ແຈ້ງການ ສະຫຼອງປີໃໝ່ລາວ 2569 ທີ່ສະຫວັນນະເຂດ! ວາງ 5 ມາດຕະການເຫຼັກ ຄຸມເຂັ້ມຄວາມປອດໄພ-ລາຄາສິນຄ້າ-ການຫຼິ້ນນ້ຳ

ຫ້ອງວ່າການແຂວງສະຫວັນນະເຂດ ອອກແຈ້ງການເລກທີ 861/ຫວກ ລົງວັນທີ 2 ເມສາ 2026 ວາງມາດຕະການຈັດງານບຸນປີໃໝ່ລາວ ປະຈຳປີ ຈສ 2569 (ຄສ 2026) ເພື່ອຮັບປະກັນຄວາມສາມັກຄີ, ການອະນຸລັກຮີດຄອງປະເພນີ ແລະ ຄວາມເປັນລະບຽບຮຽບຮ້ອຍໃນທົ່ວແຂວງ.

​ທາງການແຂວງເນັ້ນຢ້ຳໃຫ້ທຸກພາກສ່ວນຈັດງານລະຫວ່າງວັນທີ 14-16 ເມສາ 2026 ໂດຍເນັ້ນໃສ່ການບາສີສູ່ຂວັນ ແລະ ກິດຈະກຳຢູ່ວັດວາອາຮາມ ຫຼື ພາຍໃນຄອບຄົວ. ສຳລັບພາກລັດ ແມ່ນໃຫ້ຫຼີກລ່ຽງການຈັດງານລ້ຽງທີ່ສິ້ນເປືອງງົບປະມານ ຕາມນະໂຍບາຍປະຢັດມັດທະຍັດຂອງພັກ-ລັດ.

​5 ຂໍ້ກຳນົດຈັດໜັກ ເພື່ອຄວາມສະຫງົບສຸກ:

​1. ການຄຸ້ມຄອງລາຄາສິນຄ້າ ແລະ ປາກທ້ອງ:

ມອບໃຫ້ພະແນກອຸດສາຫະກຳ ແລະ ການຄ້າ, ພະແນກກະສິກຳ ແລະ ສິ່ງແວດລ້ອມ ພ້ອມກັບຄະນະປົກຄອງ 14 ເມືອງ ລົງຕິດຕາມລາຄາສິນຄ້າຢ່າງໃກ້ຊິດ. ຫ້າມສວຍໂອກາດຂຶ້ນລາຄາ ອາຫານ, ເຄື່ອງອຸປະໂພກ, ຄ່າລົດໂດຍສານ ແລະ ຄ່າບໍລິການທ່ອງທ່ຽວໂດຍບໍ່ມີເຫດຜົນ ພ້ອມທັງຊຸກຍູ້ການນຳໃຊ້ຜະລິດຕະພັນພາຍໃນ.

​2. ການຮັກສາຄວາມສະອາດ ແລະ ເວນຍາມ:

ໃຫ້ທຸກພະແນກການ ແລະ ກົມກອງອ້ອມຂ້າງແຂວງ ສ້າງຂະບວນການອອກແຮງງານອະນາໄມສຳນັກງານ ແລະ ບ້ານເຮືອນ. ພ້ອມນັ້ນຕ້ອງມີການ ແບ່ງຄວາມຮັບຜິດຊອບເວນຍາມ ຢູ່ຕຶກອາຄານຕະຫຼອດໄລຍະບຸນ ເພື່ອໃຫ້ສາມາດປະສານງານໄດ້ປົກກະຕິ.

​3. ການຮັກສາຄວາມສະຫງົບ ແລະ ຈາລະຈອນ:

ກຳລັງ ປກສ ຈະຈັດຕັ້ງເວນຍາມ 24 ຊົ່ວໂມງ ເພື່ອປ້ອງກັນອັກຄີໄພ ແລະ ອຸບັດຕິເຫດ. ມີການຈັດສັນເສັ້ນທາງບໍ່ໃຫ້ແອອັດ ແລະ ເພີ່ມການໂຄສະນາລະບຽບຈາລະຈອນຜ່ານທຸກສື່. ສ່ວນກຳລັງ ປກຊ ແມ່ນໃຫ້ຕິດຕາມກວດກາຊາຍແດນທັງທິດຕາເວັນອອກ ແລະ ຕາເວັນຕົກ ເພື່ອສະກັດກັ້ນປະກົດການຫຍໍ້ທໍ້.

​4. ກົດລະບຽບການຫຼິ້ນນ້ຳ ແລະ ເວລາບັນເທີງ:

• ​ເວລາຫຼິ້ນນ້ຳ: ໃຫ້ຢຸດເຊົາການຫົດນ້ຳຕາມເສັ້ນທາງໃນເວລາ 18:00 ນາທີ (ຍົກເວັ້ນຈຸດທີ່ທາງການກຳນົດ).

• ​ຂໍ້ຫ້າມ: ຫ້າມເອົາຖັງນ້ຳຂຶ້ນລົດເລາະຫົດ, ຫ້າມຕັ້ງແທ່ນຫົດນ້ຳແຄມທາງໃຫຍ່, ຫ້າມໃຊ້ນ້ຳສີ ຫຼື ນ້ຳກ້ອນສາດໃສ່ກັນ.

• ​ສະຖານບັນເທີງ: (ຮ້ານຄາລາໂອເກະ, ຮ້ານອາຫານ, ງານບຸນ) ຕ້ອງເປີດ-ປິດ ຕາມໂມງກຳນົດ.

• ​ພື້ນທີ່ສ່ວນບຸກຄົນ: ຫ້າມເປີດສຽງດັງເກີນຂອບເຂດ ແລະ ຕ້ອງຢຸດຕິໃນເວລາ 23:00 ນາທີ.

​5. ຄວາມປອດໄພທາງບົກ:

ຫ້າມຂັບຂີ່ພາຫະນະໄວເກີນກຳນົດ ແລະ ຫ້າມຂັບຂີ່ໃນຂະນະມຶນເມົາເດັດຂາດ ເພື່ອຄວາມປອດໄພຂອງຜູ້ໃຊ້ລົດໃຊ້ຖະໜົນ.

​ຫ້ອງວ່າການແຂວງສະຫວັນນະເຂດ ໂດຍທ່ານ ອ່ອນລຳພັນ ບົວສີແກ້ວ ຫົວໜ້າຫ້ອງວ່າການແຂວງ ໄດ້ເນັ້ນຢ້ຳໃຫ້ທຸກພາກສ່ວນຮັບຊາບ ແລະ ຈັດຕັ້ງປະຕິບັດແຈ້ງການສະບັບນີ້ຢ່າງເຂັ້ມງວດ ເພື່ອໃຫ້ການສະຫຼອງປີໃໝ່ລາວປີນີ້ ເຕັມໄປດ້ວຍຄວາມສິລິມຸງຄຸນ ແລະ ມີຄວາມປອດໄພສູງສຸດ.

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles