ໃກ້ປິດຮັບສະໝັກແລ້ວເດີ້ ! ຝຶກອົບຮົມຜູ້ຜະລິດຄອນເທັນ ສື່ອອນລາຍ

ຂໍເຊີນ ບັນດາ ຜູ້ຜະລິດຄອນເທັນ ດິຈິຕອນ ບໍ່ວ່າຈະເປັນ Content Creators, Influencers, Youtubers, Tiktokers, Filmmakers ໃນທົ່ວປະເທດ ສະໝັກເຂົ້າຮ່ວມການຝຶກອົບຮົມ ແບບເຊິ່ງໜ້າ ຢູ່ນະຄອນຫຼວງວຽງຈັນ, ພາຍໃຕ້ໂຄງການ GAMCIL ການລາຍງານຂ່າວ ປັນຫາສິ່ງແວດລ້ອມ, ສະໝັກເຂົ້າຮ່ວມງານຟຣີ ພ້ອມສິດທິພິເສດຫຼາຍຢ່າງ !!!

ເງື່ອນໄຂການສະໝັກ:

– ເປັນຊາວໜຸ່ມລາວ ອາຍຸ 18-35 ປີ ໃນທົ່ວປະເທດ

– ມັກຮັກໃນການຜະລິດຄອນເທັນອອນລາຍ ແລະ ຜະລິດຄອນເທັນ ຂອງຕົນເອງ ເປັນປະຈໍາ ລົງໃນແພລັດຟອມຕ່າງໆ ແລະ ມີຄວາມສົນໃຈ ຜະລິດຄອນເທັນ ກ່ຽວກັບ ສິ່ງແວດລ້ອມ

– ເປັນ Content Creators, Influencers, Youtubers, Tiktokers, Filmmakers ໃນທຸກສາຍ ສາມາດສະໝັກໄດ້

– ສາມາດເດີນທາງມາຮ່ວມຝຶກອົບຮົມ ແບບເຊິ່ງໜ້າ ຢູ່ນະຄອນຫຼວງວຽງຈັນໄດ້.

ສິດທິພິເສດ ທີ່ທ່ານຈະໄດ້ຮັບ

– ເຂົ້າຮ່ວມງານໂດຍບໍ່ມີຄ່າໃຊ້ຈ່າຍໃດໆ

– ຜູ້ມາຈາກຕ່າງແຂວງ ຫຼື ຢູ່ໄກ, ທາງໂຄງການ ຈະອໍານວຍຄວາມສະດວກ ທາງດ້ານທີ່ພັກ, ອາຫານ, ການເດີນທາງ ແລະ ອັດຕາເບ້ຍລ້ຽງ ຕະຫຼອດໄລຍະການຝຶກອົບຮົມ. ສ່ວນຜູ້ຢູ່ນະຄອນຫຼວງວຽງຈັນ ທາງໂຄງການແມ່ນຈະມີເບ້ຍລ້ຽງ ແລະ ຄ່ານໍ້າມັນ ເດີນທາງ ມາຮ່ວມຝຶກອົບຮົມ ປະຈໍາວັນໃຫ້ຕື່ມ.

– ພາຍຫຼັງຝຶກອົບຮົມ ສາມາດສົ່ງຜົນງານເຂົ້າຮ່ວມການແຂ່ງຂັນ ຜະລິດຄອນເທັນຂ່າວ ຊິງລາງວັນ ຫຼາກຫຼາຍ.

– ລຸ້ນຮັບໂອກາດ ເປັນຕົວແທນ ຈາກ ສປປ ລາວ ເພື່ອເຂົ້າຮ່ວມ ການໄປທັດສະນະສຶກສາ ແລະ ຝຶກອົບຮົມ ຢູ່ຕ່າງປະເທດ.

– ຮັບໃບຢັ້ງຢືນການເຂົ້າຮ່ວມຝຶກອົບຮົມ ຈາກໂຄງການ.

ວັນເວລາການສະໝັກ ແລະ ຝຶກອົບຮົມ

ສະໝັກອອນລາຍ ໂດຍບໍ່ມີຄ່າໃຊ້ຈ່າຍໃດໆ ທີ່ລິ້ງຂ້າງລຸ່ມນີ້:

https://forms.gle/kyhvditFX4RYeGSj9

ລາຍລະອຽດ:

– ປິດຮັບສະໝັກວັນທີ 9 ເມສາ 2026

– ປະກາດລາຍຊື່ຜູ້ທີ່ຖຶກເລືອກເຂົ້າຮ່ວມຝຶກອົບຮົມ ວັນທີ 22 ເມສາ 2026.

– ງານຈັດຂື້ນໃນວັນທີ 11-15 ພຶດສະພາ 2026.

– ສະຖານທີ່: ໂຮງແຮມ Holiday Inn & Suites, ນະຄອນຫຼວງວຽງຈັນ.

– ໂຄງການຮັບຜິດຊອບອັດຕາເດີນທາງ, ກິນຢູ່ ພັກເຊົ່າ ໃຫ້ຕະຫຼອດການເຂົ້າຮ່ວມຝຶກອົບຮົມ.

– ພາຍຫຼັງສຳເລັດຝຶກອົບຮົມ ໂຄງການມີໃບຢັ້ງຢືນໃຫ້ ແລະ ຈະໄດ້ຮັບໂອກາດເຂົ້າຮ່ວມເຄື່ອນໄຫວກິດຈະກຳອື່ນໆ ຂອງໂຄງການ

ສອບຖາມຂໍ້ມູນເພີ່ມຕື່ມ: ວອດແອັບ 020 55603139

ໂຄງການ Green Action through Media, Mass Organization and Civil Society in Laos (GAMCIL) ແມ່ນໂຄງການທີ່ໄດ້ຮັບການສະໜັບສະໝູນຈາກ ສະຫະພາບ ເອີຣົບ ປະຈໍາ ສປປ ລາວ, ຈັດຕັ້ງປະຕິບັດໂດຍ ອົງການແຄຣ໌ ລາວ ແລະ ສະມາຄົມນັກຂ່າວ ແຫ່ງ ສປປ ລາວ.

CARE International in Lao PDR

ສະມາຄົມນັກຂ່າວແຫ່ງ ສປປ ລາວ

#GAMCIL, #CAREinLaos, #EUinLaos, #greendevelopmentissue

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles