PM2.5 ເຂົ້າຂັ້ນວິກິດ ສູງເກີນມາດຕະຖານທົ່ວປະເທດ

ອີງຕາມບົດລາຍງານການວັດແທກຄ່າຝຸ່ນລະອອງຂະໜາດນ້ອຍ PM 2.5 ຈາກສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີຊີວະພາບ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ປະຈຳວັນ​ທີ​ 06 ເມສາ​ 2026: ພົບວ່າສະພາບອາກາດໃນຫຼາຍແຂວງທົ່ວປະເທດກຳລັງຢູ່ໃນຂັ້ນ ​”ວິກິດ” ແລະ ມີຜົນກະທົບຕໍ່ສຸຂະພາບຢ່າງໜ້າເປັນຫ່ວງ.

1. ເຂດສີແດງ​ (ມີຜົນກະທົບປານກາງ – ສູງຕໍ່ສຸຂະພາບ):

ເປັນກຸ່ມທີ່ມີຄ່າຝຸ່ນສູງເກີນ 151 ໄມໂຄຣກຣາມ ຕໍ່ແມັດກ້ອນ​ຂຶ້ນໄປ, ເຊິ່ງຖືວ່າອັນຕະລາຍຫຼາຍ:

ນະຄອນຫຼວງວຽງຈັນ (ໄຊທານີ): 231 ໄມໂຄຣກຣາມ ຕໍ່ແມັດກ້ອນ​ (ສູງທີ່ສຸດໃນປະເທດ).​

ຫຼວງພະບາງ (ທາດຫຼວງ): 209 ໄມໂຄຣກຣາມ ຕໍ່ແມັດກ້ອນ.​

ໄຊຍະບູລີ (ປາກລາຍ): 209 ໄມໂຄຣກຣາມ ຕໍ່ແມັດກ້ອນ.​

ຈຳປາສັກ (ປາກເຊ-ສະພານໄຊ): 199 ໄມໂຄຣກຣາມ ຕໍ່ແມັດກ້ອນ.​

ຊຽງຂວາງ (ເມືອງແປກ): 187 ໄມໂຄຣກຣາມ ຕໍ່ແມັດກ້ອນ.​

ໄຊຍະບູລີ (ເມືອງໄຊຍະບູລີ): 175​ ໄມໂຄຣກຣາມ ຕໍ່ແມັດກ້ອນ.​

ຫົວພັນ (ຊຳເໜືອ): 167 ໄມໂຄຣກຣາມ ຕໍ່ແມັດກ້ອນ.​

ອຸດົມໄຊ (ເມືອງໄຊ): 165 ໄມໂຄຣກຣາມ ຕໍ່ແມັດກ້ອນ.​

ບໍລິຄຳໄຊ (ວຽງທອງ): 156 ໄມໂຄຣກຣາມ ຕໍ່ແມັດກ້ອນ.​

ນະຄອນຫຼວງວຽງຈັນ (ສີໂຄດຕະບອງ-ໜອງບຶກ): 155 ໄມໂຄຣກຣາມ ຕໍ່ແມັດກ້ອນ.​

2. ເຂດສີສົ້ມ (ເລີ່ມມີຜົນກະທົບຕໍ່ສຸຂະພາບ):

ຄ່າຝຸ່ນຢູ່ລະຫວ່າງ 91 – 150 ໄມໂຄຣກຣາມ ຕໍ່ແມັດກ້ອນ:

