ໃນທ້າຍອາທິດຜ່ານມາ, ທ່ານ ມະຊະໂຕະ ຄັນດະ ປະທານທະນາຄານພັດທະນາອາຊີ (ADB) ພ້ອມຄະນະ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໂດຍການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ປອ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ (ສິ່ງແວດລ້ອມ) ພ້ອມດ້ວຍຄະນະຜູ້ນຳຈາກພາກສ່ວນທີ່ກ່ຽວຂ້ອງ.
ການຢ້ຽມຢາມຄັ້ງນີ້ໄດ້ເນັ້ນໃສ່ການຕິດຕາມຜົນສຳເລັດຂອງ “ໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກຳເປັນສິນຄ້າທີ່ເປັນມິດຕໍ່ສິ່ງແວດລ້ອມ” ເຊິ່ງເປັນທຶນຊ່ວຍເຫຼືອລ້າຈາກ ADB ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຊາວກະສິກອນໃນນະຄອນຫຼວງວຽງຈັນ.
ສະຫຼຸບການສະໜັບສະໜູນທຶນໃຫ້ແກ່ກຸ່ມການຜະລິດ (ຕັ້ງແຕ່ ກັນຍາ 2023):
ກຸ່ມກະສິກຳສະອາດ ບ້ານດອນຊີງຊູ້: 25,000 ໂດລາສະຫະລັດ.
ກຸ່ມກະສິກຳສະອາດ ບ້ານໃໝ່: 22,000 ໂດລາສະຫະລັດ.
ກຸ່ມກະສິກຳອິນຊີ (ບ້ານຈຳປາ, ໜອງດາ, ຊຽງດາ, ໂນນແກ້ວ, ນາສ້າງໄຜ່): ໄດ້ຮັບທຶນສະໜັບສະໜູນຫຼຸດລື່ນກັນຕາມແຜນການຜະລິດ (ລະຫວ່າງ 9,000 – 17,000 ໂດລາສະຫະລັດ).
ທ່ານ ປອ ລິນຄຳ ດວງສະຫວັນ ໄດ້ເນັ້ນໜັກວ່າ ຂະແໜງກະສິກຳພວມສຸມໃສ່ແຜນພັດທະນາ 2026-2030 ແລະ ວິໄສທັດ 2050 ເພື່ອຍົກລະດັບມາດຕະຖານການຜະລິດໃຫ້ກາຍເປັນສິນຄ້າສົ່ງອອກທີ່ສາມາດແຂ່ງຂັນໃນລະດັບສາກົນ. ພ້ອມທັງສະເໜີໃຫ້ ADB ພິຈາລະນາສືບຕໍ່ໃຫ້ການສະໜັບສະໜູນດ້ານທຶນຮອນໃນຊຸມປີຕໍ່ໜ້າ.
ທ່ານ ມະຊະໂຕະ ຄັນດະ ໄດ້ກ່າວສະແດງຄວາມຍິນດີທີ່ໄດ້ເຫັນຜົນສຳເລັດຕົວຈິງຂອງໂຄງການ: “ການມາຄັ້ງນີ້ ບໍ່ແມ່ນພຽງແຕ່ມາສະເຫຼີມສະຫຼອງປະຫວັດສາດການຮ່ວມມື 60 ປີ ເທົ່ານັ້ນ, ແຕ່ມາເພື່ອເປັນພະຍານເຖິງຄວາມກ້າວໜ້າຂອງຊາວກະສິກອນລາວ. ADB ພາກພູມໃຈທີ່ໄດ້ເປັນສ່ວນໜຶ່ງໃນການຂັບເຄື່ອນການເຕີບໂຕທີ່ຍືນຍົງ ແລະ ຄອບຄຸມທຸກພາກສ່ວນ.”
ທີ່ມາ: ວຽງຈັນໃໝ່

