ການໂປຍນ້ຳກ້ອນແຫ້ງ (Dry-ice seeding): ເພື່ອຊ່ວຍໃນການກໍ່ຕົວຂອງກຸ່ມເມກ ແລະ ດູດຊັບຝຸ່ນລະອອງໃນອາກາດ.

ການສີດພົ່ນລະອອງນ້ຳເຢັນ: ເພື່ອທຳລາຍຊັ້ນອາກາດທີ່ປິດກັ້ນ (Thermal inversion) ທີ່ກັກຂັງມົນລະພິດໄວ້ໃນລະດັບຕ່ຳ (ຕ່ຳກວ່າ 3,000 ຟຸດ), ເຊິ່ງຈະຊ່ວຍໃຫ້ຝຸ່ນລະອອງສາມາດຟຸ້ງກະຈາຍອອກໄປໄດ້ດີຂຶ້ນ.

ຕາຕະລາງການດຳເນີນງານ (ເມສາ 2026):

ວັນທີ 1-3 ເມສາ: ເນັ້ນການສ້າງກຸ່ມເມກເພື່ອດູດຊັບຝຸ່ນ.ວັນທີ 4-6 ເມສາ: ເນັ້ນການເຮັດຝົນທຽມແບບດັ້ງເດີມ ເນື່ອງຈາກຄວາມຊຸ່ມຊື່ນໃນອາກາດເພີ່ມຂຶ້ນ ເພື່ອໃຫ້ເກີດຝົນຕົກລົງມາຊຳລະລ້າງອາກາດ.

ວັນທີ 6-7 ແລະ 11-12 ເມສາ: ມີແຜນຈະເພີ່ມການເຮັດຝົນທຽມຕື່ມອີກຕາມຄວາມເໝາະສົມ.

ທ່ານອະທິບໍດີກົມຝົນຫຼວງ ລະບຸວ່າ ພາລະກິດນີ້ຈະດຳເນີນໄປຢ່າງຕໍ່ເນື່ອງຈົນກວ່າສະພາບອາກາດຈະດີຂຶ້ນ ໂດຍມີເປົ້າໝາຍສູງສຸດແມ່ນເພື່ອໃຫ້ປະຊາຊົນມີອາກາດທີ່ສະອາດຫາຍໃຈ ແລະ ກູ້ຄືນທັດສະນີຍະພາບທີ່ສວຍງາມຂອງ ວັດພະທາດດອຍສຸເທບ ໃຫ້ກັບຄືນມາອີກຄັ້ງ.

ແຫຼ່ງຂໍ້ມູນ:VnExpress

Lao Youth​ ​Radio​ FM​90​MHz

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles