ຄວາມເປັນມາຂອງນາງສັງຂານ (ປີໃໝ່ລາວ) ສືບເນື່ອງເລື່ອງເລົ່າມາຈາກ: ພະຍາກະບິນລະພົມ ທ້າສະໝອງລອງປັນຍາ ກັບ ທ່ານນັກປາດຜູ້ຮຽນຈົບໄຕເພດ (ຄວາມຮູ້ ຂັ້ນສູງສາມຢ່າງ ໂຫລາສາດ, ຄຸລຸສາດ ແລະ ພາສາສາດ) ຄື: ທຳມະບານ ກຸມມານ.
ດົນມາແລ້ວ! ຍັງມີເສດຖີຜູ້ໜຶ່ງບໍ່ມີລູກ ປຸກເຮືອນຢູ່ໃກ້ໆກັບເຮືອນຄົນຂີ້ເຫລົ້າ, ຄົນຂີ້ເຫລົ້າຜູ້ນັ້ນມີລູກສອງຄົນ ມີຮູບຮ່າງຈົບງາມ ໜ້າຮັກ ມື້ໜຶ່ງຄົນຂີ້ເຫລົ່ານັ້ນເຂົ້າໄປເຮືອນຂອງທ່ານເສດຖີ ແລ້ວໄດ້ກ່າວຄໍາຫຍາບແຄນຕ່າງໆ ທ່ານເສດຖີໄດ້ເວົ້າວ່າ ເຈົ້າກິນເຫລົ້າເມົາແລ້ວເປັນຫຍັງມາອາລະວາດບ້ານໃກ້ ເຮືອນຄຽງ ແມ່ນແຕ່ເຮົາຜູ້ມີຊັບສົມບັດກວ່າເຈົ້າ ເຈົ້າກໍຍັງມາມິ່ນປະໝາດໄດ້.
ຊາຍຂີ້ເຫລົ້າໄດ້ກ່າວຕອບວ່າ ທ່ານມີຊັບສົມບັດຫລາຍກໍບໍ່ສຳຄັນ ແຕ່ທ່ານຍັງບໍ່ມີລູກສືບແທນແນວ ຕາຍໄປແລ້ວທ່ານກໍເອົາສົມບັດນັ້ນໄປນຳບໍ່ໄດ້ ສ່ວນຂ້າພະເຈົ້າມີລູກ ຈຶ່ງຊື່ວ່າເປັນຜູ້ປະເສີດກວ່າທ່ານ.
ທ່ານເສດຖີໄດ້ຟັງດັ່ງນັ້ນກໍຮູ້ສຶກອາຍ ເກີດຄວາມຕ່ຳຄ້ອຍນ້ອຍໃຈ ຈຶ່ງໄປໄຫວ້ພະອາທິດ ແລະ ພະຈັນ ເຖິງສາມປີກໍ່ບໍ່ມີລູກ ມາມື້ໜຶ່ງເປັນວັນນັກຂັດຕະລືກສົງການ ພະອາທິດ ຍ້າຍຈາກລາສີມິນໄປສູ່ລາສີເມດ ທ່ານເສດຖີພ້ອມດ້ວຍບໍລິວານ ໄດ້ເດີນທາງໄປສູ່ຕົ້ນໄຊໃຫຍ່ທີ່ແຄມແມ່ນໍ້າ ອັນເປັນທີ່ຢູ່ຂອງນົກທັງຫລາຍ ເອົາເຂົ້າສານລ້າງນ້ຳເຈັດເທື່ອ ຫຸງໃຫ້ສຸກແລ້ວຍົກໄປຖວາຍເຈົ້າພໍ່ຕົ້ນໄຊ ແລ້ວເສບສະຫລອງດ້ວຍເຄື່ອງດີດສີຕີເປົ່າ ແລ້ວຕັ້ງຈິດອະທິຖານວ່າ ຂໍໃຫ້ໄດ້ລູກຜູ້ປະເສີດ ເຈົ້າພໍ່ຕົ້ນໄຊເກີດຄວາມສົງສານ ຈຶ່ງເຫາະຂຶ້ນໄປໄຫວ້ພະອິນ ພະອິນຈຶ່ງແຕ່ງໃຫ້ທຳມະປາລະເທພະບຸດລົງມາເກີດເປັນລູກຂອງເສດຖີ ເມື່ອເກີດລູກອອກມາເປັນຜູ້ຊາຍ.
