ປີນີ້ ນັກສຶກສາລາວ 18 ຄົນ ໄດ້ຮັບທຶນໄປສຶກສາຕໍ່ປະເທດຍີ່ປຸ່ນ ລະດັບປະລິນຍາຕີ ແລະ ຊັ້ນສູງ

ນັກສຶກສາລາວທີ່ກຳລັງ ກະກຽມໄປສຶກສາຕໍ່ ທີ່ປະເທດຍີ່ປຸ່ນພາຍໃຕ້ທຶນການສຶກສາ MEXT (Ministry of Education, Culture, Sports, Science and Technology) ຂອງລັດຖະບານຍີ່ປຸ່ນ ໄດ້ຮັບຄຳອວຍພອນອັນອົບອຸ່ນ ທີ່ພິທີລ້ຽງສົ່ງເຊິ່ງຈັດຂຶ້ນຢູ່ເຮືອນພັກທູດຍີ່ປຸ່ນປະຈຳລາວໃນວັນທີ 19 ມີນາ 2026.

ພິທີດັ່ງກ່າວໃຫ້ກຽດເຂົ້າຮ່ວມໂດຍ ພະນະທ່ານ ພຸດ ສິມມາລາວົງ ອະດີດລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ປະທານສະມາຄົມມິດຕະພາບລາວ-ຍີ່ປຸ່ນ ແລະ ພະນະທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍແຂກຜູ້ມີກຽດຫຼາຍທ່ານ ລວມທັງພະນັກງານຈາກອົງການທີ່ກ່ຽວຂ້ອງ ແລະ ອະດີດນັກສຶກສາລາວທີ່ເຄີຍໄປສຶກສາຢູ່ຍີ່ປຸ່ນ.

ປີນີ້, ມີນັກສຶກສາຈາກປະເທດລາວທັງໝົດ 18 ຄົນທີ່ໄດ້ຮັບທຶນການສຶກສາເພື່ອໄປສຶກສາລະດັບຫຼັງປະລິນຍາຕີ, ລະດັບຊັ້ນສູງຫຼັກສູດເຕັກໂນໂລຊີ ແລະ ຊັ້ນສູງທົ່ວໄປທີ່ປະເທດຍີ່ປຸ່ນ. ເປັນທີ່ຄາດຫວັງວ່າເຫຼົ່ານັກສຶກສາຈະໄດ້ຮັບປະສົບການ, ຄວາມຮູ້ ແລະ ທັກສະທີ່ລ້ຳຄ່າຢູ່ຍີ່ປຸ່ນ ແລະ ເອົາມານຳໃຊ້ເພື່ອພັດທະນາປະເທດຊາດ ແລະ ພາກພື້ນໃນອະນາຄົດ.

ພະນະທ່ານ ໂຄອິຊຶມິ ຊຶໂຕມຸ, ເອກອັກຄະຣາຊະທູດຍີ່ປຸ່ນປະຈຳ ສ.ປ.ປ.ລາວ, ໄດ້ແນະນຳເຫຼົ່ານັກສຶກສາໃຫ້ແລກປ່ຽນກັບຄົນຍີ່ປຸ່ນໃຫ້ຫຼາຍເພື່ອຮູ້ຈັກກັບປະເທດຍີ່ປຸ່ນໃຫ້ເລິກເຊິ່ງກວ່າເກົ່າ ພ້ອມທັງໃຫ້ແບ່ງປັນມົນສະເໜ່ຂອງປະເທດລາວໃຫ້ຄົນຍີ່ປຸ່ນອີກດ້ວຍ. ເນື່ອງຈາກປະເທດລາວໄດ້ຮັບຄວາມສົນໃຈໃນປະເທດຍີ່ປຸ່ນຫຼາຍຂຶ້ນຢ່າງກ້າວກະໂດດ ພາຍຫຼັງການສະເດັດຢ້ຽມຢາມ ປະເທດລາວ ຂອງ ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ ໃນເດືອນພະຈິກທີ່ຜ່ານມາ.

ນາງ ວາລິສາ ນິນທາວົງ, ທີ່ຈະໄປສຶກສາຕໍ່ໃນລະດັບຫຼັງປະລິນຍາຕີ, ໄດ້ຕາງໜ້າຜູ້ຮັບທຶນ MEXT ໃນຄັ້ງນີ້ສະແດງຄວາມຂອບໃຈຕໍ່ລັດຖະບານຍີ່ປຸ່ນທີ່ເອື້ອເຟື້ອເຜື່ອແຜ່ໃຫ້ທຶນການສຶກສາໃນຄັ້ງນີ້ ພ້ອມທັງສະແດງຄວາມມຸ່ງໝັ້ນທີ່ຈະຕັ້ງໜ້າສຶກສາຮ່ຳຮຽນທີ່ປະເທດຍີ່ປຸ່ນ.

ນອກຈາກນັ້ນ, ອະດີດນັກສຶກສາທີ່ຈົບມາຈາກຍີ່ປຸ່ນ ກໍໄດ້ແບ່ງປັນປະສົບການ ແລະ ໃຫ້ຄຳແນະນຳຜູ້ໄດ້ຮັບທຶນໃນປີນີ້ ໃຫ້ນຳໃຊ້ໂອກາດຄັ້ງນີ້ໃຫ້ເກີດຜົນປະໂຫຍດສູງສຸດ.

ແຂກຜູ້ເຂົ້າຮ່ວມງານໄດ້ໃຫ້ກຳລັງໃຈຜູ້ໄດ້ຮັບທຶນ ທ່າມກາງບັນຍາກາດອັນອົບອຸ່ນ ແລະ ເປັນກັນເອງ ເຮັດໃຫ້ຄວາມຄາດຫວັງຕໍ່ກັບການຮຽນທີ່ປະເທດຍີ່ປຸ່ນຂອງຜູ້ໄດ້ຮັບທຶນເພີ່ມສູງຂຶ້ນຍິ່ງກວ່າເກົ່າ.

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles