ວາລະສານທ່ອງທ່ຽວລະດັບໂລກ Condé Nast Traveler ໄດ້ປະກາດລາຍຊື່ “7 Wonders of ASEAN” ຫຼື 7 ສິ່ງມະຫັດສະຈັນແຫ່ງອາຊຽນ ປະຈຳປີ 2026 ເຊິ່ງເປັນການຮວບຮວມເອົາສະຖານທີ່ທ່ອງທ່ຽວທາງທຳມະຊາດ ແລະ ວັດທະນະທຳທີ່ໂດດເດັ່ນທີ່ສຸດໃນພາກພື້ນອາຊຽນ
ສະຖານທີ່ທີ່ຕິດອັນດັບມີດັ່ງນີ້:
1. Raja Ampat (ໝູ່ເກາະ ລາຊາ ອຳພັດ): ອິນໂດເນເຊຍ – ຄອງອັນດັບໜຶ່ງໃນຖານະແຫຼ່ງຊີວະນາໆພັນທາງທະເລທີ່ອຸດົມສົມບູນທີ່ສຸດແຫ່ງໜຶ່ງຂອງໂລກ.
2. Batanes (ໝູ່ເກາະ ບາຕາເນສ): ຟີລິບປິນ – ໂດດເດັ່ນດ້ວຍໜ້າຜາທີ່ສວຍງາມ ແລະ ທິວທັດທຳມະຊາດທີ່ຍັງຄົງຄວາມບໍລິສຸດ.
3. Phnom Kulen (ພະນົມກູເລນ): ກຳປູເຈຍ – ອຸທະຍານແຫ່ງຊາດທີ່ເປັນສະຖານທີ່ສັກສິດ ເຕັມໄປດ້ວຍນ້ຳຕົກຕາດ ແລະ ຮູບປັ້ນຫີນບູຮານ.
4. Bái Tử Long (ອ່າວ ບາຍຕືລອງ): ຫວຽດນາມ – ທາງເລືອກໃໝ່ສຳລັບຜູ້ທີ່ມັກຄວາມສະຫງົບ ເຊິ່ງມີຄວາມງາມບໍ່ແພ້ອ່າວຮາລອງ.
5. George Town (ເມືອງ ຈອດທາວ): ມາເລເຊຍ – ໂດດເດັ່ນດ້ວຍມໍລະດົກທາງວັດທະນະທຳທີ່ຫຼາກຫຼາຍ ແລະ ສິລະປະຕາມຝາຜະໜັງທີ່ເປັນເອກະລັກ.
6. Bolaven Plateau (ພູພຽງບໍລະເວນ): ລາວ – ດິນແດນແຫ່ງອາກາດໜາວເຢັນ, ນ້ຳຕົກຕາດທີ່ສວຍງາມ ແລະ ແຫຼ່ງປູກກາເຟຊັ້ນດີ.
7. Doi Inthanon (ດອຍອິນທະນົນ): ໄທ – ອຸທະຍານແຫ່ງຊາດທີ່ເປັນທີ່ຕັ້ງຂອງຍອດເຂົາທີ່ສູງທີ່ສຸດໃນປະເທດ ພ້ອມດ້ວຍທິວທັດປ່າເຂົາທີ່ຂຽວງາມ.
ສະຖານທີ່ທັງ 7 ແຫ່ງນີ້ ສະທ້ອນໃຫ້ເຫັນເຖິງສະເໜ່ຂອງອາຊຽນ ບໍ່ວ່າຈະເປັນເກາະດອນທີ່ສວຍງາມ, ປ່າເຂົາທີ່ອຸດົມສົມບູນ ຫຼື ເມືອງເກົ່າແກ່ທີ່ມີປະຫວັດສາດ, ເຊິ່ງຍັງຄົງເປັນຈຸດໝາຍປາຍທາງທີ່ດຶງດູດນັກທ່ອງທ່ຽວຈາກທົ່ວໂລກຢ່າງບໍ່ຢຸດຢັ້ງ
ທີ່ມາ: Seasia Stats
Lao YouthRadio FM90MHz