ທ່ານເສດຖີຈຶ່ງຕັ້ງຊື່ໃຫ້ວ່າ “ທຳມະບານກຸມມານ”. ທ່ານເສດຖີ ຮັກແພງຫລາຍຈຶ່ງໄດ້ປຸກສ້າງເຮືອນເຈັດຊັ້ນຢູ່ໃກ້ກັບຕົ້ນໄມ້ ແຄມຝັ່ງແມ່ນ້ຳນັ້ນ.
ຢູ່ໃກ້ແຄມຝັ່ງແມ່ນ້ຳນັ້ນມີໝູ່ນົກອາໃສຢູ່ຫລວງຫລາຍ ຈຶ່ງເຮັດໃຫ້ທຳມະບານກຸມມານຮຽນຮູ້ ແລະ ຮູ້ຈັກພາສານົກເປັນຢ່າງດີ ເມື່ອອາຍຸໄດ້ເຈັດປີກໍ່ໄດ້ຮຽນຈົບໄຕເພດຈາມຄໍາພີພາມ ແລ້ວໄດ້ເປັນອາຈານສອນມຸງຄຸນແກ່ຄົນທັງຫລາຍຕະຫລອດມາ, ວິຊາໄຕເພດ (ແມ່ນຄວາມຮູ້ຂັ້ນສູງສາມຢ່າງ ໂຫລາສາດ, ຄຸລຸສາດ ແລະ ພາສາສາດ) ເປັນນັກປາດຜູ້ມີປັນຍາສະຫຼາດ ຫຼັກແຫຼມ ເໜືອກວ່າເພື່ອນມະນຸດດ້ວຍກັນ ສາມາດຮູ້ຮອດພາສາສັດຕ່າງໆໃນນັ້ນລວມທັງພາສານົກ. ເມື່ອມີຄົນມາຖາມປັນຫາໃດ ບໍ່ວ່າຄະຕິໂລກ ຫຼື ຄະຕິທຳ ເຂົາສາມາດແກ້ໄດ້ໝົດ, ຄວາມຊ່າລືກ່ຽວກັບທຳມະບານ ມີສະຕິປັນຍາແຫຼມຄົມ ສາມາດແກ້ບັນຫາໄດ້ຢ່າງບໍ່ຂ້ອງບໍ່ຄາ ຊື່ສຽງດັ່ງກ່າວໄດ້ດັງກ້ອງໄປຮອດພະພົມຢູ່ສວງສະຫວັນ.
ຕອນນັ້ນ ມີພະພົມອົງໜຶ່ງ ເຊິ່ງເປັນເຈົ້າແຫ່ງພົມ ແລະ ເທວະດາທັງຫຼາຍ ຊື່ວ່າ: ພະຍາກະບິນລະພົມ, ເມື່ອຊາບຊື່ສຽງດັ່ງກ່າວ ຈຶ່ງຢາກທົດສອບຄວາມຮູ້ຂອງທຳມະບານກຸມມານລອງເບີ່ງ ຈຶ່ງໄດ້ເຫາະລົງມາຍັງໂລກມະນຸດ ແລະ ໄດ້ພົບກັບທຳມະບານກຸມມານຢູ່ຫໍປະສາດ 7 ຊັ້ນອາໄສຢູ່ຄົນດຽວ. ພະຍາກະບິນລະພົມໄດ້ຖາມທຳມະບານກຸມມານ 3 ຂໍ້ຄື: ສິລິຂອງຄົນຢູ່ໃສ? ໃນຕອນເຊົ້າ, ຕອນສວາຍ ແລະ ຕອນແລງ. (ສິລິ ແມ່ນຈຸດສຳຄັນຂອງຮ່າງກາຍ) ພະຍາກະບິນລະພົມບໍ່ທັນໃຫ້ທຳມະບານກຸມມານຕອບທັນທີແຕ່ພັດວ່າ ອີກ 7 ວັນ ຈະລົງມາຟັງຄຳຕອບ ໂດຍໄດ້ວາງເງື່ອນໄຂໄວ້ວ່າ ຖ້າຕອບບໍ່ໄດ້ທຳມະບານຈະຖຶກຕັດຄໍ ແລະ ໃນທາງກົງກັນຂ້າມຖ້າຕອບໄດ້ ຕົນເອງກໍຈະຍອມໃຫ້ຕັດຄໍເຊັ່ນກັນ.
ດັ່ງນັ້ນ, ຕາມການຕົກລົງນີ້ໃນເຈັດມື້ຂ້າງໜ້າ ລະຫວ່າງ ພະຍາກະບິນລະພົມກັບທຳມະບານກຸມມານຈະຕ້ອງມີຜູ້ໜຶ່ງຖຶກຕັດຄໍ, ຫຼັງຈາກພະຍາກະບິນລະພົມກັບໄປແລ້ວ ທຳມະບານກຸມມານຕ້ອງໄດ້ໃຊ້ສະໝອງຢ່າງໜັກເພື່ອຊອກຫາຄຳຕອບແຕ່ກໍ່ຊອກບໍ່ເຫັນ, ບໍ່ມີຄຳພີດີກາເຫຼັ້ມໃດເລີຍ ທີ່ກ່າວເຖິງຄຳວ່າສິລິຂອງຄົນ, ວັນເວລາລ່ວງເລີຍໄປ 6 ມື້ ນັບແຕ່ທຳມະບານກຸມມານຕັ້ງໜ້າຄົ້ນຄວ້າ ຫາຄຳຕອບຈົນບໍ່ມີເວລາພັກຜ່ອນຫຼັບນອນ ຫຼື ກິນເຂົ້າກິນນໍ້າເຮັດໃຫ້ຕົນໂຕເຂົາຈ່ອຍຜອມລ່າເຫຼືອງ ເຫຼືອແຕ່ໜັງຫຸ້ມດູກ.
ເມື່ອຮູ້ໂຕວ່າຈະຕ້ອງຖຶກຕັດຄໍແນ່ນອນແລ້ວ ທຳມະບານກຸມມານ ຈິ່ງຕັດສິນໃຈ ຄັ້ງສຸດທ້າຍວ່າ: (ເຮົາເປັນຄົນລະດັບນັກປາດມີຊື່ສຽງກັງວານກ້ອງໂລກຜູ້ໜຶ່ງ ຊິໄປຍອມໃຫ້ຕັດຄໍປະຈານໃຫ້ເສຍຊື່ສຽງເຮັດຫຍັງ, ແໜງສູ້ໄປຕາຍເອງດີກວ່າ). ຂະນະນັ້ນເປັນເວລາຄໍ່າມືດແລ້ວ ທຳມະບານກຸມມານພາຮ່າງກາຍອັນຈ່ອຍຜອມຍ່າງໂຊຊັກ ໂຊເຊ ລົງຈາກຫໍປະສາດ 7 ຊັ້ນ ມຸ້ງໜ້າເຂົ້າປ່າ ເມື່ອເຫັນວ່າຈະຍ່າງຕໍ່ໄປບໍ່ໄຫວ ເຂົາຈຶ່ງໂຍບນັ່ງລົງກ້ອງຕົ້ນຕານຕົ້ນໜຶ່ງ ໂດຍຄິດວ່າຄວາມອິດເມື່ອຍ ແລະ ຄວາມຫິວທີ່ເພີ້ມຂຶ້ນຊັກໄຊ້ນັ້ນ ຈະເຮັດໃຫ້ເຂົາຈົບຊີວິດລົງຢູ່ສະຖານທີ່ແຫ່ງນີ້, ແຕ່ສະຫວັນໄດ້ເປັນໃຈໃຫ້ທຳມະບານກຸມມານ ເພາະຢູ່ເທິງຕົ້ນຕານລຳນັ້ນ ມີແຮ້ງສອງຜົວເມຍອາໄສຢູ່ ຕອນເດິກສະຫງັດຄືນນັ້ນແຮ້ງສອງຜົວເມຍ ໄດ້ລົມກັນກ່ຽວກັບແຜນການຈະໄປກິນອາຫານໃນມື້ອື່ນໂດຍເມຍຖາມຜົວວ່າ ມື້ອື່ນຈະໄປຫາກິນທາງໃດ?.
ຜົວ: ມື້ອື່ນພວກເຮົາບໍ່ຕ້ອງບິນໄປຫາກິນໄກໃຫ້ເມື່ອຍປີກດ໋ອກ ຖ້າກິນຊີ້ນມະນຸດຢູ່ເມືອງນີ້ ແຫລະ.
ເມຍ: ຊິມີຊີ້ນມະນຸດມະນາມາແຕ່ທາງໃດໃຫ້ພວກເຮົາກິນບໍ? ຫລື ວ່າຕີເອິກເສືອເພື່ອໃຫ້ກາກິນຊັ້ນເບາະ?
ຜົວ: ພະຍາກະບິນລະພົມ ຊິລົງມາຕັດຄໍທຳມະບານກຸມມານ ແລະ ເຮົາຊິໄດ້ກິນຊີ້ນເຂົາ;
ເມຍ: ໄປຕັດຄໍເຂົາເຮັດຫຍັງ?;
ຜົວ: ຕັດລະບໍ ແນວວ່າຕອບບັນຫາເພີ່ນບໍ່ໄດ້;
ເມຍ: ເພີ່ນຖາມວ່າແນວໃດ? ຍາກແທ້ຫວ໋ະ? ຂັ້ນນັກປາດຄືທຳມະບານກຸມມານກໍ່ຍັງຕອບບໍ່ໄດ້ຊັ້ນຫວ໋ະ?
ຜົວ: ມັນຊິຍາກຫຍັງ! ແຕ່ທຳມະບານກຸມມານບໍ່ໄດ້ຮຽນເຖິງກໍ່ເລີຍຕອບບໍ່ໄດ້. ເພີ່ນຖາມວ່າ: ສິລິຂອງຄົນຢູ່ໃສໃນຕອນເຊົ້າ, ຕອນສວາຍ ແລະ ຕອນແລງ?
ເມຍ: ຄັນຊັ້ນເຈົ້າຮູ້ບໍ່ວ່າທັງ 3 ເວລານັ້ນ ສິລິ ຂອງຄົນຢູ່ໃສ?
ຜົວ: ເປັນຫຍັງຊິບໍ່ຮູ້ ງ່າຍຊິຕາຍ.
ເມຍ: ຄັນຊັ້ນເວົ້າໃຫ້ຂ້ອຍຟັງແດ່ດູ.
ຜົວ: ເວົ້າບໍ່ໄດ້ເດິກດື່ນແລ້ວ ນອນສາ.
ເມຍ: ບໍ່! ຄັນເຈົ້າບໍ່ເວົ້າໃຫ້ຂ້ອຍຟັງຂ້ອຍຊິກັ້ນໃຈຕາຍປະເຈົ້າ.
ຜົວ: ເວົ້າກະເວົ້າ!
ຄືວ່າຕອນເຊົ້າ ສິລິ ຂອງຄົນຢູ່ໜ້າ ສະນັ້ນຕື່ນເຊົ້າມາເຂົາເຈົ້າຈຶ່ງພາກັນສ່ວຍໜ້າລ້າງຕາ
ຕອນສວາຍສິລິຂອງຄົນແມ່ນຢູ່ໜ້າເອິກ ຄົນທັງຫລາຍຈຶ່ງມັກເອົານໍ້າລູບໜ້າເອິກ ຫລື ລ້າງສ່ວຍຕົນໂຕເລົາຄີງ
ແລະ ຕອນແລງ ສິລິຂອງຄົນແມ່ນຢູ່ຕີນ ເຂົາເຈົ້າຈຶ່ງພາກັນລ້າງຕີນ ໃຫ້ສະອາດກ່ອນ ຈຶ່ງເຂົ້ານອນ.
ດັ່ງໄດ້ກ່າວຕອນຕົ້ນແລ້ວວ່າ ທຳມະບານກຸມມານຮູ້ພາສານົກ ດັ່ງນັ້ນ ຄຳສົນທະນາຂອງແຮ້ງສອງຜົວເມຍ ຈຶ່ງປຽບເໝືອນສິ່ງສັກສິດ ຊ່ວຍໃຫ້ເຂົາລອດພົ້ນຈາກຄວາມຕາຍຢ່າງປາຕິຫານ. ເຂົາຟ້າວລຸກຈາກກ້ອງຕົ້ນຕານແລ່ນກັບຄືນສູ່ຫໍປະສາດ ດ້ວຍຄວາມສຸກໃຈຢ່າງຫາອັນປຽບບໍ່ໄດ້. ເຊົ້າມື້ຕໍ່ມາຊຶ່ງເປັນມື້ຖ້ວນເຈັດ ເມື່ອໄດ້ຟັງການຕອບບັນຫາທັງສາມຂໍ້ຂອງທຳມະບານກຸມມານ ຢ່າງຖຶກຕ້ອງແລ້ວ ເຮັດໃຫ້ພະຍາກະບິນລະພົມມີຄວາມປະຫຼາດໃຈບໍ່ໜ້ອຍ, ແຕ່ຊິເຮັດແນວໃດໄດ້ ເມື່ອຕົນເອງເອີຍປາກທ້າພະນັນຂັນຕໍ່ຕັດຄໍ ຈຶ່ງຕົກລົງໃຫ້ຕັດ ເພື່ອບໍ່ໃຫ້ເສຍສັດຈະທີ່ຕົນໄດ້ໃຫ້ໄວ້ກັບມະນຸດຜູ້ໝຸ່ມນ້ອຍຄົນນີ້.
ຈາກນັ້ນກະບິນລະພົມກໍຮຽກລູກສາວທັງເຈັດມາຊ່ອງໜ້າກັນ ແລ້ວກ່າວວ່າ ພໍ່ຈະຕັດຄໍຕົວເອງແລ້ວເອົາສຽນບູຊາ ທຳມະບານກຸມານໃນມື້ນີ້ ຫົວຂອງພໍ່ເປັນຂອງມີລິດສັກສິດ ຖ້າຈະຖິ້ມລົງໃສ່ແຜ່ນດິນກໍ່ຈະເກີດໄຟໄໝ້ໂລກ ຖ້າຈະຊັດຂຶ້ນເມືອເທິງອາກາດ ຝົນກໍ່ຈະບໍ່ຕົກ ຖ້າຈະຖິ້ມລົງໃສ່ມະຫາສະໝຸດ ນ້ຳໃນມະຫາສະໝຸດຈະແຫ້ງແລ້ງບົກຂອດ ຈຶ່ງໃຫ້ນາງທັງເຈັດເອົາພາໂຕກມາຮັບເອົາສຽນນັ້ນໄວ້ແລ້ວກໍຕັດຄໍສົ່ງໃຫ້ລູກສາວຜູ້ໃຫຍ່ ພວກລູກສາວຮັບເອົາສຽນຂອງພໍ່ແລ້ວກໍ່ນຳໄປແຫ່ອ້ອມເຂົາສຸເມນ 60 ນາທີ ແລ້ວຈຶ່ງເອົາໄປປະດິດສະຖານໄວ້ທີ່ພູເຂົາໄກລາດ.
ເມື່ອເຖິງເດືອນຫ້າ ຟ້າລ່ວງ ຫຼື ກຸດສົງການປີໃດ ຖ້າສັງຂານລ່ວງຖຶກວັນໃດ ກໍ່ໃຫ້ລູກສາວປະຈຳວັນນັ້ນ ( ຫຼື ນາງສັງຂານ ) ຂີ່ສັດພາຫະນະຂອງຕົນໄປແຫ່ເອົາຫົວພໍ່ອອກມາຈາກຖໍ້າ ແຫ່ອ້ອມເຂົາສຸເມນ 60 ນາທີ, ຫົດສົງ, ສ່ວຍລ້າງດ້ວຍນໍ້າອົບນໍ້າຫອມໃຫ້ສະອາດ ແລ້ວຈິ່ງເອົາໄປໄວ້ບ່ອນເກົ່າ.
ລູກສາວທັງ 7 ນາງແມ່ນແທນໃຫ້ 7 ວັນ ໃນໜຶ່ງອາທິດຊຶ່ງນາງສາວທັງ 7 ຈະມີພາຫະນະປະຈຳຕົວຂອງແຕ່ລະນາງສາວຄື:
ນາງ ທຸງສະເທວີ ວັນອາທິດ ພາຫະນະ ຂີ່ຄຸດ.
ນາງ ໂຄຣາຄະເທວີ ວັນຈັນ ພາຫະນະ ຂີ່ເສືອໂຄ່ງ.
ນາງ ຮາກສະເທວີ ວັນອັງຄານ ພາຫະນະ ຂີ່ໝູ.
ນາງ ມົນທາເທວີ ວັນພຸດ ພາຫະນະ ຂີ່ມ້າ (ລໍ).
ນາງ ກີລີນີເທວີ ວັນພະຫັດ ພາຫະນະ ຂີ່ຊ້າງ.
ນາງ ກິມິທາເທວີ ວັນສຸກ ພາຫະນະ ຂີ່ຄວາຍ.
ນາງ ມະໂຫທອນເທວີ ວັນເສົາ ພາຫະນະ ຂີ່ນົກຍຸງ.
ຍ້ອນແນວນັ້ນເອງ ເມື່ອຮອດຍາມກຸດສົງການປີໃໝ່ແຕ່ລະປີ ປະຊາຊົນຊາວພຸດພວກເຮົາຈິ່ງເອົານໍ້າອົບ, ນໍ້າຫອມ ຫຼື ນໍ້າດອກໄມ້ໄປຫົດສົງພະພຸດທະຮູບ, ຫົດສົງພໍ່ແມ່ເຖົ້າແກ່, ຄູບາ-ອາຈານ ແລະ ຍາດພີ່ນ້ອງເພື່ອນຝູງ ເພື່ອຄວາມເປັນສິລິມົງຄຸນ ສືບຕໍ່ກັນມາຈົນເຖິງປັດຈຸບັນນີ້.
ລູກສາວຂອງພະຍາກະບິນລະພົມ 7 ຄົນ, ແມ່ນ 7 ວັນ ໃນອາທິດ ແຕ່ລະຄົນຂີ່ສັດຂອງຕົນເອງລົງມາ ແລະ ແມ່ນຜູ້ສາວທີ່ງາມກວ່າໝູ່, ເກັ່ງກວ່າໝູ່ ສະນັ້ນ, ແຕ່ລະປີຢູ່ແຕ່ລະແຂວງຂອງປະເທດລາວ ໂດຍສະເພາະຢູ່ແຂວງຫຼວງພະບາງ ຈຶ່ງໄດ້ຈັດພິທີຄັດເລືອກປະກວດນາງສາວງາມ ເພື່ອເປັນຕົວແທນຂອງລູກສາວຂອງພະຍາກະບິນລະພົມ ທີ່ເຮົາເອີ້ນກັນວ່າ: ນາງສັງຂານ.
ແລະ ນາງສັງຂານປະຈຳປີນີ້ ແມ່ນລູກສາວຄົນທີ 3, ຊົງພະນາມວ່າ: “ຮາກສະເທວີ” ຊົງພະຫຸຣັດທັດດອກບົວຫຼວງ, ອາພອນປະດັບໄປດ້ວຍແກ້ວໂມຣา (ແກ້ວລາຍ), ສະເຫວີຍໂລຫິດ (ກິນເລືອດ) ເປັນອາຫານ, ພຣະຫັດຂວາຖືຕຣີສູນ (ຫອກສາມງ່າມ), ພຣະຫັດຊ້າຍຖືລູກທະນູ, ສະເດັດນອນມາເທິງຫລັງວະຣາຫະ (ໝູ) ເປັນພາຫະນະ.
ອ້າງອີງຈາກປື້ມຮີດ 12 ຄອງ 14 ຂອງລາວ.
Lao Youth Radio FM90MHz

