ຫ້ອງການກົມໃຫຍ່ການເມືອງກອງທັບ ໄດ້ອອກຄຳສັ່ງເຖິງບັນດາກົມຕ່າງໆ ໂຈະການສະເຫຼີມສະຫຼອງວັນບຸນປີໃໝ່ລາວທີ່ຟຸມເຟືອຍ

ອີງຕາມແຈ້ງການເລກທີ 458/ຫກມທ, ລົງວັນທີ 30 ມີນາ 2026, ຫ້ອງການກົມໃຫຍ່ການເມືອງກອງທັບ ໄດ້ອອກຄຳສັ່ງເຖິງບັນດາກົມ, ຫ້ອງການ, ອົງການ, ໂຮງຮຽນ ແລະ ກອງພັນ ທີ່ຂຶ້ນກັບກົມໃຫຍ່ການເມືອງກອງທັບທົ່ວປະເທດ ກ່ຽວກັບການສະເຫຼີມສະຫຼອງບຸນປີໃໝ່ລາວ ທີ່ກຳລັງຈະມາເຖິງນີ້.

ໃຫ້ ໂຈະການຈັດງານວັນບຸນປີໃໝ່ລາວ ພສ 2569 ໃນຮູບແບບການສະເຫຼີມສະຫຼອງທີ່ຟຸມເຟືອຍ ຫຼື ການຈັດງານລ້ຽງສັງສັນຕ່າງໆ ພາຍໃນກົມກອງ.

ເນື່ອງຈາກຄວາມບໍ່ສະຫງົບໃນພາກພື້ນ ຢູ່ຕາເວັນອອກກາງ ທີ່ແກ່ຍາວ ເຊິ່ງສົ່ງຜົນກະທົບຕໍ່ສະພາບເສດຖະກິດ-ສັງຄົມໃນວົງກວ້າງ.

​ເພື່ອຫຼຸດຜ່ອນພາລະຄ່າໃຊ້ຈ່າຍ ໃນສະພາວະທີ່ຄ່າຄອງຊີບມີການປັບຕົວສູງຂຶ້ນ.

ແລະ​ ເນື່ອງຈາກໃນໄລຍະຜ່ານມາ ໄດ້ເກີດເຫດການພາຍຸໝາກເຫັບຕົກໃສ່ເຮືອນຊານຂອງປະຊາຊົນ ແລະ ພະນັກງານ-ນັກຮົບ ໄດ້ຮັບຄວາມເສຍຫາຍຢ່າງໜັກໜ່ວງ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາກົມກອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອຮັບຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ຢ່າງເຂັ້ມງວດ.

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles