ທາງລົດໄຟ ລາວ-ຈີນ ສ້າງສະຖິຕິໃໝ່! ຂົນສົ່ງຜູ້ໂດຍສານທະລຸ 70 ລ້ານເທື່ອຄົນ

ກຸ່ມບໍລິສັດທາງລົດໄຟຈີນ ສາຂາຄຸນໝິງ ເປີດເຜີຍຕົວເລກສຸດປະທັບໃຈ ໃນວັນທີ 31 ມີນາ 2026 ນີ້ວ່າ: ນັບແຕ່ເປີດນຳໃຊ້ເປັນຕົ້ນມາ, ເສັ້ນທາງລົດໄຟ ລາວ-ຈີນ ສາມາດຂົນສົ່ງຜູ້ໂດຍສານໄດ້ແລ້ວ ຫຼາຍກວ່າ 70 ລ້ານເທື່ອຄົນ!

​ການເຕີບໂຕທີ່ໂດດເດັ່ນໃນ ສປປ ລາວ:

​ຂະບວນລົດໄຟ: ຈາກໄລຍະເລີ່ມຕົ້ນທີ່ມີພຽງ 4 ຂະບວນ/ວັນ, ປະຈຸບັນເພີ່ມຂຶ້ນສູງສຸດຮອດ 18 ຂະບວນ/ວັນ.

​ລົດໄຟຄວາມໄວທຳມະດາ: ເພີ່ມຂຶ້ນຫຼາຍກວ່າ 10 ຂະບວນ.

​ຈຳນວນຜູ້ໂດຍສານ: ສະເພາະຕອນທາງຢູ່ລາວ ສາມາດຂົນສົ່ງໄດ້ແລ້ວປະມານ 13 ລ້ານເທື່ອຄົນ.

​ການບໍລິການຂ້າມຊາດ (ລົດໄຟສາກົນ):

​ຂະບວນລົດໄຟສາກົນ: ບໍລິການໄປແລ້ວຫຼາຍກວ່າ 3,100 ຂະບວນ.

​ຜູ້ໂດຍສານຂ້າມແດນ: ຈາກ 300 ຄົນ/ວັນ ໃນເບື້ອງຕົ້ນ, ເພີ່ມຂຶ້ນສູງສຸດຮອດ 1,600 ຄົນ/ວັນ.

​ຄວາມຫຼາກຫຼາຍ: ມີຜູ້ໂດຍສານທັງໝົດ 780,000 ຄົນ ຈາກ 120 ກວ່າປະເທດ ທົ່ວໂລກ ທີ່ເລືອກເດີນທາງຜ່ານເສັ້ນທາງນີ້.

ທີ່ມາ: CMG FM93

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles