ຂ່າວດີມາແລ້ວ ! ສໍາລັບບັນດາທ່ານ ທີ່ຕ້ອງການຮຽນ ກ່ຽວກັບປັນຍາປະດິດ (AI) ແບບເປັນຈິງ ເປັນຈັງ, ຮຽນແບບເລິກ, ຮຽນດ້ວຍຕົນເອງ, ຮຽນເວລາໃດກໍ່ໄດ້ ແລະ ບໍ່ມີຄ່າໃຊ້ຈ່າຍໃດໆ, ຮຽນຈົບ 12 ຫຼັກສູດ ຈາກທັງໝົດ 25 ຫຼັກສູດ, ຮັບໄປເລີຍ ໃບຢັ້ງຢືນການຮຽນ ຈາກ Google ເພື່ອໃຊ້ປະກອບໃບສະໝັກເຮັດວຽກ ຫຼື ເກັບສະສົມ ເອົາປະສົບການ.
ມີທັງຫຼັກສູດ ທີ່ເປັນແບບ ພາສາລາວ ແລະ ພາສາອັງກິດ. ແມ່ນໃຜ ກໍ່ສາມາດຮຽນໄດ້ ບໍ່ຈໍາກັດອາຍຸ, ບໍ່ຈໍາກັດເພດ, ຢູ່ເຂດ ຢູ່ແຂວງໃດ ປະເທດໃດ ກໍ່ສາມາດຮ່ວມຮຽນໄດ້. ຮຽນມ່ວນ ເປັນລະບົບ ພ້ອມສາມາດນໍາເອົາໄປປະຍຸກໃຊ້ໄດ້ !!!
ສະໝັກໄດ້ທີ່ລິ້ງ aiclassasean.org
ຫຼັກສູດຮຽນປະກອບມີ:
ບົດຮຽນທີ 1: ບົດແນະນໍາກ່ຽວກັບ AI
ບົດຮຽນທີ 2: ປະເພດຂອງ AI
ບົດຮຽນທີ 3: AI ໃນຊີວິດປະຈໍາວັນ
ບົດຮຽນທີ 4: ພື້ນຖານປັນຍາປະດິດສ້າງສັນ (Generative AI)
ບົດຮຽນທີ 5: ພື້ນຖານການພັດທະນາ AI
ບົດຮຽນທີ 6: ການສັ່ງຄໍາສັ່ງ AI (Prompting)
ບົດຮຽນທີ 7: ການເພີ່ມປະສິດທິພາບການເຮັດວຽກ ໂດຍໃຊ້ AI
ບົດຮຽນທີ 8: AI ໃນການສ້າງຄອນເທັນ
ບົດຮຽນທີ 9: AI ໃນສື່ສັງຄົມອອນລາຍ
ບົດຮຽນທີ 10: ການຮຽນແລະ ການສຶກສາ ໃນຍຸກ AI
ບົດຮຽນທີ 11: AI ໃນການຕໍ່ສູ້ກັບຂ່າວປອມ, ຂ່າວຫຼອກລວງ ແລະ ຂໍ້ມູນຜິດພາດ
ບົດຮຽນທີ 12: ການສ້າງເຄື່ອງມືພື້ນຖານ ໂດຍໃຊ້ AI
ບົດຮຽນທີ 13: ການອັບເດດ ກັບຄວາມກ້າວໜ້າທາງ AI ເພື່ອກະກຽມຄວາມພ້ອມ ແລະ ການພັດທະນາອາຊີບ
ບົດຮຽນທີ 14: ທ່າອ່ຽງຂອງ AI ໃນທຸລະກິດ, ການປະກອບການ ແລະ ອຸດສາຫະກໍາ
ບົດຮຽນທີ 15: ການຮຽນການສອນ ໃຫ້ກາຍເປັນ AI Developer
ບົດຮຽນທີ 16: ການປະກອບສ່ວນດ້ວຍຄວາມຮັບຜິດຊອບ ໃນການພັດທະນາ AI
ບົດຮຽນທີ 17: ຈັນຍາບັນ ແລະ ຄວາມຮັບຜິດຊອບ ໃນການນໍາໃຊ້ AI
ບົດຮຽນທີ 18: ຈັນຍາບັນ ການນໍາໃຊ້ AI – ການຮຽນຮູ້ການພັດທະນາ ຄອນເທັນ
ບົດຮຽນທີ 19: ການຮັກສາຄວາມເປັນສ່ວນຕົວ ແລະ ຄວາມປອດໄພທາງ AI
ບົດຮຽນທີ 20: ອະນາຄົດການພັດທະນາ AI
ບົດຮຽນທີ 21: AI ເພື່ອສ້າງສັນສິ່ງທີ່ດີ ໃຫ້ກັບສັງຄົມ
ບົດຮຽນທີ 22: ການນໍາໃຊ້ AI ຢ່າງມີຈັນຍາບັນ
ບົດຮຽນທີ 23: ການສ້າງ ແລະ ການສົ່ງຕໍ່ ການຮູ້ທັນ AI ແລະ ພື້ນຖານການຝຶກ ລວມທັງ ການປະເມີນ ແລະ ການຕີລາຄາ
ບົດຮຽນທີ 24: ການສອນ AI ໃຫ້ກັບກຸ່ມຄົນທີ່ຫຼາກຫຼາຍ
ບົດຮຽນທີ 25: ການສ້າງໃຫ້ເກີດການມີສ່ວນຮ່ວມ ການຮູ້ທັນ AI ແລະ ພື້ນຖານການຝຶກ
ວິທີການລົງຖະບຽນຮຽນ ເອົາໃບຢັ້ງຢືນ
1) ສະແກນ QR Code ຢູ່ກ້ອງຄອມເມັ້ນ ຈະນໍາພາທ່ານເຂົ້າໄປຫາເວັບໄຊການຮຽນ
2) ໃສ່ຂໍ້ມູນພື້ນຖານ ແລະ ລົງຖະບຽນການຮຽນຂອງທ່ານ
3) ຈາກນັ້ນ ທ່ານຈະໄດ້ຮັບອີເມລ ສົ່ງເຂົ້າຫາອີເມລຂອງທ່ານ ໃຫ້ກົດຢັ້ງຢືນ ເພື່ອເຂົ້າຮຽນ
4) ເລືອກຮຽນ 12 ບົດຮຽນ ຈາກທັງໝົດ 25 ບົດຮຽນ
5) ທ່ານມີຄວາມຈໍາເປັນຕ້ອງໄດ້ຕອບແບບສອບຖາມ ກ່ອນຮຽນ ແລະ ຫຼັງຈາກຮຽນແລ້ວ 12 ບົດຮຽນ
6) ທ່ານມີຄວາມຈໍາເປັນ ຕ້ອງໄດ້ເຮັດແບບທົດສອບ ພາຍຫຼັງການຮຽນ ແຕ່ລະບົດ
7) ພາຍຫຼັງຮຽນສໍາເລັດ 12 ບົດຮຽນ ທ່ານສາມາດ ປຮິ້ນເອົາໃບຢັ້ງຢືນໄດ້ທັນທີ.
ມາພິຊິດ ໃບຢັ້ງຢືນ ຈາກ Google ພາຍໃນເດືອນເມສາ ໃຫ້ສໍາເລັດ.
ຖ້າທ່ານມີຂໍ້ສົ່ງໃສ ຕິດຕໍ່ສອບຖາມພວກເຮົາໄດ້ທີ່ເບີວອດແອັບ: 020-55400099
ຂໍໃຫ້ທຸກຄົນໂຊກດີ !