ນະຄອນຫຼວງວຽງຈັນ (ສີໂຄດຕະບອງ-ອາກາດ): 148 ໄມໂຄຣກຣາມ ຕໍ່ແມັດກ້ອນ.​

ອັດຕະປື (ສາມັກຄີໄຊ): 134 ໄມໂຄຣກຣາມ ຕໍ່ແມັດກ້ອນ.​

ໄຊສົມບູນ (ອະນຸວົງ): 131 ໄມໂຄຣກຣາມ ຕໍ່ແມັດກ້ອນ.​

ແຂວງວຽງຈັນ (ວັງວຽງ): 135 ໄມໂຄຣກຣາມ ຕໍ່ແມັດກ້ອນ.​

ອຸດົມໄຊ (ເມືອງຮຸນ): 126 ໄມໂຄຣກຣາມ ຕໍ່ແມັດກ້ອນ.​

ສາລະວັນ (ເມືອງສາລະວັນ): 126 ໄມໂຄຣກຣາມ ຕໍ່ແມັດກ້ອນ.​

ບໍ່ແກ້ວ (ຫ້ວຍຊາຍ): 118 ໄມໂຄຣກຣາມ ຕໍ່ແມັດກ້ອນ.​

ບໍລິຄຳໄຊ (ປາກຊັນ): 116 ໄມໂຄຣກຣາມ ຕໍ່ແມັດກ້ອນ.​

ຜົ້ງສາລີ (ບຸນເໜືອ): 112 ໄມໂຄຣກຣາມ ຕໍ່ແມັດກ້ອນ.​

ຫຼວງນ້ຳທາ (ຫຼວງນ້ຳທາ): 108 ໄມໂຄຣກຣາມ ຕໍ່ແມັດກ້ອນ.​

ຜົ້ງສາລີ (ບຸນໃຕ້): 105 ໄມໂຄຣກຣາມ ຕໍ່ແມັດກ້ອນ.​

3. ເຂດສີເຫຼືອງ (ປານກາງ)

ຄ່າຝຸ່ນຢູ່ລະຫວ່າງ 38 – 90 ໄມໂຄຣກຣາມ ຕໍ່ແມັດກ້ອນ:

ຈຳປາສັກ (ປາກເຊ-ໂນນດູ): 75.8 ໄມໂຄຣກຣາມ ຕໍ່ແມັດກ້ອນ.​

ແຂວງວຽງຈັນ (ທຸລະຄົມ): 74 ໄມໂຄຣກຣາມ ຕໍ່ແມັດກ້ອນ.​

ເຊກອງ (ລະມາມ): 68 ໄມໂຄຣກຣາມ ຕໍ່ແມັດກ້ອນ.​

ສາລະວັນ (ຄົງເຊໂດນ): 65 ໄມໂຄຣກຣາມ ຕໍ່ແມັດກ້ອນ.​

ຄຳມ່ວນ (ທ່າແຂກ): 53.7 ໄມໂຄຣກຣາມ ຕໍ່ແມັດກ້ອນ.​

4. ເຂດສີຂຽວ (ດີປານກາງ):

ສະຫວັນນະເຂດ (ໄກສອນ): 48.2 ໄມໂຄຣກຣາມ ຕໍ່ແມັດກ້ອນ (ເປັນຈຸດດຽວໃນລາຍງານທີ່ມີຄ່າອາກາດດີທີ່ສຸດ).​

ກຸ່ມສ່ຽງທີ່ຕ້ອງເບິ່ງແຍງເປັນພິເສດ

ເດັກນ້ອຍ ແລະ ຜູ້ສູງອາຍຸ.

ແມ່ຍິງຖືພາ.

​ຜູ້ທີ່ມີພະຍາດປະຈຳຕົວ ເຊັ່ນ: ຫອບຫືດ, ພະຍາດປອດ ແລະ ພະຍາດຫົວໃຈ.

ວິທີປ້ອງກັນ ແລະ ປະຕິບັດຕົນ

ເພື່ອຄວາມປອດໄພຂອງທຸກທ່ານ, ກະລຸນາປະຕິບັດດັ່ງນີ້:

ໃສ່ຜ້າອັດປາກ-ດັງ: ຄວນໃສ່ຜ້າອັດປາກ-ດັງ​ ທີ່ໄດ້ມາດຕະຖານ N95 ເມື່ອຕ້ອງອອກນອກອາຄານ (ຜ້າອັດປາກ-ດັງ​ ທົ່ວໄປບໍ່ສາມາດກັນ PM 2.5 ໄດ້).

​ຫຼີກລ່ຽງກິດຈະກຳກາງແຈ້ງ: ໂດຍສະເພາະການອອກກຳລັງກາຍ ຫຼື ເຮັດວຽກໜັກກາງແຈ້ງໃນຊ່ວງທີ່ມີຄ່າຝຸ່ນສູງ.

ປິດປະຕູ-ປ່ອງຢ້ຽມ: ເພື່ອປ້ອງກັນບໍ່ໃຫ້ອາກາດມົນລະພິດເຂົ້າມາໃນເຮືອນ ແລະ ໃຊ້ເຄື່ອງຟອກອາກາດ (ຖ້າມີ).

ດື່ມນ້ຳສະອາດ: ເພື່ອຊ່ວຍໃຫ້ຮ່າງກາຍຂັບໄລ່ສານພິດໄດ້ດີຂຶ້ນ.

ງົດການຈູດ: ຮ່ວມແຮງຮ່ວມໃຈກັນງົດການຈູດຂີ້ເຫຍື້ອ ຫຼື ຈູດປ່າ ເພື່ອຫຼຸດຜ່ອນແຫຼ່ງກຳເນີດຂອງຝຸ່ນ.

​Lao Youth​ Radio​ FM​90​MHz​

ແຫຼ່ງຂໍ້ມູນ: ສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີຊີວະພາບ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ.

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles