Home Flash news ປັບຂຶ້ນລາຄາປີ້ລົດໄຟລາວ – ຈີນ ເລີ່ມ 1 ເມສາ 2026 ເປັນຕົ້ນໄປ

ປັບຂຶ້ນລາຄາປີ້ລົດໄຟລາວ – ຈີນ ເລີ່ມ 1 ເມສາ 2026 ເປັນຕົ້ນໄປ

0
175

ອີງຕາມຂໍ້ມູນລາຄາປີ້ລົດໄຟ ລາວ-ຈີນ ຜ່ານແອັບພລິເຄຊັນ LCR Ticket ໃນວັນທີ 1 ເມສາ 2026 ນີ້ ພົບວ່າມີການແຈ້ງປັບລາຄາປີ້ລົດໄຟຄວາມໄວສູງ (ສຳລັບຜູ້ໃຫຍ່) ໃນເສັ້ນທາງຈາກ ນະຄອນຫຼວງວຽງຈັນ ຫາ ແຂວງຫຼວງພະບາງ ຂຶ້ນທຸກຊັ້ນບ່ອນນັ່ງ ຫາກທຽບໃສ່ຖານລາຄາເກົ່າໃນວັນທີ 11 ກຸມພາ 2026 ທີ່ຜ່ານມາ.

ລາຄາເກົ່າ ລົດໄຟຄວາມໄວສູງ (ຜູ້ໃຫຍ່) ວັນທີ ວັນທີ 11 ກຸມພາ 2026

– ບ່ອນນັ່ງຊັ້ນທຸລະກິດ ລາຄາ 975,000 ກີບ/ປີ້

– ບ່ອນນັ່ງຊັ້ນໜຶ່ງ ລາຄາ 522,000 ກີບ/ປີ້

– ບ່ອນນັ່ງຊັ້ນສອງ ລາຄາ 330,000 ກີບ/ປີ້

ລາຄາໃໝ່ ລົດໄຟຄວາມໄວສູງ (ຜູ້ໃຫຍ່) ວັນທີ 1 ເມສາ 2026

– ບ່ອນນັ່ງຊັ້ນທຸລະກິດ ລາຄາ 1,063,000 ກີບ/ປີ້ ເພີ່ມຂຶ້ນ + 88,000 ກີບ

– ບ່ອນນັ່ງຊັ້ນໜຶ່ງ ລາຄາ 569,000 ກີບ/ປີ້ ເພີ່ມຂຶ້ນ + 47,000 ກີບ

– ບ່ອນນັ່ງຊັ້ນສອງ ລາຄາ 360,000 ກີບ/ປີ້ ເພີ່ມຂຶ້ນ + 30,000 ກີບ

ທີ່ມາ: Lao Update