ໃນຄືນວັນທີ 1 ເມສານີ້ ຈະມີປາກົດການດວງຈັນເຕັມດວງທີ່ເອີ້ນວ່າ “Pink Moon”

ແຕ່ຫຼາຍຄົນອາດຈະເຂົ້າໃຈຜິດວ່າ​ ດວງຈັນຈະປ່ຽນເປັນສີບົວ. ໃນຄວາມເປັນຈິງແລ້ວ, ດວງຈັນຍັງຄົງມີແສງສີນວນປົກກະຕິຄືກັບທຸກຄັ້ງທີ່ຜ່ານມາ!

ເປັນຫຍັງຈຶ່ງເອີ້ນວ່າ Pink Moon?

ຊື່ນີ້ມີທີ່ມາຈາກຄວາມເຊື່ອ ແລະ ການເອີ້ນຂອງຊາວອາເມລິກາພື້ນເມືອງ ໂດຍເຂົາເຈົ້າໃຊ້ຊື່ນີ້ເພື່ອບົ່ງບອກເຖິງຊ່ວງເວລາທີ່ “ດອກໄມ້ປ່າສີບົວ” (Wild Ground Phlox) ກໍາລັງເບັ່ງບານໃນຊ່ວງເດືອນເມສາຂອງທຸກໆປີ ເລີຍກາຍມາເປັນຊື່ເອີ້ນຂອງດວງຈັນເຕັມດວງໃນເດືອນເມສານັ້ນເອງ.

ໃນທາງວິທະຍາສາດເປັນໄປໄດ້ບໍ ທີ່ຈະເຫັນດວງຈັນເປັນສີບົວ?

ຕາມທຳມະຊາດແລ້ວ ເຮົາບໍ່ສາມາດເຫັນດວງຈັນເປັນສີບົວໄດ້ເລີຍ ຍົກເວັ້ນໃນກໍລະນີທີ່ເກີດສະພາວະທີ່ຮຸນແຮງເທົ່ານັ້ນ ເຊັ່ນ: ມີຂີ້ເຖົ່າຈາກພູເຂົາໄຟປົກຄຸມໜາແໜ້ນໃນຊັ້ນບັນຍາກາດ ຈົນເຮັດໃຫ້ແສງຈາກດວງຈັນ ເຫັນເປັນສີບົວເຂັ້ມໄດ້.

ເຖິງແມ່ນວ່າດວງຈັນຈະບໍ່ໄດ້ປ່ຽນເປັນສີບົວ, ແຕ່ຄວາມສວຍງາມຂອງດວງຈັນເຕັມດວງໃນຄືນວັນທີ 1 ເມສານີ້ ກໍຍັງຄົງໜ້າຕິດຕາມຄືເກົ່າ. ທີ່ສຳຄັນໄປກວ່ານັ້ນ, ໃນຕອນເຊົ້າຂອງວັນທີ 2 ເມສາ ຈະມີພາລະກິດການເດີນທາງກັບໄປສຳຫຼວດດວງຈັນຂອງມະນຸດອີກຄັ້ງ ເຊິ່ງຖືເປັນເຫດການປະຫວັດສາດທາງດ້ານອະວະກາດທີ່ໜ້າຕິດຕາເບິ່ງທີ່ສຸດ!

ທີ່​ມາ: NASA

Lao Youth​ ​Radio​ FM​90​MHz

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles